ຂ່າວດ່ວນ

ຂ່າວອື່ນໆ

random

ລັດຖະມົນຕີກະຊວງຍຸຕິທໍາ ເນັ້ນໃຫ້ຄະນະນໍາ ແລະ ສະມາຊິກສະພາທະນາຍຄວາມລາວ ເອົາໃຈໃສ່ຫຼາຍໃນບັນຫາ

ລັດຖະມົນຕີກະຊວງຍຸຕິທໍາ ເນັ້ນໃຫ້ຄະນະນໍາ ແລະ ສະມາຊິກສະພາທະນາຍຄວາມລາວ ເອົາໃຈໃສ່ຫຼາຍໃນບັນຫາ

     ການດໍາເນີນກອງປະຊຸມສະພາທະນາຍຄວາມລາວ ປະຈໍາປີ 2016 ໄດ້ຈັດຂຶ້ນເປັນເວລາ 2 ວັນ (ວັນທີ 22-23 ທັນວາ 2016) ທີ່ສູນການຮ່ວມສາກົນ ແລະ ການເຝິກອົບຮົມ (ຫຼັກ 5) ນະຄອນຫຼວງວຽງຈັນ ແລະ ໃນວັນທີ 23 ທັນວາ 2016 ໄດ້ຮັບກຽດເຂົ້າຮ່ວມ ແລະ ໃຫ້ທິດຊີ້ນໍາຈາກທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທໍາ ມີຄະນະບໍລິຫານງານສະພາທະນາຍຄວາມແຫ່ງ ສປປ.ລາວ ຜູ້ຕາງໜ້າສະພາແຫ່ງຊາດ ກະຊວງຍຸຕິທໍາ ອົງການໄອຍະການປະຊາຊົນ ສານປະຊາຊົນ ກະຊວງປ້ອງກັນຄວາມສະຫງົບ ຫ້ອງວ່າການປົກຄອງນະຄອນຫຼວງ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງມະຫາຊົນ ບໍລິສັດທີ່ປຶກສາກົດໝາຍ ແລະ ສະມາຊິກທະນາຍຄວາມເຂົ້າຮ່ວມຫຼາຍກວ່າ 90 ທ່ານ.
     ທ່ານ ຄໍາໃສ ສຸລິນທອນ ປະທານສະພາທະນາຍຄວາມແຫ່ງ ສປປ.ລາວ ໄດ້ລາຍງານຫຽໍ້ເຖິງການເຄື່ອນໄຫວວຽກງານສະພາທະນາຍຄວາມໃນ 1 ປີຜ່ານມາ ເຊິ່ງຍົກໃຫ້ເຫັນຄວາມຫຽຸ້ງຍາກ ຂໍ້ຈໍາກັດຫຼາຍດ້ານທັງໃນໂຕ ແລະ ນອກໂຕກະທົບໃສ່ ແຕ່ກໍຕັ້ງໜ້າບຸກບືນຜ່ານຜ່າຄວາມຫຽຸ້ງຍາກ ເພື່ອປະຕິບັດພາລະບົດບາດໜ້າທີ່ຂອງສະພາທະນາຍຄວາມລາວ ແລະ ອອກແຮງຕັ້ງໜ້າຊີ້ນໍານໍາພາສະມາຊິກສະພາທະນາຍຄວາມທົ່ວປະເທດໃຫ້ເຄື່ອນໄຫວຕາມລັດຖະທໍາມະນູນ ແລະ ກົດໝາຍ ໂດຍສະເພາະແມ່ນກົດໝາຍວ່າດ້ວຍທະນາຍຄວາມ ສາມາດຍາດໄດ້ຜົນງານຫຼາຍດ້ານ ສ້າງປັດໄຈໃໝ່ເກີດຂຶ້ນຢູ່ໃນວົງການທະນາຍຄວາມລາວ ສິ່ງທີ່ພົ້ນເດັ່ນແມ່ນເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດແກ່ສະມາຊິກໃຫ້ມີແນວຄິດທີ່ຖືກຕ້ອງ ມີສະຕິຕໍ່ການຈັດຕັ້ງ ແລະ ພ້ອມກັນພັດທະນາອົງກອນຂອງຕົນໃຫ້ມີບົດບາດຕໍ່ສັງຄົມດີຂຶ້ນເທື່ອລະກ້າວ ນອກນີ້ຍັງເອົາໃຈໃສ່ປັບປຸງການຈັດຕັ້ງເພື່ອຄຸ້ມຄອງທະນາຍຄວາມໃຫ້ເປັນລະບົບ ເປັນຕົ້ນ ການສ້າງຕັ້ງຫ້ອງການສະພາທະນາຍຄວາມຢູ່ແຕ່ພາກ ປັບປຸງການຈັດຕັ້ງຢູ່ນະຄອນຫຼວງວຽງຈັນ ປັບປຸງແບບແຜນວິທີເຮັດວຽກ ແລະ ເອົາໃຈໃສ່ຄົ້ນຄວ້າ ປັບປຸງບັນດານິຕິກໍາເພື່ອຮອງຮັບແກ່ການເຄື່ອນໄຫວຂອງທະນາຍຄວາມລາວ ອັນພົ້ນເດັ່ນແມ່ນການຄົ້ນຄວ້າ ປັບປຸງກົດໝາຍວ່າດ້ວຍທະນາຍຄວາມ ສາມາດເຂົ້າຜ່ານ ແລະ ຖືກຮັບຮອງຢູ່ກອງປະຊຸມ ຄັ້ງທີ 2 ຂອງສະພາແຫ່ງຊາດຊຸດທີ VII ໃນເດືອນພະຈິກ 2016 ຜ່ານມາ ອີກນຶ່ງບັນຫາພົ້ນເດັ່ນທີ່ຍາດໄດ້ແມ່ນການເຄື່ອນໄຫວຍາດແຍ່ງເອົາການຊີ້ນໍາຈາກການນໍາພັກ-ລັດ ສ້າງຄວາມເຂົ້າໃຈແກ່ບັນດາອົງການຈັດຕັ້ງໃນລະບົບຕຸລາການ ກັບ ອົງການຈັດຕັ້ງຂອງພັກ-ລັດ ທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ດີພໍສົມຄວນ.
     ຂະນະທີ່ທ່ານລັດຖະມົນຕີກະຊວງຍຸຕິທໍາ ກໍກ່າວເນັ້ນຢໍ້າໃຫ້ຄະນະນໍາ ແລະ ສະມາຊິກສະພາທະນາຍຄວາມລາວ ຕ້ອງສືບຕໍ່ສຶກສາອົບຮົມທາງດ້ານການເມືອງແນວຄິດແກ່ຖັນແຖວສະມາຊິກສະພາທະນາຍຄວາມໃຫ້ເລິກເຊິ່ງ ເນື່ອງນິດລຽນຕິດ ເພື່ອສ້າງໃຫ້ທະນາຍຄວາມແຕ່ລະຄົນມີນໍ້າໃຈຮັກຊາດ ຮັກລະບອບໃໝ່ ເຊື່ອນໝັ້ນ ແລະ ຢູ່ພາຍໃຕ້ການນໍາພາຂອງພັກ ເປັນທະນາຍຄວາມຂອງ ສປປ.ລາວ ເປັນນັກກົດໝາຍທີ່ມີຈັນຍາບັນວິຊາຊີບຮັບໃຊ້ປະຊາຊົນ ທັງເປັນແບບຢ່າງໃນການເຄົາລົບ ປະຕິບັດກົດໝາຍ ແລະ ລະບຽບການຂອງບ້ານເມືອງ ສຶກສາອົບຮົມໃຫ້ທຸກຄົນຮັກອາຊີບທະນາຍຄວາມ ມີຄວາມຕິດພັນກັບອົງກອນຂອງຕົນ ສຸມສະຕິປັນຍາ ແລະ ເຫື່ອແຮງພັດທະນາອົງກອນຂອງຕົນໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ສືບຕໍ່ປັບປຸງການຈັດຕັ້ງຢູ່ພາຍໃນສະພາທະນາຍຄວາມໃຫ້ໜັກແໜ້ນເຂັ້ມແຂງຂຶ້ນຕື່ມ ຕາມທິດຫັນລະບົບການບໍລິການຂອງທະນາຍຄວາມລົງສູ່ຮາກຖານ ຂະຫຽາຍໄປເຂດຊົນນະບົດຫ່າງໄກ ແຂວງໃດ ເມືອງໃດ ມີເງື່ອນໄຂກໍຈັດຕັ້ງໃຫ້ມີຫ້ອງການ ມີໜ່ວຍສະພາທະນາຍຄວາມ ເພື່ອເຮັດໜ້າທີ່ບໍລິການທາງດ້ານກົດໝາຍ ແລະ ປົກປ້ອງລູກຄວາມຕາມຂະບວນການຕຸລາການ ທັງຍັງຕ້ອງຄົ້ນຄວ້າ ແລະ ສ້າງກົດລະບຽບພາຍໃນຂອງສະພາທະນາຍຄວາມ ເພື່ອຜັນຂະຫຽາຍກົດໝາຍວ່າດ້ວຍທະນາຍຄວາມສະບັບປັງປຸງໃໝ່ ໃຫ້ເປັນອັນລະອຽດ ແລະ ຮັດກຸມ ສ້າງກົດ ຈັນຍາບັນຂອງທະນາຍຄວາມ ແລະ ລະບຽບການຄຸ້ມຄອງ ນໍາໃຊ້ງົບປະມານການເງິນຂອງສະພາທະນາຍຄວາມໃຫ້ຈະແຈ້ງ ເຊິ່ງບັນດາລະບຽບການພາຍໃນດັ່ງກ່າວຕ້ອງສູ້ຊົນສ້າງໃຫ້ສໍາເລັດ ແລະ ປະກາດໃຊ້ຢ່າງເປັນທາງການໃນ 6 ເດືອນຕົ້ນປີ 2017 ສະພາທະນາຍຄວາມຕ້ອງຕັ້ງໜ້ານໍາພາ ຊຸກຍູ້ ແລະ ຕິດຕາມກວດກາການເຄື່ອນໄຫວວິຊາຊີບທະນາຍຄວາມຂອງສະມາຊິກແຕ່ລະຄົນຢ່າງເປັນລະບົບ ເກັບກໍາຜົນງານຂອງສະມາຊິກ ເພື່ອຍ້ອງຍໍຊົມເຊີຍ ແລະ ເອົາເປັນບົດຮຽນຂະຫຽາຍອອກໄປ ພ້ອມກັນນັ້ນກໍສຶກສາອົບຮົມ ແນະນໍາຕັກເຕືອນ ປະຕິບັດວິໄນຕໍ່ສະມາຊິກຜູ້ທີ່ກະທຳຜິດຕາມກໍລະນີໜັກ ຫຼື ເບົາຕາມກົດໝາຍ ແລະ ກົດລະບຽບທີ່ກໍານົດໄວ້ ມີການກວດກາປະເມີນຜົນການເຄື່ອນໄຫວບໍລິການທາງດານກົດໝາຍ ການປົກປ້ອງລູກຄວາມຢູ່ໃນຂະບວນການດໍາເນີນຄະດີຂອງທະນາຍຄວາມແຕ່ລະຄົນ ດ້ວຍການສັງເກດຕີລາຄາຈາກພາຍໃນການຈັດຕັ້ງທະນາຍຄວາມເອງ ແລະ ສົມທົບກັບການປະກອບຄໍາເຫັນສ່ອງແສງຈາກພົນລະເມືອງ ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ຕີລາຄາຄຸນະພາບການເຄື່ອນໄຫວຂອງສະມາຊິກແຕ່ລະຄົນຢ່າງພາວະວິໄສ  ສະມາຊິກທຸກຄົນຕ້ອງສືບຕໍ່ຝືກຝົນຫຼໍ່ຫຼອມພັດທະນາຕົນເອງຢ່າງຮອບດ້ານ ແລະ ຕໍ່ເນື່ອງເພື່ອເຮັດໃຫ້ຕົນເອງເປັນທະນາຍຄວາມທີ່ມີຄຸນະພາບໄດ້ຮັບການຍອມຮັບນັບຖືຈາກການຈັດຕັ້ງ ຈາກລູກຄວາມ ແລະ ສັງຄົມ.
ຂ່າວ/ພາບ: ເທບພະວົງ
ລັດຖະມົນຕີກະຊວງຍຸຕິທໍາ ເນັ້ນໃຫ້ຄະນະນໍາ ແລະ ສະມາຊິກສະພາທະນາຍຄວາມລາວ ເອົາໃຈໃສ່ຫຼາຍໃນບັນຫາ Reviewed by makarow on 7:49:00 PM Rating: 5

Contact Form

Name

Email *

Message *

Powered by Blogger.