ຂ່າວດ່ວນ

ຂ່າວອື່ນໆ

random

ຄາດຕະກຳເມຍ ແລະ ນ້ອງເມຍ ແລ້ວນຳສົບສົ່ງຕຳຫຼວດ ພ້ອມມອບຕົວ



- ເວລາປະມານ 22:00 ໂມງ ຂອງວັນທີ 8 ມັງກອນ 2017, ເກີດເຫດຊາຍໄວ 36 ປີ ກໍ່ເຫດຄາດຕະກຳເມຍ ແລະ ນ້າສາວ ( ນ້ອງເມຍ ) ຢ່າງໂຫດຮ້າຍປ່າເຖື່ອນ ໂດຍໃຊ້ມີດແທງ. ພາຍຫຼັງກໍ່ເຫດເຊົ້າມື້ຕໍ່ມາ ຜູ້ຖືກຫາໄດ້ນຳເອົາສົບທັງສອງ ຂຶ້ນໃສ່ລົດໃຫຍ່  ແລ້ວຂັບຂີ່ໄປມອບຕົວຕໍ່ເຈົ້າໜ້າທີ່ຫ້ອງຕຳຫຼວດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.
 - ຫ້ອງຕຳຫຼວດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 9:00 ໂມງ ຂອງວັນທີ 9 ມັງກອນ 2017 ໄດ້ມີທ້າວ ຫຼິວເຕີລິນ ອາຍຸ 36 ປີ ສັນຊາດລາວ ຢູ່ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ  ໄດ້ຂັບຂີ່ລົດໃຫຍ່ເຂົ້າມາມອບຕົວຕໍ່ເຈົ້າໜ້າທີ່ ແລະ ໃຫ້ປາກຄຳຕໍ່ເຈົ້າໜ້າທີ່ວ່າ ໄດ້ລົງມືກໍ່ເຫດ ໃຊ້ມີດຍາວປະມານ 20 ຊັງຕີແມັດ ແທງເມຍ ແລະ ນ້າສາວ ເສຍຊີວິດ; ໂດຍສົບທັງສອງແມ່ນຢູ່ໃນລົດທີ່ຂັບຂີ່ມາ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ເຂົ້າກວດກາ ແລະ ຊັນນະສູດສົບ, ໃນເບື້ອງຕົ້ນພົບເຫັນສົບຢູ່ໃນລົດ ໃນສະພາບຖືກຂອງມີຄົມແທງບໍລິເວນລຳຕົວຫຼາຍຈຸດ ເຮັດໃຫ້ເສຍເລືອດຈົນເສຍຊີວິດ.
 - ຜ່ານການສອບສວນທ້າວ ຫຼິວເຕີລິນ  ຮັບສາລະພາບວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 8 ມັງກອນ 2017 ໄດ້ນັ່ງລົມກັບເມຍຂໍປັນສິນສົມສ້າງເອົາເຮືອນ ແລະ ລູກ, ແຕ່ເມຍບໍ່ຍອມປັນໃຫ້ຈຶ່ງເກີດຜິດຖຽງກັນ  ຜູ້ກ່ຽວຈຶ່ງຈັບມີດຍາວປະມານ 20 ຊັງຕີແມັດ ໄລ່ແທງເມຍຢູ່ຫ້ອງນ້ຳຈົນເສຍຊີວິດ; ຈາກນັ້ນ ກໍໄລ່ແທງນ້າສາວເສຍຊີວິດຄາທີ່.
 - ຈາກການເກັບກຳຂໍ້ມູນ ຈຶ່ງຮູ້ວ່າ: ຜູ້ເສຍຊີວິດ ຊື່ນາງ ສຸລິຈັນ ອາຍຸ 28 ປີ, ສ່ວນນ້ອງເມຍຊື່ນາງ ບົວຈັນ ອາຍຸ 16 ປີ ທັງສອງຢູ່ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ປັດຈຸບັນ ຄະດີຄາດຕະກຳດັ່ງກ່າວນີ້ ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ  ພວມສືບຕໍ່ດຳເນີນການສືບສວນ-ສອບສວນສາເຫດ ແລະ ປັດໃຈທີ່ພາໃຫ້ທ້າວ ຫຼິວເຕີລິນ ກໍ່ເຫດຕາດຕະກຳໃນຄັ້ງນີ້. ຈາກນັ້ນ ຈະໄດ້ສະຫຼຸບສຳນວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນ ສືບຕໍ່ດຳເນີນໄປຕາມຂັ້ນຕອນຂອງກົດໝາຍ.
ຂ່າວ: ຫນັງສືພິມ ປກສ
ຄາດຕະກຳເມຍ ແລະ ນ້ອງເມຍ ແລ້ວນຳສົບສົ່ງຕຳຫຼວດ ພ້ອມມອບຕົວ Reviewed by makarow on 7:24:00 PM Rating: 5

Contact Form

Name

Email *

Message *

Powered by Blogger.