ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ - ສະຫະລັດອາເມລິກາ ຄັ້ງທີ 9 ໄດ້ຮັບຮອງເອກະສານສຳຄັນ ຈໍານວນ 2 ສະບັບຄື: ຖະແຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ - ສະຫະລັດອາເມລິກາ ຄັ້ງທີ 9 ແລະ ເອກະສານແນວຄວາມຄິດກ່ຽວກັບຄູ່ຮ່ວມມືເພື່ອການສ້າງພື້ນຖານໂຄງລ່າງທີ່ຍືນຍົງ ເພື່ອເປັນທິດທາງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ແນໃສ່ສົ່ງເສີມການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນໃນອານຸພາກພື້ນແມ່ນ້ຳຂອງໃຫ້ດີຂື້ນເທື່ອລະກ້າວ ໃນວັນທີ 25 ກໍລະກົດ 2016, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ ແລະ ທ່ານ ຈອນ ແຄຣີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສະຫະລັດອາເມລິກາ ໂດຍມີບັນດາລັດຖະມົນຕີກະຊວງການຕ່າງປະເທດຂອງກຳປູເຈຍ, ມຽນມາ, ໄທ ແລະ ຫວຽດ ນາມ ພ້ອມດ້ວຍເລຂາທິການໃຫ່ຍອາຊຽນເຂົ້າຮ່ວມ. ກອງປະຊຸມບັນດາລັດຖະມົນຕີໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ໂຄງການຕ່າງໆໃນ 6 ເສົາຄ້ຳບູລິມະສິດ ເປັນຕົ້ນບັນດາໂຄງການທີ່ເປັນສັນຍາລັກຂອງຂອບຮ່ວມມືນີ້ ໃນນັ້ນລາວໄດ້ຮ່ວມກັບສະຫະລັດອາເມລິກາພວມຈັດຕັ້ງປະຕິບັດ 3 ໂຄງກນ ພາຍໃຕ້ຂອບວຽກຂອງໂຄງການພື້ນຖານໂຄງລ່າງທີ່ທັນສະໄໝສຳລັບແມ່ນໍ້າຂອງ ແລະ 1 ໂຄງການຝຶກອົບຮົມພາສາອັງກິດສະເພາະດ້ານແບບຕໍ່ເນື່ອງໃຫ້ແກ່ພະນັກງານລັດຖະກອນຂອງລາວຢູ່ສະຖາບັນການຕ່າງປະເທດ. ນອກຈາກນີ້ບັນດາລັດຖະມົນຕີຍັງໄດ້ປຶກສາຫາລືກ່ຽວກັບເອກະສານແນວຄວາມຄິດໃໝ່ທີ່ສະຫະລັດ
[post_ad]
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ
Reviewed by pk
on
3:01:00 AM
Rating:
Reviewed by pk
on
3:01:00 AM
Rating:




