ຂ່າວດ່ວນ

ຂ່າວອື່ນໆ

random

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ - ສະຫະພາບເອີຣົບ




ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ - ສະຫະພາບເອີຣົບ ຫລືອີຢູ ຈັດຂື້ນໃນວັນທີ 25 ກໍລະກົດ 2016 ໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ - ອີຢູ 2013 ຫາ 2017 ໄດ້ເຫັນດີສືບຕໍ່ເຮັດວຽກຮ່ວມກັນ ເພື່ອກ້າວສູ່ການຍົກລະດັບການຮ່ວມມືຂື້ນເປັນຄູ່ຮ່ວມຍຸດທະສາດ. ອາຊຽນໄດ້ສະແດງຄວາມຍິນດີຕໍ່ການສ້າງຕັ້ງສຳນັກງານການທູດ ແລະ ການແຕ່ງຕັ້ງທູດອີຢູປະຈຳອາຊຽນ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນດ້ານຕ່າງໆເຊັ່ນ: ການເຊື່ອມຈອດ, ການຄ້າ - ການລົງທືນ, ການຮ່ວມມືທາງທະເລ, ການປ່ຽນແປງສະພາບດິນຟ້າອາກາດ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ ນອກນີ້ກອງປະຊຸມຍັງໄດ້ປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ອີຢູ ຄັ້ງທີ 21 ໃນເດືອນຕຸລາປີນີ້, ທີ່ປະເທດໄທ ແລະ ປຶກສາຫາລືການຈັດກິດຈະກຳສະເຫລີມສະຫລອງການພົວພັນອາຊຽນ - ອີຢູ ຄົບຮອບ 40 ປີໃນປີ 2017.





ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ - ສະຫະພາບເອີຣົບ Reviewed by pk on 12:55:00 AM Rating: 5

Contact Form

Name

Email *

Message *

Powered by Blogger.