ຮ່ວມມືສຳຫຼວດວັດແທກ ການສ້າງແຜນທີ່ໃນນະຄອນຫຼວງ
ພິທີເຊັນຂໍ້ຕົກລົງຮ່ວມມືທາງດ້ານວິຊາການ
ໂຄງການສຳຫຼວດວັດແທກການສ້າງແຜນທີ່ ແລະ ລະບົບຂ່າວສານພູມສາດ
ຢູ່ນະຄອນຫຼວງວຽງຈັນ ລະຫວ່າງພະແນກພາຍໃນ ນະຄອນຫຼວງວຽງຈັນ ແລະ ບໍລິສັດ
ສະເປັກໄອລາວ ຈັດຂຶ້ນວັນທີ 2 ພຶດສະພາ 2017
ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ.ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນ ນວ ກ່າວວ່າ: ພະແນກພາຍໃນ ນວ ສົມທົບກັບກົມແຜນທີ່ແຫ່ງຊາດ ແລະ ບໍລິສັດ ສະເປັກໄອລາວ ຮ່ວມກັນຄົ້ນຄວ້າ ແລະ ສຳຫຼວດຈຸດພື້ນທີ່ ເພື່ອກໍ່ສ້າງສະຖານີ ອ້າງອີງການວັດແທກແບບຕໍ່ເນື່ອງ ດ້ວຍສັນຍານດາວທຽມ (CORS) ຢູ່ໃນເຂດເທສະບານເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ເຫັນດີກ່ຽວກັບການຮ່ວມມືທາງດ້ານວິຊາການ ໃນເດືອນມີນາ 2017 ທີ່ຜ່ານມາ.
ຜົນປະໂຫຍດທີ່ຈະໄດ້ຮັບຈາກການຮ່ວມມືແມ່ນມີຫຼາຍດ້ານຄື: ການກໍ່ສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດໃຫ້ແກ່ພະນັກງານພະແນກພາຍໃນຫ້ອງການພາຍໃນເມືອງ 9 ເມືອງ ແລະ ພະແນກການຕ່າງໆທີ່ກ່ຽວຂ້ອງ ລວມທັງອົງການປົກຄອງບ້ານ ເມືອງ ແລະ ນະຄອນຫຼວງ ຈະໄດ້ຮັບການຊ່ວຍເຫຼືອທາງດ້ານເຄື່ອງມືວັດຖຸອຸປະກອນ ແລະ ພາຫະນະທີ່ຈຳເປັນ ເພື່ອນຳໃຊ້ເຂົ້າໃນວຽກງານການສຳຫຼວດວັດແທກການສ້າງແຜນທີ່ ແລະ ລະບົບຂ່າວສານພູມສາດຢູ່ ນວ ນອກນີ້ ຍັງເປັນການສ້າງເງື່ອນໄຂໃຫ້ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ສາມາດດຶງດູດເອົາທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໂດຍການສ້າງເປັນໂຄງການຕ່າງໆ ເຊັ່ນ: ໂຄງການສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດໃຫ້ແກ່ພະແນກການຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງຂັ້ນບ້ານ ເມືອງ ແລະ ນະຄອນຫຼວງວຽງຈັນ ໂຄງການແກ້ໄຂບັນຫາເຂດແດນເຊື່ອມຕໍ່ລະຫວ່າງບ້ານກັບບ້ານ ເມືອງກັບເມືອງ ແລະ ແຂວງກັບນະຄອນຫຼວງ ໂຄງການສ້າງແຜນທີ່ລະບົບຕົວເລກ ແລະ ແຜນນຳພາທາງໂຄງການສ້າງລະບົບຂ່າວສານພູມສາດ ຢູ່ນະຄອນຫຼວງວຽງຈັນ ແລະ ໂຄງການອື່ນໆ.
ດັ່ງນັ້ນ ທັງສອງຝ່າຍຈຶ່ງເຊັນຂໍ້ຕົກລົງຮ່ວມມືກັນ ລະຫວ່າງທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນ ນວ ແລະ ທ່ານ ຈານຮົງຍວນ ຜູ້ຈັດການ ບໍລິສັດ ສະເປັກໄອລາວ ເຊິ່ງມີທ່ານ ບົວສົດ ສຸວັນນະກຸມມານ ຫົວໜ້າກົມແຜນທີ່ແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. (ຂ່າວໜັງສືພິມວຽງຈັນໃຫ່ມ)
ຮ່ວມມືສຳຫຼວດວັດແທກ ການສ້າງແຜນທີ່ໃນນະຄອນຫຼວງ
Reviewed by makarow
on
6:29:00 PM
Rating:

