ຂ່າວດ່ວນ

ຂ່າວອື່ນໆ

random

ຍຂທ ເລັ່ງຈັດສັນຄວາມເປັນລະບຽບຕາມເສັ້ນທາງ ຮອງຮັບເຈົ້າພາບກອງປະຊຸມສຳຄັນ

ຍຂທ ເລັ່ງຈັດສັນຄວາມເປັນລະບຽບຕາມເສັ້ນທາງ ຮອງຮັບເຈົ້າພາບກອງປະຊຸມສຳຄັນ ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງ​ຈັນ ໄດ້ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ໂດຍ​ສະເພາະ​ແມ່ນ​ໜ່ວຍງານ​ຕຳຫຼວດ​ຈະລາຈອນ ແລະ ຫ້ອງການ ​ຍທຂ 6 ເມືອງ ຈັດ​ຕັ້ງປະຕິບັດ​ວຽກ​ງານ​ຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຕາມ​ເສັ້ນທາງ​ສາຍ​ສຳຄັນ ເພື່ອ​ຮອງ​ຮັບ​ການ​ເປັນ​ເຈົ້າພາບ​ເຈົ້າ​ໜ້າທີ່​ອາວຸ​ໂສດ້ານ​ການທ່ອງທ່ຽວ ແລະ ກອງ​ປະຊຸມ​ສຸດ​ຍອດນະຄອນ​ປະເທດ​ລຸ່ມ​ແມ່ນ້ຳ​ຂອງ​ ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງຈັນ ໃນ​ປີ 2018.
ວັນ​ທີ 4 ພຶດສະພາ 2017 ຢູ່​ທີ່​ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ທ່ານ ບຸນ​ຈັນ ແກ້ວ​ສີ​ທຳມະ ຮອງ​ຫົວໜ້າ​ພະ​ແນກ ​ຍທຂ ນະຄອນຫຼວງ ໄດ້​ຮ່ວມ​ຫາລື​ກັບພາກສ່ວນ​ກ່ຽວຂ້ອງ ເພື່ອ​ພ້ອມກັນ​ກຳນົດ​ແຜນ​ວຽກ​ ການຈັດຕັ້ງປະຕິບັດ​ວຽກ​ງານ​ຈັດ​ສັນ​ຄວາມເປັນ​ລະບຽບ​ຢູ່​ຕາມ 21 ເສັ້ນທາງສາຍ​ຫຼັກຂອງ 6 ເມືອງ ຢູ່​ນະຄອນ​ຫຼວງ​ວຽງ​ຈັນ ປະກອບ​ມີເສັ້ນທາງ​ສາຍ​ສຳຄັນ​ຢູ່​ເມືອງ​ສີໂຄດ​ຕະບອງ ສີ​ສັດຕະ​ນາກ ຈັນທະ​ບູ​ລີ ໄຊ​ເຊດ​ຖາ ຫາດ​ຊາຍຟອງ ແລະ ເມືອງ​ໄຊ​ທານີ ໂດຍການ​ຫາລື​ຄັ້ງ​ນີ້ ໄດ້​ລົງ​ເລິກ​ເຂົ້າໃນ​ການ​ແກ້​ໄຂ​ບັນຫາ​ການ​ຂາຍເຄື່ອງ​ຕາມ​ແຄມ​ທາງ ການ​ຕໍ່ເທີບເງີບທີ່​ບໍ່​ຖືກຕ້ອງ ບັນຫາເລື່ອງ​ປ້າຍ​ໂຄສະນາ​ທີ່​ຜິດ​ທັງ​ຕົວໜັງສື ແລະ ສະຖານທີ່​ຕັ້ງ ພ້ອມກັບ​ບັນຫາ​ການ​ສັນຈອນ ໂດຍ​ສະເພາະແມ່ນ​ການ​ຈອດ​ລົດ​ບໍ່​ເປັນລະບຽບ ຈອດ​ລົດ​ຕາມ​ທາງ​ຄົນຍ່າງ.
ຍຂທ ເລັ່ງຈັດສັນຄວາມເປັນລະບຽບຕາມເສັ້ນທາງ ຮອງຮັບເຈົ້າພາບກອງປະຊຸມສຳຄັນ Reviewed by makarow on 6:30:00 PM Rating: 5

Contact Form

Name

Email *

Message *

Powered by Blogger.