ຂ່າວດ່ວນ

ຂ່າວອື່ນໆ

random

ມາຄຣອງ ຊະນະເລືອກຕັ້ງ ປະທານາທິບໍດີຝລັ່ງ ແບບຂາດລອຍ


 
 ຜົນການນັບຂະແນນການເລືອກຕັ້ງ ປະທານາທິບໍດີ ຂອງຝລັ່ງ ປາກົດວ່າ ທ່ານ ເອມານູເອວ ມາຄຣອງ ໄດ້ເປັນປະທານາທິບໍດີຄົນໃຫ່ມຂອງ ຝລັ່ງ ທີ່ມີອາຍຸນ້ອຍທີ່ສຸດພຽງ 39 ປີ

ຜົນການນັບຂະແນນຢ່າງບໍ່ເປັນທາງການຂອງການເລືອກຕັ້ງຝລັ່ງເສດຮອບສອງຊີ້ວ່າ ທ່ານ ມາຄຣອງ ຜູ້ສະມັກສາຍກາງຈາກພັກ ອິດສະຫລະ ໄດ້ຮັບຄະແນນສຽງ 65.5 ສ່ວນຮ້ອຍ ຂະນະທີ່ ທ່ານນາງ ມາຮີນ ລູແປງ ຄູ່ແຂ່ງຈາກພັກ ແນວຮ່ວມແຫ່ງຊາດຝ່າຍຂວາ ໄດ້ຂະແນນ 34.5 ສ່ວນຮ້ອຍ ເຮັດໃຫ້ທ່ານ ມາຄຣອງ ໄດ້ເປັນປະທານາທິບໍດີຄົນໃຫ່ມຊອງຝລັ່ງ ທີ່ມີອາຍຸນ້ອຍທີ່ສຸດໃນໄວພຽງ 39 ປີ ແລະເປັນປະທານາທິບໍດີຄົນທຳອິດທີ່ບໍ່ໄດ້ມາຈາກພັກການເມືອງຫລັກສອງພັກ
 ທ່ານມາຄຣອງໄດ້ກ່າວຂອບໃຈປະຊາຊົນທີ່ໃຫ້ການສະໜັບສະໜຸນເຂົາ ຢູ່ບໍລິເວນດ້ານຫນ້າພິພິດຕະພັນຣູຟ ໃຈກາງນະຄອນຫລວງປາລີ ແລະໃຫ້ສັນຍາວ່າເຂົາຈະທຸ່ມເທເຮັດວຽກໃນຖານະປະທານາທິບໍດີຕະຫລອດ 5 ປີ ເພື່ອຢຸດຕິການແບ່ງແຍກ ທີ່ກຳລັງບ່ອນທຳລາຍຝລັ່ງເສດ
ດ້ານ ທ່ານນາງມາຣີນ ລູແປງ ໄດ້ກ່າວຍອມຮັບຄວາມຝ່າຍແພ້ ແລະສະແດງຄວາມຍິນດີຕໍ່ທ່ານ ມາຄຣອງ ແລະຂໍໃຫ້ເຂົາປະສົບຄວາມສຳເລັດ ຕໍ່ການແກ້ໄຂບັນຫາຂອງປະເທດຫລາຍຢ່າງທີ່ເຂົາຈະຕ້ອງປະເຊີນ  ພ້ອມກັບຂອບໃຈຊາວຝລັ່ງເສດ ກ່ວາ 11 ລ້ານຄົນທີ່ລົງຄະແນນໃຫ້

ຫລັງຈາກນີ້ຈະມີການປະກາດຊື່ຜູ້ຊະນະການເລືອກຕັ້ງຢ່າງເປັນທາງການໃນວັນທີ 11 ພຶດສະພາ ແລະໃນເວລາທ່ຽງຄືນຂອງ ວັນທີ 14 ພຶດສະພາ ທ່ານ ຟຣອງຊົວ ອອນລອງ ປະທານາທິບໍດີຝລັ່ງ ຄົນປະຈຸບັນ ຈະຫມົດວາລະລົງ ສ່ວນທ່ານ ມາຄຣອງ ຈະຂື້ນມາຮັບຕຳແໜ່ງຕໍ່ ແລະຈະມີການແຕ່ງຕັ້ງນາຍົກລັດຖະມົນຕີຕໍ່ໄປ ແລ້ວຈຶ່ງຈະມີການເລືອກຕັ້ງ ສະມາຊິກສະພາ ຈຳນວນ 577 ບ່ອນນັ່ງ ໃນວັນທີ 11 ແລະ 18 ມີຖຸນາ
ພາບ: AP
ມາຄຣອງ ຊະນະເລືອກຕັ້ງ ປະທານາທິບໍດີຝລັ່ງ ແບບຂາດລອຍ Reviewed by makarow on 5:55:00 PM Rating: 5

Contact Form

Name

Email *

Message *

Powered by Blogger.