ສປ ຈີນ ຊ່ວຍເຫຼືອໂຄງການປ້ອງກັນ-ຄວບຄຸມການລະບາດຂອງຕັກແຕນ

ພິທີລົງນາມມອບ-ຮັບເຄື່ອງອຸປະກອນຂອງໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານ ສປ ຈີນ ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນ ຝູງໄມ້ປ່ອງ ຊຸດທີ 2 ຈັດຂຶ້ນວັນທີ 4 ພຶດສະພາ 2017 ທີ່ສູນປ້ອງກັນພືດ ທີ່ນະຄອນຫຼອງວຽງຈັນ ລະຫວ່າງທ່ານ ຫວັງສີ ໂຫຍ່ ທູດເສດຖະກິດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ມີທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສີຣິພົນ ພິທັກສູນ ຫົວໜ້າສູນປ້ອງກັນພືດກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ສຳລັບວັດຖຸອຸປະກອນ ແລະ ພາຫະນະຕ່າງໆທີ່ນຳມາຊ່ວຍເຫຼືອງວດທີ 2 ນີ້ ລວມມີພາຫະນະ ຈຳນວນ 21 ຄັນ ອຸປະກອນສີດພົ່ນຢາປາບສັດຕູພືດ 1.100 ເຄື່ອງ ຊຸດປ້ອງກັນ 1.000 ຊຸດ ແລະ ເຄື່ອງມືຮັບໃຊ້ການສຳຫຼວດຈຳນວນໜຶ່ງ.
ສປ ຈີນ ຊ່ວຍເຫຼືອໂຄງການປ້ອງກັນ-ຄວບຄຸມການລະບາດຂອງຕັກແຕນ
Reviewed by makarow
on
6:04:00 PM
Rating:
Reviewed by makarow
on
6:04:00 PM
Rating:


