ປກສ ແຂວງຊຽງຂວາງ ສະຫຼຸບການເກີດອຸບັດຕິເຫດຕາມທ້ອງຖະໜົນ ປີ 2016
- ໃນປີ 2016 ຜ່ານມາ, ທົ່ວແຂວງຊຽງຂວາງ ມີອຸບັດຕິເຫດຕາມທ້ອງຖະໜົນເກີດຂຶ້ນທັງໝົດ 105 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 83 ຄັນ, ເປ່ເພສົມຄວນ 89 ຄັນ, ໃຊ້ການບໍ່ໄດ້ 19 ຄັນ; ຄົນໄດ້ຮັບບາດເຈັບເລັກໜ້ອຍ
59 ຄົນ, ເຈັບສົມຄວນ 40 ຄົນ,
ສາຫັດ 30 ຄົນ ແລະ ເສຍຊີວິດ 21
ຄົນ, ລວມມູນຄ່າເສຍຫາຍທັງໝົດ 40.69600.000 ກີບ; ທຽບໃສ່ປີ
2015 ອຸບັດຕິເຫດຕາມທ້ອງຖະໜົນ
ເພີ່ມຂຶ້ນ 48 ຄັ້ງ, ຄົນເສຍຊີວິດເພີ່ມຂຶ້ນ
14 ຄົນ. ສາເຫດຫຼັກແມ່ນການໃຊ້ຄວາມໄວເກີນກຳນົດ ແລະ ດື່ມສິ່ງມຶນເມົາແລ້ວຂັບຂີ່.
- ເມື່ອເຫັນໂຕເລກດັ່ງກ່າວແລ້ວ, ຈຶ່ງຮຽກຮ້ອງເຖິງພໍ່-ແມ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ຖ້າຫາກບໍ່ຕ້ອງການໃຫ້ສະຖິຕິທີ່ບໍ່ດີແບບນີ້ເພີ່ມຂຶ້ນທຸກປີ ກໍຄວນຊ່ວຍກັນໂຄສະນາສຶກສາອົບຮົມລູກ-ຫຼານ, ຍາດພີ່ນ້ອງ ໃຫ້ຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນຕາມທ້ອງຖະໜົນຢ່າງເຂັ້ມງວດເດີ!
(ຫນັງສືພິມ ປກສ)
ປກສ ແຂວງຊຽງຂວາງ ສະຫຼຸບການເກີດອຸບັດຕິເຫດຕາມທ້ອງຖະໜົນ ປີ 2016
Reviewed by makarow
on
1:26:00 AM
Rating:
Reviewed by makarow
on
1:26:00 AM
Rating:


