ຂ່າວດ່ວນ

ຂ່າວອື່ນໆ

random

ກວດກູ້-ທຳລາຍລະເບີດ ຕາມເສັ້ນທາງການກໍ່ສ້າງລົດໄຟ ລາວ-ຈີນ


ກວດກູ້-ທຳລາຍລະເບີດ ຕາມເສັ້ນທາງການກໍ່ສ້າງລົດໄຟ ລາວ-ຈີນ ກະຊວງ​ປ້ອງ​ກັນ​ປະເທດ ໄດ້ແຕ່ງຕັ້ງ​ກຳລັງ​ພົນ ເພື່ອ​ຈັດ​ຕັ້ງປະຕິບັດ​ການ​ກວດ​ກູ້ ແລະ ທຳລາຍ​ລະເບີດ​ບໍ່​ທັນ​ແຕກ​ ຕົກ​ຄ້າງຕາມ​ເສັ້ນທາງ​ໂຄງການ​ກໍ່ສ້າງທາງ​ລົດໄຟ​ລາວ-ຈີນ ແຕ່​ບໍ່​ເຕັນ-ນະຄອນຫຼວງ​ວຽງ​ຈັນ ໃນ​ນັ້ນ ຈະນຳ​ໃຊ້​ກຳລັງ​ວິຊາ​ການ ແລະ ບໍ​ລິຫານ ຈຳນວນ 1 ໝວດ​ກວດ​ກູ້ ແລະ ທຳລາຍ​ລະເບີດ​ທາງບົກ 1 ໝວດ​ກວດ​ກູ້ ແລະ ທຳລາຍ​ລະເບີດ​ທາງນ້ຳ ພ້ອມ​ກັບ 6 ກອງ ກວດ​ກູ້ ແລະ ທຳລາຍ​ລະເບີດປະຈຳ​ຢູ່​ແຕ່​ໄລຍະ​ທາງ ເຊິ່ງ​ໃນແຕ່​ລະ​ໜ່ວຍ​ງານ​ມີ​ໝວດ​ວິຊາການ​ປະຈຳ​ຢູ່ (QC) ມີ​ຈຳນວນພົນ​ທັງ​ໝົດ 340 ກວ່າ​ຄົນ ໂດຍຈະ​ນຳ​ໃຊ້​ອຸປະກອນ​ກົນ​ຈັກ​ໜັກ ພ້ອມ​ກັບ​ເຄື່ອງມື​ກວດ​ກູ້​ລະເບີດ ທັງ​ທາງບົກ-ນ້ຳທີ່​ມີ​ຄຸນະພາບ ເພື່ອ​ຮັບປະກັນ​ໃຫ້​ການຈັດຕັ້ງ​ປະຕິ​ບັດ​ວຽກ​ງານ ປະສົບ​ຜົນສຳເລັດຕາມ​ຄາດໝາຍ​ວາງ​ໄວ້.
ພິທີ​ເປີດ​ການ​ກວດ​ກູ້ ແລະ ທຳລາຍ​ລະເບີດ​ບໍ່​ທັນ​ແຕກ ​ໃນພື້ນ​ທີ່​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ແຕ່​ບໍ່​ເຕັນ-ນະຄອນ​ຫຼວງ​ວຽງ​ຈັນ ຈັດ​ຂຶ້ນ​ວັນ​ທີ 4 ມັງກອນ 2017 ຢູ່​ກະຊວງປ້ອງ​ກັນ​ປະເທດ ມີ​ທ່ານ ພົນ​ໂທ ຈັນ​ສະໝອນ ຈັນ​ຍາ​ລາດ ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດ​ຖະມົນຕີກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ພ້ອມ​ດ້ວຍ​ຜູ້​ຕາງໜ້າ​ຈາກ​ອົງ​ການຈັດຕັ້ງ​ສາກົນ ພະນັກງານ-ວິຊາ​ການ​ກ່ຽວຂ້ອງ ເຂົ້າ​ຮ່ວມ.
ກວດກູ້-ທຳລາຍລະເບີດ ຕາມເສັ້ນທາງການກໍ່ສ້າງລົດໄຟ ລາວ-ຈີນ Reviewed by makarow on 7:12:00 PM Rating: 5

Contact Form

Name

Email *

Message *

Powered by Blogger.