ລາວ-ຫວຽດນາມ ເລັ່ງແກ້ໄຂບັນຫາຜູ້ຍົກຍ້າຍພູມລຳເນົາຕາມລຳພັງໃຈ
ກອງປະຊຸມສາມັນປະຈຳປີ
ຄັ້ງທີ 16 ຂອງຄະນະຜູ້ແທນຊາຍແດນລາວ-ຫວຽດນາມ ຈັດຂຶ້ນລະຫວ່າງວັນທີ
5-6 ມັງກອນ 2017 ຢູ່ໂຮງແຮມເມືອງແທງ ນະຄອນຫຼວງວຽງຈັນ ມີທ່ານ
ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ
ທ່ານ ເລ ຮວາຍ ຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ
ພ້ອມດ້ວຍຄະນະຜູ້ແທນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.ກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ຮັບຟັງລາຍງານຜົນຂອງການປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນສອງປະເທດ ການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 15 ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ການປະຕິບັດຂໍ້ຕົກລົງຂອງລັດຖະບານ ກ່ຽວກັບການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ການແຕ່ງດອງບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ ການຮ່ວມມືພັດທະນາເສດຖະກິດ-ສັງຄົມ ວັດທະນະທຳ ແລະ ທ່ອງທ່ຽວຢູ່ຕາມບໍລິເວນຊາຍແດນ ລວມທັງການໂຄສະນາເຜີຍແຜ່ກົດໝາຍກ່ຽວກັບຊາຍແດນ ແລະ ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ຫຼັກໝາຍຊາຍແດນສອງປະເທດ ລາວ-ຫວຽດນາມ ເປັນຕົ້ນ.
ໂອກາດນີ້ ສອງຝ່າຍຍັງຮ່ວມລົງນາມກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ ໂດຍລາວ-ຫວຽດນາມ ຕົກລົງສືບຕໍ່ຮ່ວມມືລົງເລິກ ໃນການຄຸ້ມຄອງຊາຍແດນ ແລະ ປົກປັກຮັກສາຫຼັກໝາຍຊາຍແດນ ວຽກງານການປະຕິບັດສັນຍາວ່າດ້ວຍລະບຽບການຊາຍແດນ ດ່ານຊາຍແດນ ເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ການຈັດຕັ້ງປະຕິບັດ ແລະ ຮ່ວມມືພັດທະນາເສດຖະກິດ-ສັງຄົມຢູ່ບໍລິເວນຊາຍແດນ ໂດຍສະເພາະແມ່ນການເພີ່ມທະວີວຽກງານພັດທະນາດ່ານ ການພັດທະນາລະບົບເສັ້ນທາງຄົມມະນາຄົມ ການພັດທະນາການຄ້າຊາຍແດນ ການຮ່ວມມືດ້ານວັດທະນະທຳ ທ່ອງທ່ຽວ ແລະ ກີລາຂອງສອງຊາດລາວ-ຫວຽດນາມ ໃຫ້ນັບມື້ຂະຫຍາຍຕົວ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໄລຍະໃໝ່ຂອງພັກ-ລັດຖະບານສອງປະເທດ ກໍ່ຄືການສ້າງຄວາມເຂັ້ມແຂງໃນພາກພື້ນ ໃນຍຸກປະຊາຄົມອາຊຽນໃນປັດຈຸບັນ.
ລາວ-ຫວຽດນາມ ເລັ່ງແກ້ໄຂບັນຫາຜູ້ຍົກຍ້າຍພູມລຳເນົາຕາມລຳພັງໃຈ
Reviewed by makarow
on
7:11:00 PM
Rating:

