ຂ່າວດ່ວນ

ຂ່າວອື່ນໆ

random

ພິທີເປີດນຳໃຊ້ເຂື່ອນໄຟຟ້າເຊເສັດ 3



ພິທີເປີດນຳໃຊ້ເຂື່ອນໄຟຟ້າ ເຊເສັດ 3 ໄດ້ຈັດຂຶ້ນໃນວັນທີ6 ມັງກອນ ນີ້, ທີ່ແຂວງສາລະວັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງແຂວງຈໍາປາສັກ, ທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງ ແຂວງເຊກອງ, ທ່ານ ປອ ນາມ ວິຍະເກດ ເຈົ້າແຂວງ ແຂວງອັດຕະປື, ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ຜູ້ອຳນວຍການໃຫ່ຍ ບໍລິສັດຜະລິດໄຟຟ້າລາວມະຫາຊົນ ຕາງໜ້າຜູ້ອຳນວຍການບໍລິສັດນໍຣິນໂກ ພ້ອມດ້ວຍການນໍາແຂວງ, ເມືອງ,ບ້ານ ແລະ ພະນັກງານ, ລັດຖະກອນທົ່ວຂະແໜງພະລັງງານ ບໍ່ແຮ່ ເຂົ້າຮ່ວມ.

ທ່ານ ປອ. ຄໍາມະນີ ອິນທິລາດ,ກຳມະການສູນກາງພັກ ສະມາຊິກສະພາແຫ່ງຊາດ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ໃນຊຸມປີທີ່ຜ່ານມາຂະ ແໜງພະລັງງານບໍ່ແຮ່ໄດ້ດຳເນີນການວາງກອບຍຸດທະສາດເພື່ອພັດທະນາລະບົບໄຟຟ້າຢ່າງຖືກຕ້ອງຕາມແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກທີ່ໄດ້ກຳນົດອອກຢູ່ໃນມະຕິກອງປະຊຸມໃຫຍ່ ຂອງພັກແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ, ເປັນຕົ້ນແມ່ນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ ໂດຍນໍາໃຊ້ແຫຼ່ງນໍ້າທໍາມະຊາດຊຶ່ງແມ່ນທ່າແຮງທີ່ສໍາຄັນ ຂອງປະເທດຊາດ, ແນໃສ່ຈັດສັນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນໍ້າໃຫ້ມີປະສິດທິຜົນສູງ ຊຶ່ງປະກອບດ້ວຍບັນດາ ໂຄງການ, ແຜນງານທີ່ສຳຄັນ ແລະ ເປັນລະບົບຄົບຊຸດ,ມີທັງໄລຍະສັ້ນ,ໄລຍະ ກາງ ແລະ ໄລຍະຍາວ, ແນໃສ່ເພື່ອຜະລິດ ແລະ ສະໜອງກະແສໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການ ເພື່ອຊົມໃຊ້ຢູ່ພາຍໃນ, ເພີ່ມທະວີການສົ່ງອອກໃຫ້ນັບມື້ເພີ່ມຂຶ້ນ, ບົນພື້ນຖານຮັບປະກັນການພັດທະນາ ພະລັງງານໄຟຟ້າ ແບບເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ. ດັ່ງຄຳຂັວນຂອງກະຊວງພະລັງງານ ແລະບໍ່ແຮ່ທີ່ວ່າ: “ພັດທະນາພະລັງງານ ແລະບໍ່ແຮ່ຕາມທິດຫັນເປັນອຸດສາຫະກຳແລະທັນສະໄໝຂຸດ ຄົ້ນແລະ ນຳໃຊ້ທ່າແຮງຊັບພະຍາກອນທຳມະຊາດ ໃຫ້ຮັບປະກັນຄວາມຍືນຍົງ,ສົ່ງເສີມຫົວໜ່ວຍ ເສດຖະກິດຂອງ ຊາດໃຫ້ເຂັ້ມແຂງ, ຍູ້ແຮງການສະໜອງໄຟຟ້າຮັບໃຊ້ພາຍໃນໃຫ້ພຽງພໍ ແລະໝັ້ນຄົງ, ເຊື່ອມໂຍງ ແລກປ່ຽນພະລັງງານກັບປະເທດເພື່ອນບ້ານ ແລະພາກພື້ນ, ພັດທະນາພະລັງງານ ແລະບໍ່ແຮ່ ເພີ່ມຂຶ້ນດ້ວຍສີຂຽວ ແລະສົດໃສ” ເຊິ່ງພວກເຮົາເຫັນໄດ້ວ່າຜົນສຳເລັດຂອງໂຄງການເຂື່ອນໄຟ ຟ້າເຊເສັດ 3 ແມ່ນຜົນສໍາເລັດທີ່ສໍາຄັນແລະ ເປັນພື້ນຖານໃນການສືບຕໍ່ພັດທະນາ ອຸດສາຫະກຳໄຟຟ້າ ຢູ່ປະເທດລາວໃຫ້ຂະຫຍາຍຕົວຢ່າງເປັນລະບົບຕໍ່ເນື່ອງປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດເປັນຕົ້ນ ແມ່ນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ ດີຂຶ້ນ,ຊຶ່ງໃນສະເພາະໜ້ານີ້ຈະເປັນເງື່ອນໄຂທີ່ສໍາຄັນປະກອບສ່ວນເຂົ້າໃນການເຮັດທົດລອງວຽກງານ 3 ສ້າງຄື:ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ,ສ້າງພື້ນຖານອັນໜັກແໜ້ນເພື່ອເຮັດໃຫ້ ສປປ ລາວ ກາຍເປັນໃຈ ກາງດ້ານພະລັງງານໃນອະນາຄົດ.

ທ່ານບຸນອູ້ມ ສີວັນເພັງ ຜູ້ອຳນວຍກາຍໃຫຍ່ລັດວິສະຫະກິດໄຟຟ້າລາວ ກ່າວວ່າ: ໂຄງການເຂື່ອນ ໄຟຟ້າເຊເສັດ 3 ແມ່ນ1 ໃນບັນດາໂຄງການທີ່ລັດວິສາຫະກິດໄຟຟ້າລາວກຳລັງດຳເນີນການກໍ່ ສ້າງຢູ່ໃນປະຈຸບັນນີ້. ໂຄງການນີ້ມີກຳລັງຕິດຕັ້ງ 23 MW ສາມາດຜະລິດກະແສໄຟຟ້າໄດ້ຕໍ່ປີ ມູນຄ່າການກໍ່ສ້າງທັງໝົດ 50,7 ລ້ານໂດລາໂດຍທຶນກູ້ຢືມຈາກ ທະນາຄານ EXIM BANK ແຫ່ງ ສປ. ຈີນ ຮັບເໝົາກໍ່ສ້າງໂດຍ ບໍລິສັດ NORINCO ເລີ່ມການກໍ່ສ້າງໃນວັນທີ  17/1/2014 ແລະ ສໍາເລັດ ກ່ອນແຜນການ 25/7/2016.ດ້ວຍຄວາມຮັບຜິດຊອບສູງຂອງຄະນະນຳ ລັດວິສາຫະກິດໄຟຟ້າລາວ, ຄະນະໂຄງການ ແລະວິຊາການ ທີ່ໄດ້ສູ້ຊົນ ບຸກບືນສຸມທຸກເຮື່ອແຮງ ສະຕິປັນຍາ ບວກກັບການ ສະໜັບສະໜູນການຮ່ວມມືທີ່ດີ ຈາກອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ຂອງແຂວງຈໍາປາ ສັກ ແລະແຂວງສາລະວັນ ຈຶ່ງເຮັດໃຫ້ການກໍ່ສ້າງສຳເລັດກ່ອນແຜນການ.ໂຄງການດັ່ງກ່າວໄດ້ເລີ່ມ ຕົ້ນຜະລິດກະແສໄຟຟ້າ ໃນວັນທີ 25 ເດືອນກໍລະກົດ 2016,ຮອດປະຈຸບັນສາມາດຜະລິດກະແສໄຟຟ້າ ໄດ້ທັງໝົດ 27 ລ້ານກິໂລວັດໂມງ, ຄິດເປັນເງິນ 10 ຕື້ກີບ.

ທ່ານຫວັງເຢ້ວຖ່າວ ຜູ້ອຳນວຍການໃຫຍ່ ບໍລິສັດ NORINGO ໄດ້ກ່າວວ່າ:ໂຄງການເຂື່ອນໄຟຟ້າເຊ ເສັດ3ແມ່ນນອນຢູ່ໃນແຜນການພັດທະນາເຂື່ອນໄຟຟ້າຢູ່ແມ່ນໍ້າເຊເສັດ,ນີ້ແມ່ນໂຄງການເຂື່ອນໄຟຟ້ານໍ້າຕົກແຫ່ງທີສາມ ທີ່ລັດວິສາຫະກິດໄຟຟ້າລາວໄດ້ສຳເລັດການກໍ່ສ້າງຕໍ່ຈາກໂຄງການເຂື່ອນ ໄຟຟ້າເຊເສັດ1ແລະເຊເສັດ2.ການກໍ່ສ້າງແລະການບໍລິຫານຂອງໂຄງການນີ້ໄດ້ຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ,ຈະສະໜອງພະລັງງານສະອາດເພື່ອການພັດທະນາເສດຖະກິດຂອງລາວແລະສ້າງຜົນປະໂຫຍດໃນໄລຍະຍາວໃຫ້ແກ່ ສປປ ລາວ.
ພິທີເປີດນຳໃຊ້ເຂື່ອນໄຟຟ້າເຊເສັດ 3 Reviewed by makarow on 6:59:00 PM Rating: 5

Contact Form

Name

Email *

Message *

Powered by Blogger.