ຂ່າວດ່ວນ

ຂ່າວອື່ນໆ

random

ລັດຖະບານລາວອາດຢຶດລົດ 5.000 ກວ່າຄັນພາຍຫລັງພົບການນໍາເຂົ້າຜິດກົດໝາຍ --------------------------------



ຂປລ. ລັດຖະບານລາວເຫັນດີເປັນເອກະພາບໃຫ້ຢຶດລົດລັກລອບນໍາເຂົ້າຜິດກົດໝາຍຈາກປະເທດໃກ້ຄຽງແລ້ວນໍາເຂົ້າມາຈໍາໜ່າຍຢູ່ ສປປ ລາວ ຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງເປີດເຜີຍໃນວັນທີ 25 ມັງກອນ 2017 ນີ້ວ່າໄດ້ພົບລົດນໍາເຂົ້າບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ ຈໍານວນ 5.639 ຄັນອາດມີຄວາມສ່ຽງສູງທີ່ຈະຖືກຢຶດເປັນຂອງລັດ.
ກອງປະຊຸມລັດຖະບານສະໄໝສາມັນ  ແລະ ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ປະຈໍາເດືອນ ມັງກອນ 2017 ໄດ້ປິດລົງຢ່າງເປັນທາງການໃນວັນທີ 25 ມັງກອນ 2017 ນີ້ ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ ພາຍຫລັງໄດ້ດໍາເນີນແຕ່ວັນທີ 23 ມັງກອນ ເຊິ່ງຜົນຂອງປະຊຸມຄັ້ງນີ້ໄດ້ສຸມໃສ່ປຶກສາຫາລື ແລະ ຕົກລົງຮັບຮອງເອົາບັນຫາສໍາຄັນຂອງຊາດ ເຊິ່ງໜຶ່ງໃນນັ້ນເປັນບັນຫາຮີບດ່ວນຄືລັດຖະບານປຶກສາຫາລື ແລະ ຄົ້ນຄົ້ວໂດຍມຸ່ງໃສ່ປະເດັ່ນການລັກລອບນໍາເຂົ້າລົດຜິດກົດໝາຍຈາກຕ່າງປະເທດ.

ພ້ອມນີ້ ກອງປະຊຸມດັ່ງກ່າວກໍເຫັນດີມອບໃຫ້ກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລົງເລິກກວດກາ ແລະ ແກ້ໄຂລົດ ທີ່ນໍາເຂົ້າບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ ຈໍານວນ 5.639 ຄັນ ໃຫ້ສໍາເລັດ, ສໍາລັບລົດທີ່ມີການລັກລອບຈາກປະເທດໃກ້ຄຽງ ແລ້ວນໍາເຂົ້າມາຈໍາໜ່າຍຢູ່ລາວ ທີ່ຜິດກົດໝາຍ, ຖ້າກວດເຫັນ ແມ່ນໃຫ້ຢຶດ ແລະ ປະຕິບັດຕາມລະບຽບກົດໝາຍ ແລ້ວນໍາສົ່ງກັບຄືນປະເທດດັ່ງກ່າວ ໂດຍມີການມອບ-ຮັບເປັນທາງການຄັກແນ່; ສໍາລັບການນໍາເຂົ້າລົດ ທີ່ມີການປອມແປງເອກະສານ ແມ່ນໃຫ້ຢຶດເປັນຂອງລັດ ແລະ ໃຫ້ດໍາເນີນມາດຕະການຕໍ່ຜູ້ກະທໍາຜິດ ຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຖ້າບໍລິສັດໃດ ຫາກກະທໍາຜິດ ກໍໃຫ້ຖອນໃບທະບຽນວິສາຫະກິດ ຂອງບໍລິສັດດັ່ງກ່າວ; ເຫັນດີໃຫ້ກະຊວງການເງິນ ແຕ່ງຕັ້ງ 02 ໜ່ວຍງານ ເພື່ອດໍາເນີນການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງຄື: ໜ່ວຍງານກວດກາ ແລະ ໜ່ວຍງານເກັບກູ້; ສໍາລັບລົດທີ່ນໍາເຂົ້າບໍ່ຖືກຕ້ອງ ຢູ່ບັນດາແຂວງແມ່ນໃຫ້ປະຕິບັດຕາມມາດຕະການ ແກ້ໄຂທີ່ໄດ້ລະບຸໄວ້ໃນແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1943/ຫສນຍ.ກສສ, ລົງວັນທີ 08 ທັນວາ 2016. ເນື້ອໃນແຈ້ງການສະບັບດັ່ງກ່າວ ໄດ້ລະບຸໄວ້ວ່າ: “ເພື່ອຮັບປະກັນໃຫ້ແກ່ການແກ້ໄຂບັນຫາດັ່ງກ່າວໃຫ້ຂາດຕົວ, ບໍ່ໃຫ້ມີຊ່ອງວ່າງ ແລະ ໃຫ້ຖືກຕ້ອງຕາມກົດໝາຍ. ພາຫະນະອັນໃດທີ່ທາງຄະນະກໍາມະການຂັ້ນແຂວງ ໄດ້ຂຶ້ນບັນຊີຕີລາຄາແລ້ວ ກ່ອນວັນທີ 31 ທັນວາ 2015 ແມ່ນໃຫ້ປະຕິບັດຕາມລາຄາກາງ ທີ່ກໍານົດໃນຂໍ້ຕົກລົງ ສະບັບເລກທີ 2320/ກງ, ລົງວັນທີ 22 ທັນວາ 2003 ຂອງກະຊວງການເງິນ, ສ່ວນພາຫະນະອັນໃດທີ່ແຈ້ງຫຼັງວັນທີ 31 ທັນວາ 2015 ແມ່ນໃຫ້ປະຕິບັດຕາມລາຄາຊື້-ຂາຍຕົວຈິງ ແລະ ໃຫ້ນໍາໃຊ້ມາດຕະການປັບໃໝ ຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ຖ້າເຈົ້າຂອງພາຫະນະ ບໍ່ຍິນຍອມ ແມ່ນໃຫ້ດໍາເນີນການຮິບມາເປັນຂອງລັດ ຕາມກົດໝາຍກໍານົດ.” ສໍາລັບລົດນໍາເຂົ້າ ເພື່ອສົ່ງອອກໄປປະເທດທີ 3 ຢູ່ດ່ານພາສີສາກົນຂົວມິດຕະພາບ 1 (ດ່ານພາສີສາງທ່ານາແລ້ງ) ຈໍານວນ 1.947 ຄັນ, ລົດທີ່ນໍາເຂົ້າກາຍກໍານົດ 4 ເດືອນ ຈໍານວນ 435 ຄັນ ແມ່ນເຊີນເອົາບໍລິສັດມາກ່າວເຕືອນກ່ອນ ແລະ ໃຫ້ກໍານົດເວລາປະຕິບັດຕື່ມ ແລະ ຖ້າບໍ່ສາມາດປະຕິບັດໄດ້ ໃຫ້ຢຶດເປັນຂອງລັດ, ສ່ວນທີ່ຍັງເຫຼືອຖ້າບໍ່ນໍາອອກໄປຕາມກໍານົດເວລາ ແລະ ຄົບ 04 ເດືອນ ຄືກັບກໍລະນີຂ້າງເທິງ ກໍໃຫ້ຢຶດເປັນຂອງລັດ. ພ້ອມນັ້ນ ກໍໃຫ້ດໍາເນີນການກວດກາຄືນຄັກແນ່ ກ່ຽວກັບຈຸດປະສົງ ແລະ ເປົ້າໝາຍໃນການນໍາເຂົ້າລົດ ເພື່ອສົ່ງຕໍ່ໄປປະເທດທີ 3 ແລະ ເຊີນຜູ້ປະກອບການມາລຸໂລ່ງຄັກແນ່; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກວດກາຄືນສະພາບການອອກປ້າຍລົດ ບໍ່ຖືກຕ້ອງໃຫ້ບັນດາເປົ້າໝາຍຕ່າງໆ ທີ່ຂະແໜງການຕົນຮັບຜິດຊອບ ໃນໄລຍະຜ່ານມາ ເພື່ອລາຍງານລັດຖະ ບານ. ພ້ອມນັ້ນ, ກໍໃຫ້ຄົ້ນຄວ້າ ແລະ ກວດກາຄືນບັນດານິຕິກໍາໃນການຄຸ້ມຄອງປ້າຍ ແລະ ອອກທະບຽນລົດ ເພື່ອປັບປຸງໃຫ້ຮັດກຸມ ແລະ ຖືກຕ້ອງຕາມລະບຽບກົດໝາຍ; ໃຫ້ມີມາດຕະການດ້ານວິໄນຢ່າງເຂັ້ມງວດ ຕໍ່ບໍລິສັດ ທີ່ເຮັດຜິດກົດໝາຍ ແລະ ພະນັກງານລັດ ທີ່ສົມຮູ້ຮ່ວມຄິດໃນການນໍາເຂົ້າລົດບໍ່ຖືກຕ້ອງ ຕາມລະບຽບກົດໝາຍ.ຂປລ
ລັດຖະບານລາວອາດຢຶດລົດ 5.000 ກວ່າຄັນພາຍຫລັງພົບການນໍາເຂົ້າຜິດກົດໝາຍ -------------------------------- Reviewed by makarow on 8:14:00 PM Rating: 5

Contact Form

Name

Email *

Message *

Powered by Blogger.