ຈີນ ຕັດສິນຈຳຄຸກຕະຫຼອດຊີວິດ ຕໍ່ອະດີດຮອງປະທານກອງປະຊຸມປຶກສາການເມືອງປະຊາຊົນຈີນ
ສານດັ່ງກ່າວໃຫ້ຮູ້ວ່າ ທ່ານ ຊຸູວິນ ອາຍຸ 66 ປີ ຕ້ອງໂທດໃນຂໍ້ຫາຮັບສິນບົນ ສວຍໃຊ້ອຳນາດ ແລະ ຄອບຄອງຊັບສິນໃນປະລິມານທີ່ໃຫຍ່ໂຕ ຊຶ່ງເຂົາບໍ່ສາມາດໃຫ້ການຢ່າງຈະແຈ້ງເຖິງແຫຼ່ງທີ່ມາຂອງຊັບສິນນັ້ນ.
ທ່ານ ຊູວິນ ໄດ້ຍອມຮັບຕໍ່ການຮັບສິນບົນ 116 ລ້ານຢວນ (ເທົ່າກັບ 16,9 ລ້ານໂດລາສະຫະລັດ) ໃນໄລຍະປີ 2002-2014 ແລະ ຄອບຄອງຊັບສິນເປັນມູນຄ່າກວ່າ 80 ລ້ານຢວນ ໂດຍບໍ່ມີຄວາມຈະແຈ້ງຂອງແຫຼ່ງທີ່ມາ.
ຈີນ ຕັດສິນຈຳຄຸກຕະຫຼອດຊີວິດ ຕໍ່ອະດີດຮອງປະທານກອງປະຊຸມປຶກສາການເມືອງປະຊາຊົນຈີນ
Reviewed by makarow
on
5:58:00 PM
Rating:

