ຂ່າວດ່ວນ

ຂ່າວອື່ນໆ

random

ສຸຂະພາບດີຈາກພາຍໃນດ້ວຍນ້ຳມັນຖົ່ວເຫຼືອງ


ນ້ຳມັນຖົ່ວເຫຼືອ ຄືນ້ຳມັນພືດທີ່ຜ່ານການສະກັດຈາກຖົ່ວເຫຼືອງເພື່ອໃຫ້ໄດ້ນ້ຳມັນບໍລິສຸດອອກມາ ດ້ວຍຄຸນສົມບັດຂອງນ້ຳມັນຖົ່ວເຫຼືອງທີ່ເປັນກົດໄຂມັນຊະນິດບໍ່ອິ່ມໂຕສູງ ຊ່ວຍສົ່ງເສີມສຸຂະພາບຮ່າງກາຍອີກຫຼວງຫຼາຍ ທີ່ໃຜຫຼາຍຄົນຄົງບໍ່ເຄີຍຮູ້ມາກ່ອນ

– ຄວບຄຸມຄໍເລັດເຕີລອນ ຕາມທີ່ໄດ້ກ່າວໄວ້ໃນຂ້າງຕົ້ນວ່ານ້ຳມັນຖົ່ວເຫຼືອງໂດດເດັ່ນດ້ານໄຂມັນຊະນິດບໍ່ອິ່ມໂຕໃນປະລິມານສູງ ຈຶ່ງເຮັດໃຫ້ນ້ຳມັນຖົ່ວເຫຼືອງມີສ່ວນໃນການຊ່ວຍສົ່ງເສີມກົດໄຂມັນທີ່ຈຳເປັນຕໍ່ຮ່າງກາຍ ແລະຊ່ວຍຄວບຄຸມລະດັບຄໍເລັດເຕີລອນທີ່ບໍ່ດີໃນຮ່າງກາຍໄດ້ ໂດຍພົບວ່ານ້ຳມັນຖົ່ວເຫຼືອງມີສ່ວນໃນການຊ່ວຍສົ່ງເສີມກົດໄຂມັນທີ່ຈຳເປັນຕໍ່ຮ່າງກາຍ ແລະຊ່ວຍຄວບຄຸມລະດັບຄໍເລັດເຕີລອນໃນລຳໃສ້ລົງໄດ້ຫຼາຍກວ່າ 10-15% ແນ່ນອນວ່າຂໍ້ດີດັ່ງກ່າວຈະຊ່ວຍໃຫ້ຮ່າງກາຍລອດພົ້ນຈາກໂລກຫຼອດເລືອດຫົວໃຈ ຫຼືໂລກທີ່ກ່ຽວຂ້ອງລະບົບທາງເດີນເລືອດລົງໄດ້ຂ້ອນຂ້າງດີ

– ກະຕຸ້ນຄວາມຈຳ ນ້ຳມັນຖົ່ວເຫຼືອມີວິຕາມິນເຄ ທີ່ສາມາດຊ່ວຍປັບປຸງຫຼືບັນເທົາອາການໂລກອັນໄຊເມີ້ (Alzheimer’s Disease) ໃຫ້ດີຂື້ນໄດ້ ທັງຍັງຊ່ວຍບຳລຸງລະບົບຄວາມຈຳຕໍ່ເຊວປະສາດແລະສະໝອງໃຫ້ທຳງານໄດ້ດີຂື້ນດ້ວຍ

– ເສີມສ້າງກະດູກ ສືບເນື່ອງຈາກປະໂຫຍດຂອງວິຕາມິນເຄ ນອກຈາກບຳລຸງສະມອງແລ້ວ ຍັງຊ່ວຍກະຕຸ້ນການຈະເລີນເຕີບໂຕແລະແຄນຊ້ຽມໃນກະດູກໃຫ້ຫຼາຍຂື້ນ ຈຶ່ງຊ່ວຍຫຼຸດຄວາມສ່ຽງຂອງໂລກກະດູກຜຸໃນອະນາຄົດໄດ້ ທັງຍັງມີບົດບາດໃນການຊ່ວຍບໍ່ໃຫ້ຮ່າງກາຍຂັບແຄນຊ້ຽມອອກທາງຍ່ຽວ ແລະເພີ້ມຄວາມສາມາດໃນການຈັບແຄນຊ້ຽມເຂົ້າໄປໃສ່ໄວ້ໃນເນື້ອກະດູກໄດ້ອີກດ້ວຍ

– ບຳລຸງແລະສາຍຕາ ນ້ຳມັນຖົ່ວເຫຼືອງມີໂຄງສ້າງຂອງກົດໄຂມັນໂອເມກາ3 (Omega-3 Fatty Acid) ມີສ່ວນຊ່ວຍຫຼຸດຜົນກະທົບທີ່ກໍ່ໃຫ້ເກີດໂລກຈໍປະສາດຕາເສື່ອມແລະໂລກຕໍ້ກະຈົກ ພ້ອມທັງສານຕ້ານອະນຸມູນອິດສະຫຼະຈາກວິຕາມິນອີ ຊ່ວຍປົກປ້ອງເຍື່ອຫຸ້ມເຊວຜິວໜັງບໍ່ໃຫ້ບອບບາງຫຼາຍຂື້ນ ກະຕຸ້ນການປັບປຸງຜິວທ່ເສຍຫາຍ ເພີ້ມລະບົບພູມຄຸ້ມກັນແລະຊ່ວຍຈັດອະນຸມູນອິດສະຫຼະທີ່ກໍ່ໃຫ້ເກີດປັນຫາດ້ານຜິວພັນຕ່າງໆເຊັ່ນ ມະເຮັງ ຮ່ອງຮອຍກ່ອນໄວ

ນ້ຳມັນຖົ່ວເຫຼືອງເປັນປະເພດນ້ຳມັນທີ່ໃຫ້ປະໂຫຍດດ້ານໂພຊະນາການຢ່າງກວ້າງຂວາງ ທັງຍັງໂດດເດັ່ນທີ່ສຸດໃນບັນດາພືດຕະກຸນຖົ່ວຊະນິດອື່ນໆ ແມ້ນ້ຳມັນຖົ່ວເຫຼືອງຈະມີຊັບພະຄຸນຊ່ວຍກະຕຸ້ນລະບົບການທຳງານຂອງຮ່າງກາຍຕ່າງໆໄດ້ເປັນຢ່າງດີ ແຕ່ສ່ວນປະກອບຫຼັກຂອງອາຫານ 5 ໝູ່ ກໍ່ຈະເປັນປັດໃຈຮ່ວມທີ່ສຳຄັນຕໍ່ການພັດທະນາຄວາມແຂງແຮງໃຫ້ແກ່ຜູ້ບໍລິໂພກໃນທຸກໆດ້ານໄດ້ຢ່າງຄົບຖ້ວນ

ສຸຂະພາບດີຈາກພາຍໃນດ້ວຍນ້ຳມັນຖົ່ວເຫຼືອງ Reviewed by makarow on 8:14:00 PM Rating: 5

Contact Form

Name

Email *

Message *

Powered by Blogger.