ທ່ານຊິນໂຈະ ອາເບະປະກາດຊ່ວຍຟິລິບປິນ 1 ພັນຕື້ເຢັນ
ເວັບໄຊ GLOBAL ລາຍງານວ່າ:ວັນທີ 12 ມັງກອນນີ້,ທ່ານຊິນໂຈະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ເລີ່ມຢ້ຽມຢາມ 4 ປະເທດແລະຕອນບ່າຍວັນດັ່ງກ່າວໄດ້ເດີນທາງຢ້ຽມຢາມຟິລິບປິນເປັນປະເທດທຳອິດແລະພົບປະກັບທ່ານໂຣດຣິໂກ ດູເຕີເຕ ປະທານາທິບໍດີປະເທດດັ່ງກ່າວ.ທ່ານອາເບະກ່າວວ່າ,ໃນ 5 ປີຕໍ່ໜ້າປະເທດຕົນຈະສະໜອງທຶນ 1 ພັນຕື້ເຢັນຫຼືປະມານ 8 ຕື້ 700 ລ້ານໂດລາສະຫະລັດຊ່ວຍຟິລິບປິນໂດຍກວມເອົາການຊ່ວຍເຫຼືອພັດທະນາຂະແໜງການຂອງລັດຖະບານແລະປະຊາຊົນ.ແນວໃດກໍດີເພື່ອຊ່ວຍຟິລິບປິນກໍ່ສ້າງລົດໄຟໃຕ້ດິນແລະອື່ນໆ,ສອງຝ່າຍໄດ້ເປັນເອກະສັນກັນສ້າງຕັ້ງ "ຄະນະກຳມະການປະສົມການຮ່ວມມືເສດຖະກິດແລະການກໍ່ສ້າງພື້ນຖານໂຄງລ່າງ"ຂຶ້ນ.
ໃນພິທີຖະແຫຼງຂ່າວຮ່ວມກັບທ່ານດູເຕິເຕຫຼັງການພົບປະ,ທ່ານອາເບະໄດ້ເນັ້ນການຊ່ວຍເຫຼືອໃນວົງທຶນດັ່ງກ່າວວ່າ "ຈະສ້າງໂອກາດການຄ້າ,ເຕົ້າໂຮມກຳລັງຂອງລັດຖະບານແລະປະຊາຊົນເພື່ອສະໜັບສະໜູນການສ້າງສາປະເທດຟິລິບປິນ".ຂະນະທີ່ຄະນະກຳມະການປະສົມປະກອບດ້ວຍເຈົ້າໜ້າທີ່ຮັບຜິດຊອບຂອງກະຊວງແລະກົມທີ່ກ່ຽວຂ້ອງຂອງສອງປະເທດແລະໃນຕໍ່ໜ້າຈະໃຫ້ຄະນະກຳມະການດັ່ງກ່າວຫາລືແລະສະແຫວງຫາໂຄງການຮ່ວມມື.
ທ່ານຊິນໂຈະ ອາເບະປະກາດຊ່ວຍຟິລິບປິນ 1 ພັນຕື້ເຢັນ
Reviewed by makarow
on
4:53:00 AM
Rating:
Reviewed by makarow
on
4:53:00 AM
Rating:


