ຂ່າວດ່ວນ

ຂ່າວອື່ນໆ

random

ໄຂສູນສາຍແສງປິ່ນປົວພະຍາດມະເຮັງ ແຫ່ງທຳອິດໃນລາວ



     ກະຊວງສາທາລະນະ ສຸກ ໄດ້ຈັດພິທີໄຂສູນສາຍ ແສງ ປິ່ນປົວພະຍາດມະເຮັງແຫ່ງ ທຳອິດໃນ ສປປ ລາວ ຊຶ່ງໄດ້ ຈັດຂຶ້ນເມື່ອວັນທີ 12 ມັງກອນ ນີ້ ທີ່ໂຮງໝໍມິດຕະພາບ (150 ຕຽງ), ໂດຍການ ເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນມີທ່ານເອກ ອັກຄະລັດຖະທູດແຫ່ງປະເທດ ໂອຕຣິດ ພ້ອມດ້ວຍແຂກຖືກ ເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
      ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງ ສາທາ ລະນະສຸກ ໄດ້ກ່າວໄຂພິທີວ່າ: ສູນສາຍແສງປິ່ນປົວພະຍາດ ມະເຮັງແມ່ນໜຶ່ງໃນໂຄງການ ໃຫຍ່ລະດັບຊາດຂອງຂະແໜງ ສາທາລະ ນະສຸກຄຽງຄູ່ກັບ ໂຄງການກໍ່ສ້າງໂຮງໝໍທີ່ທັນ ສະໄໝ ການກໍ່ສ້າງມະຫາ ວິທະ ຍາໄລວິທະຍາສາດສຸຂະພາບ, ພະຍາດມະເຮັງເປັນພະຍາດ ທີ່ບໍ່ຕິດແປດຊະນິດໜຶ່ງທີ່ເປັນ ອັນຕະລາຍຮ້າຍ ແຮງເຖິງ ແກ່ຊີວິດ ແລະ ເກີດຂຶ້ນຫຼາຍ ໃນໂລກ ແຕ່ລະປີມີຜູ້ເສຍຊີວິດ ຈາກພະຍາດດັ່ງກ່າວຢູ່ໃນລະ ດັບຕົ້ນໆ ພະຍາດດັ່ງກ່າວຖ້າບໍ່ ໄດ້ຮັບການບົ່ງມະຕິທັນເວລາ ແລະ ບໍ່ໄດ້ຮັບການປິ່ນປົວຢ່າງ ຄົບຊຸດດ້ວຍການຜ່າຕັດ, ການ ສາຍແສງ ແລະ ການປິ່ນປົວ ດ້ວຍເຄມີກໍຈະເສຍຊີວິດກ່ອນ ເວລາອັນຄວນ, ໃນ ສປປ ລາວ ອັດຕາການເກີດພະຍາດມະ ເຮັງມີສູງສົມຄວນສ່ວນໃຫຍ່ ບໍ່ໄດ້ຮັບ ການບົ່ງມະຕິ ແລະ ບໍ່ໄດ້ຮັບການປິ່ນປົວຢ່າງຄົບ ຖ້ວນຕາມຫຼັກການຂອງແພດ ເນື່ອງຈາກວ່າເງື່ອນໄຂຈຳກັດ ທາງດ້ານການແພດເຊັ່ນ: ບໍ່ມີ ສູນປິ່ນປົວທີ່ຄົບຊຸດ, ບໍ່ມີອຸປະ ກອນການແພດ ທີ່ທັນ ສະໄໝ, ບໍ່ມີນັກວິຊາການທີ່ມີຄວາມຮູ້- ຄວາມສາມາດສະເພາະດ້ານ, ຍ້ອນວ່າ ສປປ ລາວ ເປັນປະ ເທດໜຶ່ງທີ່ຍັງບໍ່ທັນມີສູນສາຍ ແສງປິ່ນປົວພະຍາດມະເຮັງ ໃນກຸ່ມປະເທດອາຊຽນ ຄົນເຈັບ ທີ່ເປັນພະຍາດມະເຮັງຈຳເປັນ ຕ້ອງໄດ້ຮັບການປິ່ນປົວສາຍ ແສງຢູ່ປະເທດໃກ້ຄຽງ ຍ້ອນ ແນວນັ້ນກະຊວງສາທາລະນະ ສຸກ ຈຶ່ງໄດ້ບັນຈຸໂຄງການດັ່ງ ກ່າວ ເຂົ້າຢູ່ໃນໂຄງການພັດທະ ນາສາທາ ລະນະສຸກ ຊຶ່ງລັດຖະ ບານລາວໄດ້ເຫັນດີອະນຸມັດ ໃຫ້ກູ້ຢືມເງິນຈາກລັດຖະ ບານໂອຕຣິດ ໃນວົງເງິນ 11.380.000 ເອີໂຣ ເພື່ອສ້າງ ສູນນີ້ຂຶ້ນ ໂດຍມີຈຸດປະສົງຕົ້ນ ຕໍ ເພື່ອເປັນສູນລວມ ແຫ່ງການ ຮຽນຮູ້, ການຄົ້ນຄວ້າ, ຕອບສະ ໜອງການປິ່ນປົວພະຍາດມະ ເຮັງທີ່ຄົບຊຸດມີປະສິດທິພາບ ແລະ ຈຳກັດການໄປປິ່ນປົວຢູ່ ຕ່າງປະເທດ ເພື່ອອຳນວຍ ຄວາມສະ ດວກ, ປະຢັດຄ່າໃຊ້ ຈ່າຍ ແລະ ສິ້ນເປືອງອື່ນໆ. ສູນສາຍແສງປິ່ນປົວພະ ຍາດມະເຮັງແຫ່ງນີ້ ເປັນແຫ່ງ ທຳອິດຂອງ ສປປ ລາວ ຊຶ່ງໄດ້ ນຳໃຊ້ເຕັກໂນໂລຊີທີ່ທັນສະ ໄໝ ປະກອບດ້ວຍເຄື່ອງຈັກທີ່ ທັນສະໄໝຄົບຊຸດ, ມີຫ້ອງ ຕ້ອນຮັບ, ຫ້ອງກວດ, ຫ້ອງເຊີດ ຊູຕິດຕາມຄົນເຈັບ, ຫ້ອງຈຳລອງແບບການສາຍແສງ,ຫ້ອງ ບັນຊາຈັກສາຍແສງ, ຫ້ອງສະ ແກນ ແລະ ອື່ນໆ ມື້ໜຶ່ງສາມາດ ຮັບຄົນ ເຈັບເຂົ້າມາປິ່ນປົວໄດ້ 50 ຄົນ( ຈາກໜັງສືພິມປະຊາຊົນ )
ໄຂສູນສາຍແສງປິ່ນປົວພະຍາດມະເຮັງ ແຫ່ງທຳອິດໃນລາວ Reviewed by makarow on 4:59:00 AM Rating: 5

Contact Form

Name

Email *

Message *

Powered by Blogger.