ຂ່າວດ່ວນ

ຂ່າວອື່ນໆ

random

ແຂວງຄໍາມ່ວນ-ນະຄອນພະນົມ ຈັດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ODOP-OTOP

ແຂວງຄໍາມ່ວນ-ນະຄອນພະນົມ ຈັດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ODOP-OTOP
     ງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ-ໂອທ໋ອບ (ODOP-OTOP) ລະຫວ່າງສອງປະເທດ ລາວ-ໄທ ກໍຄືແຂວງຄໍາມ່ວນ-ນະຄອນພະນົມ ປະຈໍາປີ 2017  ເຊິ່ງງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 12-16 ມັງກອນ 2017 ຢູ່ທີ່ບໍລິສັດຕະຫຼາດຄໍາມ່ວນຈໍາກັດ ໃນເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເຂົ້າຮ່ວມຂອງທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄໍາມ່ວນ ທ່ານ ໄພທູນ ຣັກປະເທດ ຮອງຜູ້ວ່າແຂວງນະຄອນພະນົມ ແຫ່ງຣາຊະອານາຈັກໄທ ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ ມີບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
     ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງຄໍາມ່ວນ ໄດ້ລາຍງານການກະກຽມຈັດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ-ໂອທ໋ອບ ຮ່ວມສໍາພັນ 2 ປະເທດ 2 ແຂວງ (ຄໍາມ່ວນ-ນະຄອນພະນົມ ) ປະຈໍາປີ 2017 ເຊິ່ງຈຸດປະສົງກໍເພື່ອເປັນຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າໂອດ໋ອບ-ໂອທ໋ອບ 2 ແຂວງໃຫ້ນັບມື້ນັບຂະຫຽາຍໂຕ ແລະ ເປັນການສ້າງຂະບວນການໃຫ້ມີບັນຍາກາດຟົດຟື້ນ ເຕັມໄປດ້ວຍເນື້ອໃນຄວາມໝາຍຄວາມສໍາຄັນ ເຊິ່ງງານວາງສະແດງ-ຂາຍສິນຄ້າດັ່ງກ່າວ ເປັນກິດຈະກໍານຶ່ງທີ່ເຄີຍຈັດມາ ເພື່ອເປັນການປະກອບສ່ວນເຮັດໃຫ້ມີຄວາມຟົດຟື້ນມ່ວນຊື່ນເຊິ່ງເຕັມໄປດ້ວຍເນື້ອໃນຄວາມໝາຍອັນໜັກແໜ້ນ ທັງເປັນການໄຂໂອກາດໃຫ້ທຸກພາກສ່ວນທຸລະກິດໂອດ໋ອບ-ໂອທ໋ອບ ທັງພາກສ່ວນລັດຂອງແຂວງຄໍາມ່ວນ ແລະ ແຂວງນະຄອນພະນົມ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນແຂວງຄໍາມ່ວນ ແລະ ແຂວງໃກ້ຄຽງໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງສະແດງເພື່ອໂຄສະນາປະຊາສໍາພັນ ແລະ ຂາຍເປັນສິນຄ້າ ມີໂອກາດພົບປະແລກປ່ຽນບົດຮຽນເຊິ່ງກັນແລະກັນ ສິ່ງສໍາຄັນກໍເພື່ອກະຕຸກຊຸກຍູ້ໃຫ້ວຽກງານການຄ້າ ການລົງທຶນ ການທ່ອງທ່ຽວ ແລະ ການສົ່ງເສີມ-ແລກປ່ຽນທາງດ້ານວັດທະນະທໍາ ທັງສາມາດເຊື່ອມໂຍງກັບບັນດາປະເທດຕ່າງໆໃນອະນຸພາກພື້ນອາຊີຕາເວັນອອກສະຫຼຽງໃຕ້ ກໍຄືປະຊາຄົມເສດຖະກິດອາຊຽນ ແລະ ສາກົນໃຫ້ນັບມື້ນັບກວ້າງຂວາງ.
     ໃນໄລຍະຫ້າງຫາກະກຽມຂອງອະນຸກໍາມະການຈັດງານຕະຫຼາດນັດໃນຄັ້ງນີ້ ແມ່ນໄດ້ມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອສຸມສະຕິປັນຍາເຂົ້າໃນວຽກງານດັ່ງກ່າວຢ່າງຕັ້ງໜ້າ ໂດຍໄດ້ປຸກລະດົມພາກສ່ວນຕ່າງໆເຂົ້າມາຮ່ວມວາງສະແດງ ແລະ ຂາຍສິນຄ້າ ມີຈໍານວນທັງໝົດ 4 ພາກສ່ວນ ແລະ ມີຈໍານວນຮ້ານທັງໝົດ 73 ຮ້ານ ໃນນັ້ນມີຮ້ານຈາກກຸ່ມຜະລິດຕະພັນສິນຄ້າໂອດ໋ອບຈາກ 6 ໂຕເມືອງຂອງແຂວງຄໍາມ່ວນ ຄື ທ່າແຂກ ຫີນບູນ ມະຫາໄຊ ໜອງບົກ ເຊບັ້ງໄຟ ແລະ ຄູນຄໍາ ຈໍານວນ 6 ຮ້ານ ຈາກບັນດາຫົວໜ່ວຍທຸລະກິດພາຍໃນແຂວງຈໍານວນ 1 ຮ້ານ ຮ້ານຈາກບັນດາຫົວໜ່ວຍທຸລະກິດສິນຄ້າໂອທ໋ອບ ນະຄອນພະນົມ ຈໍານວນ 54 ຮ້ານ ນອກນີ້ ຍັງມີຮ້ານໂອດ໋ອບຈາກຕ່າງແຂວງຂອງ ສປປ.ລາວ ຄື ນະຄອນຫຼວງວຽງຈັນ  ບໍລິຄໍາໄຊ ຈໍາປາສັກ ສາລະວັນ ແລະ ສະຫວັນນະເຂດ ຈໍານວນ 12 ຮ້ານ.
ຂ່າວ/ພາບ: ແດງສະຫວັດ ແສນພານິດ
ແຂວງຄໍາມ່ວນ-ນະຄອນພະນົມ ຈັດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ODOP-OTOP Reviewed by makarow on 6:52:00 PM Rating: 5

Contact Form

Name

Email *

Message *

Powered by Blogger.