ຂ່າວດ່ວນ

ຂ່າວອື່ນໆ

random

ບໍ​ລິ​ຄຳ​ໄຊ​ໃຊ້​ງົບ 30 ຕື້​ກວ່າ​ກີບ ​ຈັດ​ງານ​ກີ­ລາ​ນັກ­ຮຽນ


ບໍ​ລິ​ຄຳ​ໄຊ​ໃຊ້​ງົບ 30 ຕື້​ກວ່າ​ກີບ ​ຈັດ​ງານ​ກີ­ລາ​ນັກ­ຮຽນ ຕາມ​ການ​ລາຍ​ງານ​ຂອງທ່ານ ບຸນ​ມາກ ພັນ​ດາ​ນຸ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຂວງ​ບໍ​ລິ​ຄຳ​ໄຊ ໃນ​ວັນ​ທີ 10 ມັງ­ກອນ 2017 ໃຫ້​ຮູ້​ວ່າ: ໃນ​ໂອ­ກາດ​ທີ່​ແຂວງ​ບໍ​ລິ​ຄຳ​ໄຊ ຮັບ​ກຽດ​ເປັນ​ເຈົ້າ­ພາບ​ຈັດ​ງານ​ມະ​ຫະ​ກຳ​ກີ­ລາ​ນັກ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ທົ່ວ​ປະ­ເທດ ​ຄັ້ງ​ທີ VI ແລະ ກະ­ກຽມ​ທີມ​ນັກ­ກີ­ລາ​ນັກ­ຮຽນ​ພາຍ​ໃນ​ແຂວງເຂົ້າ​ຮ່ວມ​ງານ​ດັ່ງ­ກ່າວ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ນຳ​ໃຊ້​ງົບ­ປະ­ມານ​ເຖິງ 30 ຕື້​ກວ່າ​ກີບ ເພື່ອ​ຫ້າງ​ຫາ​ກະ­ກຽມ​ວຽກ​ງານ​ດ້ານ​ຕ່າງໆ ໂດຍ​ສະ­ເພາະແມ່ນ​ວຽກ​ງານ​ພື້ນຖານ​ໂຄງ​ລ່າງ​ ສະ­ໜາມ​ເປີດ-ປິດ​ ງານ​ກີ­ລານົກ­ກົກ​ຄຳ ເກມ ນັບ​ມາ​ຮອດ​ປັດ­ຈຸ­ບັນ ​ສຳ­ເລັດ​ໄປ​ແລ້ວ 90% ຄາດ​ວ່າ​ໃກ້​ຮອດ​ມື້​ແຂ່ງ­ຂັນ​ຕົວ​ຈິງ​ຈະ​ສຳເລັດ​ຕາມ​ແຜນ 100%.
ສ່ວນ​ວຽກ​ງານ​ດ້ານ​ຕ່າງໆ ເປັນ­ຕົ້ນ​ແມ່ນ​ການຂຶ້ນ​ປ້າຍ​ຄຳ​ຂວັນ ແລະ ການ​ຕົບ­ແຕ່ງ​ເອ້​ຢ້ອງ​ສະ­ຖານທີ່​ພາຍ​ໃນ​ເມືອງ ແລະ ແຂວງ ກໍ່​ໄດ້​ມີ​ການ​ຈັດ​ສັນ​ສະ­ຖານ­ທີ່​ຕ່າງໆ​ຢ່າງ​ມີ​ສີ­ສັນ​ສວຍ​ສົດ​ງົດ​ງາມ ຂະ­ນະ​ທີ່​ສະ­ໜາມ​ກີ­ລາ​ທີ່​ມີ​ຢູ່​ຕາມ​ຈຸດ​ສະຖາ​ບັນ​ການ​ສຶກ​ສາ ໂຮງ­ຮຽນ ແລະ ວິ­ທະ­ຍາ­ໄລ ຕະ­ຫຼອດ​ຮອດ​ສະ­ໂມ­ສອນ​ທີ່​ມີ​ຢູ່​ແລ້ວ­ ແຕ່​ມີ​ການ​ປັບ­ປຸງ​ຄືນ­ໃໝ່​ນັ້ນ ​ກໍ່​ໄດ້ສຳ­ເລັດເກືອບ 100% ສ່ວນ​ວຽກ​ການ​ກະ­ກຽມ​ບຸ​ຄະ­ລາ​ກອນ ເປັນ­ຕົ້ນ​ແມ່ນ​ຄູ​ເຝິກ ແລະ ນັກ­ກີ­ລາ ເພື່ອ​ຕາງ­ໜ້າ​ແຂວງເຂົ້າ​ຮ່ວມ​ຊີງ​ໄຊ​ນັ້ນ ແມ່ນ​ມີ​ທັງ​ໝົດ​ຈຳ­ນວນ 254 ຄົນ​ຈາກ 10 ປະ­ເພດ​ກີ­ລາ ເພື່ອ​ສູ້​ຊົນ​ຍາດໃຫ້​ໄດ້ 15 ຫຼຽນ​ຄຳ ມາ​ຮອດເວ­ລາ​ນີ້ ທາງ​ດ້ານ​ຈິດ­ໃຈ ແລະ ພະ­ລະ​ກຳ­ລັງ​ ແມ່ນ​ພ້ອມ​ເຕັມ­ທີ່​ແລ້ວ.
ງານ​ແຂ່ງ­ຂັນ​ກີ­ລາ​ນັກ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ທົ່ວ​ປະ­ເທດ​ຄັ້ງ​ນີ້ ຈະ​ເລີ່ມ​ມີ​ການ​ແຂ່ງ­ຂັນ​ກັນ​ໄປ​ກ່ອນ​ບາງ​ປະ­ເພດ​ກີ­ລາ ໃນ​ທ້າຍ​ເດືອນ​ມັງ­ກອນ​ນີ້ ຫຼັງ​ຈາກ​ນັ້ນ​ ລະ­ຫວ່າງ​ວັນ​ທີ 1 ກຸມ­ພາກໍ່​ຈະ​ມີ​ພິ­ທີ​ເປີດ​ການ​ແຂ່ງ­ຂັນ​ຂຶ້ນ​ຢ່າງ​ເປັນ​ທາງ​ການ  (ປິດວັນທີ 9 ກຸມ­ພາ) ເຊິ່ງ​ຈະ​ມີ​ການ​ຊີງ​ໄຊ​ກັນ​ທັງ​ໝົດ 12 ປະ­ເພດ​ກີ­ລາ​ ປະ­ກອບ​ມີ ແລ່ນ-ລານ ບານ­ເຕະ​ຊາຍ ບານ­ສົ່ງ​ໃນ​ຮົ່ມ ແລະ ຫາດ​ຊາຍ ກະ­ຕໍ້ ດອກ​ປີກ​ໄກ່ ເທ​ຄວັນ​ໂດ ບານ­ບ້ວງ ໝາກ​ຂ່າງ ປິ່ງ​ປ່ອງ ເປ​ຕັງ ໜ້າ​ເກັກ ແລະ ໝາກ­ເສິກ ເຊິ່ງ​ມີ​ລາຍ­ການ​ແຂ່ງ­ຂັນ​ທັງ​ໝົດ 128 ລາຍ­ການ ໃນ​ນັ້ນ​ຄາດ​ວ່າ​ຈະ​ມີ​ຄະ­ນະ​ນຳ ເຈົ້າ​ໜ້າ­ທີ່​ຝ່າຍ​ຕ່າງໆ ນັກ­ສະ­ແດງ​ສິ­ລະ​ປະ​ ພິ­ທີ​ເປີດ-ປິດ ຕະ­ຫຼອດ​ຮອດ​ຄູ​ເຝິກ ແລະ ນັກ­ກີ­ລາ ຈາກ 18 ແຂວງ ແລະ 1 ນະ­ຄອນ­ຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ​ເຖິງ 6.000 ກວ່າ​ຄົນ ສະ­ເພາະ​ທີມ​ນັກ­ກີ­ລາ​ແຂວງ​ບໍ​ລິ​ຄຳ​ໄຊ ຈະ​ສົ່ງ​ຄູ​ເຝິກ ແລະ ນັກ​ກິ­ລາ​ເຂົ້າ​ຮ່ວມ​ທັງ​ໝົດ 254 ຄົນ ຈາກ 10 ປະ­ເພດ ບໍ່​ມີ​ພຽງ ປິ່ງ​ປ່ອງ ແລະ ບານ­ບ້ວງ.
ບໍ​ລິ​ຄຳ​ໄຊ​ໃຊ້​ງົບ 30 ຕື້​ກວ່າ​ກີບ ​ຈັດ​ງານ​ກີ­ລາ​ນັກ­ຮຽນ Reviewed by makarow on 7:25:00 PM Rating: 5

Contact Form

Name

Email *

Message *

Powered by Blogger.