ຂ່າວດ່ວນ

ຂ່າວອື່ນໆ

random

ເຈົ້າໜ້າທີ່ປ່າໄມ້ຊຽງຂວາງຍຶດໄມ້ເຖື່ອນໄດ້ 5 ແມັດກ້ອນ




13 ມັງກອນ 2017 ນີ້ ເຈົ້າໜ້າທີ່ສະເພາະກິດແຂວງຊຽງຂວາງໄດ້ເປີດເຜີຍວ່າຕົນເອງສາມາດຍຶດໄມ້ເຖືອນທີ່ຊຸກເຊື່ອງໄວ້ໃນລົດຂົນເບຍກ່ວາ 5.000 ແມັດກ້ອນ ຂະນະທີ່ ລົດບັນທຸກ 12 ລໍ້ປ້າຍທະບຽນກໍາແພງນະຄອນຫລວງວຽງຈັນ ບຂ 6908 ພວມລັກລອບເຄື່ອນຍ້າຍໄມ້ຜິດກົດໝາຍມຸ່ງໜ້າຈາກແຂວງຊຽງຂວາງໄປຫານະຄອນຫລວງວຽງຈັນໃນຕົ້ນເດືອນມັງກອນ 2017 ນີ້.
ການມ້າງກຸ່ມຄ້າໄມ້ເຖື່ອນຄັ້ງນີ້ໂດຍປະຕິບັດຕາມຄຳສັ່ງເລກທີ15/ນຍຂອງ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ່າງເຂັ້ມງວດ ແລະ ໄດ້ເຄື່ອນໄຫວກວດກາເປັນປະຈຳມາຮອດຕົ້ນເດືອນມັງກອນ 2017 ນີ້ເຈົ້າໜ້າກອງກວດກາປ່າໄມ້ພະແນກກະສິກຳ-ປ່າໄມ້ໄດ້ເຄື່ອນໄຫວ ແລະ ພົບເຫັນລົດຕ້ອງສົງໃສຈິ່ງໄດ້ທຳການກວດຄົ້ນລົດບັນທຸກ 12 ລໍ້ປ້າຍທະບຽນກຳແພງນະຄອນ ບຂ 6908 ສາມາດພົບເຫັນໄມ້ລັກລອບເຄື່ອນຍ້າຍໄມ້ຜິດກົດໝາຍຊຸກເຊື່ອງປະປົນມາກັບລັງເບຍທີ່ພວມເຄື່ອນຍ້າຍຈາກແຂວງຊຽງຂວາງໄປນະຄອນຫລວງວຽງຈັນ.
ຜ່ານການກວດກາຂອງເຈົ້າຫນ້າທີປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ ຈິ່ງພາບຫລັກຖານໄມ້ຈຳນວນ 61 ຕັບມີບໍລິມາດ 5.052 ແມັດກ້ອນຊຸກເຊື່ອງຢູ່ກ້ອງລັງເບຍ ຈາກການສືບສວນສອບສວນຂອງເຈົ້າທີ່ໜ້າເຫັນວ່າໄມ້ທັງໝົດເຄື່ອນບ້າຍບໍ່ຖືກຕ້ອງ ດັ່ງນັ້ນ ຈຶ່ງໄດ້ຍຶດໄມ້ດັ່ງກ່າວໄວ້ເພື່ອສືບສວນສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.
ພາບ-ຂ່າວ: ນ. ນ້ອຍ ຫຼ້າທຳມະວົງ


ເຈົ້າໜ້າທີ່ປ່າໄມ້ຊຽງຂວາງຍຶດໄມ້ເຖື່ອນໄດ້ 5 ແມັດກ້ອນ Reviewed by makarow on 7:01:00 PM Rating: 5

Contact Form

Name

Email *

Message *

Powered by Blogger.