ຂ່າວດ່ວນ

ຂ່າວອື່ນໆ

random

ລັດຖະບານຈະສູ້ຊົນໃຫ້ບັນລຸຄາດໝາຍ ຫລາຍດ້ານ ພາຍໃນປີ 2017

              ຂປລ.ລັດຖະບານ​ລາວ​​ໄດ້​​ເປີ​ດ​ເຜີຍ ແຜນພັດທະນາເສດຖະກິດ-​ສັງຄົມ ປະຈຳປີ 2017 ​ນີ້ວ່າ ຈະສູ້ຊົນບຸກບືນເຮັດໃຫ້ສຳເລັດບັນດາຄາດໝາຍ ທາງດ້ານສັງຄົມຄື : ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີໃຫ້ໄດ້ 74 % , ຫລຸດຜ່ອນອັດຕາປະລະການຮຽນ ນັກຮຽນປໍ 1 ​ໃຫ້ຢູ່ໃນລະດັບ 7% ​, ອັດຕາປະລະການຮຽນຂອງນັກຮຽນ ຊັ້ນປະຖົມໃຫ້ຢູ່ໃນລະດັບ 4% , ​ເພີ່ມອັດຕາເຂົ້າຮຽນລວມຊັ້ນມັດທະຍົມ ຕອນຕົ້ນຈາກ 82% ​ເປັນ 85% , ຫລຸດຜ່ອນອັດຕາປະລະການຮຽນ ໃນຊັ້ນມັດທະຍົມຕົ້ນໃຫ້ຢູ່ ໃນລະດັບ ປະມານ 6% , ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຖານ​ ​ໃຫ້ຫລຸດລົງຍັງເຫລືອ 23,1 % , ອັດຕາເດັກນ້ອຍລຸ່ມ 5 ປີທີ່ເຕ້ຍ (ຂາດສານອາຫານຊ້ຳເຮື້ອ) ​ໃຫ້ຍັງເຫລືອເກືອບ 38% , ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ ຍັງເຫລືອ 46,9 ຕໍ່ເດັກເກີດມີຊີວິດ 1 ພັນຄົນແລະ ອັດຕາການຕາຍຂອງເດັກນ້ອຍ ລຸ່ມ 5 ປີ ຍັງເຫລືອ 54,7 ຕໍ່ເດັກເກີດມີຊີວິດ 1 ພັນຄົນ.
         ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການແລະ ການລົງທຶນ ລາຍ​ງານຫວ່າງບໍ່ດົນນີ້ວ່າ : ​ເພື່ອ​​ໃຫ້ບັນລຸຕາມບັນດາຄາດໝາຍ ທີ່ກ່າວນັ້ນ ຈະຕ້ອງໄດ້ເອົາໃຈໃສ່ປັບປຸງ ການສະໜອງການສຶກສາກ່ອນໄວຮຽນ ໃຫ້ມີຄຸນນະພາ ​​ໂດຍການຂະຫຍາຍຫ້ອງກຽມປະຖົມ ໃຫ້ກວ້າງຂວາງ , ພ້ອມບຳລຸງແລະ ຍົກລະດັບຄູສອນ , ຜູ້ລ້ຽງເດັກ , ສືບຕໍ່ປັບປຸງຄຸນນະພາບ ການຮຽນການສອນຢູ່ຊັ້ນປະຖົມສຶກສາໂດຍສະເພາະ ປັບປຸງຫລັກສູດບາງວິຊາແລະ ປັບປຸງວິທີການສອນພາສາລາວ - ຄະນິດສາດ , ສະໜອງອຸປະກອນ ຮັບ​​ໃຊ້ການຮຽນ - ການສອນແລະ ປື້ແບບຮຽນໃຫ້ບັນດາໂຮງຮຽນປະຖົມ - ມັດທະຍົມໃນທົ່ວປະເທດ , ສົ່ງເສີມການສອນວິຊາຊີບ ຂັ້ນພື້ນຖານ , ວິຊາໄອທີ  ແລະ ພາສາອັງກິດ ໃນຊັ້ນມັດທະຍົມສຶກສາໃຫ້ກວ້າງຂວາງ  ກໍຄື ປັບປຸງຄຸນນະພາບຂອງຕາໜ່າງບໍລິການ ນຳໃຊ້ອຸປະກອນແລະເທັກໂນ​​ໂລຊີທັນສະໄໝ ຂອງສະຖານທີ່ບໍລິການທຸກລະດັບ ຢ່າງ​​ເປັນລະບົບ (​ເອກະຊົນ) , ສຸມໃສ່ພັດທະນາຄຸນນະ ພາບຂອງພະນັກງາໃຫ້ໄດ້ມາດຖານ ຕາມຍຸດທະສາດ ໃນແຕ່ລະຂັ້ນ ດ້ວຍການອົບຮົມ ບຳລຸງ ຍົກລະດັບ ແຕ່ລະດ້ານ ໃຫ້ມີຄຸນນະພາບສູງ ; ສ້າງຄວາມສາມາດແກ້ໄຂ ສາຍເຫດເພື່ອຫລຸດຜ່ອນການຕາຍ ຂອງແມ່-​ເດັກແລະ ປ້ອງກັນການຂາດສານອາຫານ ຢ່າງມີປະສິຕິຜົນ.
ໂດຍ: ສຸກສະຫວັນ, ພາບ: ​ເກີດ​ຂັວນ​ໃຈ
ລັດຖະບານຈະສູ້ຊົນໃຫ້ບັນລຸຄາດໝາຍ ຫລາຍດ້ານ ພາຍໃນປີ 2017 Reviewed by makarow on 6:48:00 PM Rating: 5

Contact Form

Name

Email *

Message *

Powered by Blogger.