ຂ່າວດ່ວນ

ຂ່າວອື່ນໆ

random

ໂທລະພາບແຫ່ງຊາດລາວ ຈັບມືກັບເອກະຊົນ ຈະໃຫ້ບໍລິການສື່ອອນລາຍ

 ຂປລ. ​ໂທລະພາບແຫ່ງຊາດລາວ ໄດ້ຕົກລົງຮ່ວມມືກັບ ບໍລິສັດມິວສິກລາຍເມເນເຈີເມັນຂອງໄທ ໃຫ້ບໍລິການພາບ ​ແລະ ຂ່າວ​ຜ່ານທາງຢູທູບທາມ​ກາງ​ສື່​ໜັງສືພິມ, ວາລະສານ, ວິທະຍຸ ​ແລະ ​ໂທລະພາບ​ ພວມ​ຜະ​ເຊີນ​ໜ້າ​ ກັບ​ສິ່ງ​ທ້າທາຍ​ ໃນ​ຍຸກ​ສື່​ອອນ​ລາຍ​ມາ​ແຮງ.

ການ​ຮ່ວມ​ມື​ຄັ້ງ​ນີ້ ເພື່ອ
ອໍານວຍຄວາມສະດວກ ໃຫ້ກັບປະຊາຊົນ ຜູ້ບໍ່ມີເວລາຮັບຊົມ ລາຍການໂທລະພາບແຫ່ງຊາດ ໃນເວລາປົກກະຕິ ໃຫ້ສາມາດເບີ່ງລາຍການ ໂທລະພາບຍ້ອນຫລັງໄດ້ແລະ ທັງຈະເຮັດໃຫ້ ສາມາດເກັບກໍາຂໍ້ມູນ ຂອງຜູ້ເຂົ້າຊົມໂທລະພາບ ໄດ້ຢ່າງຖືກຕ້ອງແລະ ຊັດເຈນ ​​ໃນກໍລະນີມີຜູ້ເຂົ້າຊົມຫລາຍແລະ ມີການໂຄສະນາຫລາຍ ໂທລະພາບແຫ່ງຊາດ ກໍຈະມີລາຍໄດ້ຈາກ ສ່ວນແບ່ງຂອງການໂຄສະນາ ດັ່ງກ່າວຕື່ມອີກ. ການ​​ໃຫ້ບໍລິການດັ່ງກ່າວ ຈະໄດ້ເລີ່ມຈັດຕັ້ງປະຕິບັດ ພາຍຫລັງໄດ້ມີການເຊັນສັນຍາຮ່ວມມືກັນ.

ພິທີ
ເຊັນບົດບັນທຶກຮ່ວມມື ກ່ຽວກັບການ​​ໃຫ້ບໍລິການ ຊົມລາຍການໂທລະພາບແຫ່ງຊາດ ຜ່ານທາງຢູທູບ ໄດ້ຈັດຂຶ້ນ ໃນວັນທີ 12 ມັງກອນ 2017 ນີ້ ຢູ່ໂທລະພາບແຫ່ງຊາດລາວ ລະຫວ່າງ ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ ໂທລະພາບແຫ່ງຊາດລາວແລະ ທ່ານ ກົງຈິດເຊື້ອສີວົງສະກຸນ ປະທານບໍລິສັດ ມິວສິກລາຍເມເນເຈີເມັນ​, ມີບັນດາຄະນະອໍານວຍການ ໂທລະພາບແຫ່ງຊາດລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງ​ ​ແລະ ແຂກຖືກເຊີນ ຈໍານວນໜຶ່ງເຂົ້າຮ່ວມ. ຂປລ
ໂທລະພາບແຫ່ງຊາດລາວ ຈັບມືກັບເອກະຊົນ ຈະໃຫ້ບໍລິການສື່ອອນລາຍ Reviewed by makarow on 6:41:00 PM Rating: 5

Contact Form

Name

Email *

Message *

Powered by Blogger.