ມື້ທີ່ 3 ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຊຸດທີ 1
ວັນທີ 12 ມັງກອນນີ້, ເຊື່ງເປັນມື້ທີ 3 ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຊຸດທີ 1 ທີ່ໄດ້ດຳເນີນຢູ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການປົກຄອງແຂວງ, ພາຍໃຕ້ເປັນປະທານຂອງ ທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແລະ ສະມາຊິກສະພາປະຊາຊົນແຂວງຕະຫຼອດຮອດເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າພະແນກການ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນນີ້ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບກັນຮັບຮອງເອົາ ທ່ານ ສົມໃຈ ວັນນະສີ ເປັນຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຫຼວງພະບາງຄົນໃໝ່ ແລະ ໄດ້ຮັບຮອງເອົາການໂອນບ້ານດອນເງິນ ເມືອງໂພນໄຊ ໄປຂຶ້ນກັບເມືອງພູຄູນ, ພ້ອມນີ້ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນທ້າຍປີ 2016 ແລະ ທິດທາງແຜນການປະຈຳປີ 2017 ຂອງສະພາປະຊາຊົນແຂວງ ເຊິ່ງນຳສະເໜີໂດຍ ທ່ານ ກໍລະກັນ ພົມມະວົງ ຄະນະປະຈຳສະພາປະຊາຊົນແຂວງ ໂດຍທ່ານຍົກໃຫ້ເຫັນຜົນສຳເລັດໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງໃນໜື່ງປີຜ່ານມາເປັນຕົ້ນແມ່ນ: ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງສະພາປະຊາຊົນແຂວງ ຊຸດທີ 1, ໄດ້ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງເຈົ້າແຂວງ, ໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງອົງການປົກຄອງແຂວງ, ໄດ້ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງບັນດາທ່ານເຈົ້າເມືອງ 12 ເມືອງໃນທົ່ວແຂວງ ແລະ ຜົນສຳເລັດອື່ນໆ.ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຕິດຕາມກວດການຳໃຊ້ສານເຄມີ, ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບປະຈຳພາກເໜືອກ່ຽວກັບຜົນການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດດ້ານງົບປະມານຢູ່ແຂວງຫຼວງພະບາງຂອງສົກປີ 2014-2015 ແລະ ທິດທາງແຜນການເຄື່ອນໄຫວກວດສອບປະຈຳປີ 2017, ບົດລາຍງານກ່ຽວກັບແຜນ 4 ປີ, ການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານປະຈຳສົກ 2015-2016 ແລະ ທິດທາງແຜນການ ປະຈໍາປີ 2017 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ພ້ອມນີ້ກອງປະຊຸມຍັງໄດ້ເປີດໂອກາດໃຫ້ບັນດາຜູ້ແທນກອງປະຊຸມໄດ້ປະກອບຄຳຄິດຄຳເຫັນເຈາະຈີ້ມຕື່ມອີກ.
ສຳລັບວັນທີ 13 ເຊື່ງເປັນມື້ສຸດທ້າຍຂອງກອງປະຊຸມ, ຜູ້ແທນກອງປະຊຸມຈະໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດສະຫຼຸບ ແລະ ຮັບຟັງຄຳຊີ້ແຈ້ງຂອງອົງການຈັດຕັ້ງຕ່າງໆຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ແລະ ປິດກອງປະຊຸມຢ່າງເປັນທາງການ.
ຂ່າວ: ເພັດສາຄອນ ສິມມະວົງ
ມື້ທີ່ 3 ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຊຸດທີ 1
Reviewed by makarow
on
1:26:00 AM
Rating:
Reviewed by makarow
on
1:26:00 AM
Rating:


