ມອບ-ຮັບອັດຖິອາສາສະໝັກ ແລະ ຊຽ່ວຊານ ສສ ຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມ ຢູ່ 6 ແຂວງ ພາກເໜືອ
ໃນຕອນເຊົ້າວັນທີ 10ມັງກອນ 2017 ນີ້ ທີ່ເມືອງໄຊ ແຂວງອຸດົມໄຊ, ທ່ານ ບຸນຄົງ ຫລ້າສຸກັນ ປະທານຄະນະປະຕິບັດງານພິເສດລັດຖະບານແຫ່ງ ສປປ ລາວ, ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມ ພິທີມອບ-ຮັບອັດຖິອາສາສະໝັກ ແລະ ຊຽ່ວຊານ ສສ ຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມ ຢູ່ 6 ແຂວງ ພາກເໜືອ ຂອງລາວ,ຈຳນວນ 29 ອັດຖິ, ເພື່ອປະຕິບັດຕາມບົດບັນທຶກສັນຍາ ຄັ້ງວັນທີ 7/9/1994 ຂອງສອງລັດຖະບານ ລາວ- ຫວຽດນາມ ວ່າດ້ວຍການຮ່ວມມືໃນການຊອກຫາ, ຂຸດຄົ້ນ ແລະ ເຄື່ອນຍ້າຍຊາກອັດຖິຂອງທະຫານອາສາສະໝັກ ແລະ ຊຽ່ວຊານ ສສ ຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມ ຢູ່ ສປປ ລາວ, ເພື່ອສົງກັບຄືນປະເທດ ໃຫ້ ພໍ່ແມ່ , ລູກເມຍ ແລະ ຍາດພີ້ນ້ອງ ທຳພິທີທາງສາດສະໜາຕາມຮີດຄອງປະເພນີ.
( ເພັດສະໄໝ )
ມອບ-ຮັບອັດຖິອາສາສະໝັກ ແລະ ຊຽ່ວຊານ ສສ ຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມ ຢູ່ 6 ແຂວງ ພາກເໜືອ
Reviewed by makarow
on
1:10:00 AM
Rating:
Reviewed by makarow
on
1:10:00 AM
Rating:



