ຈະຈັດງານເທດສະການອາຫານລາວ ຂຶ້ນໃນທ້າຍເດືອນນີ້
ສະມາຄົມນັກທຸລະກິດແມ່ຍິງລາວ ຈະຈັດງານເທດສະການອາຫານລາວຄັ້ງທີ 12
ທີ່ນະຄອນຫຼວງວຽງຈັນ ໂດຍການຊີ້ນໍາຂອງສູນກາງສະຫະພັນແມ່ຍິງລາວ.
ພິທີຖະແຫຼງຂ່າວໄດ້ຈັດຂຶ້ນໃນຕອນບ່າຍວັນທີ 11 ມັງກອນນີ້,
ທີ່ສະມາຄົມນັກຂ່າວລາວ ນະຄອນຫຼວງວຽງຈັນ. ໂດຍມີທ່ານ ສົມສະໜຸກ ມີໄຊ
ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ
ບັນດາສື່ມວນຊົນເຂົ້າຮ່ວມ.
ທ່ານ ນາງ ຈັນທະຈອນ ວົງໄຊ, ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ທັງເປັນປະທານຄະນະກຳມະການຈັດງານ ກ່າວວ່າ: ງານເທດສະການອາຫານລາວຄັ້ງນີ້, ໄດ້ມີຜູ້ປະກອບການ 178 ຮ້ານເຂົ້າຮ່ວມວາງສະແດງ, ໃນນັ້ນ, ປະກອບມີອາຫານທີ່ເປັນເອກະລັກຂອງແຕ່ລະແຂວງ, ເຄື່ອງດື່ມ, ຢາພື້ນເມືອງ, ຫັດຖະກໍາຝ້າຍ-ໄໝ. ພິເສດໃນມື້ພິທີເປີດງານຈະຈັດເອົາອາຫານທີ່ເປັນເອກະລັກຂອງທ້ອງຖິ່ນ ແຕ່ລະແຂວງມາຮັບຕ້ອນແຂກບຸກຄົນສຳຄັນ, ໃຫ້ໄດ້ຊິມ ແລະ ຮັບປະທານເປັນຕົ້ນແມ່ນ: ແຈ່ວປາບ້ຳ( ຊຳເໜືອ), ລາບນົກແອ່ນ, ຍໍາໝາກຈອງ-ໃບສັງ(ຊຽງຂວາງ), ເອາະຫຼາມ( ຫຼວງພະບາງ), ຊີ້ນສະຫວັນ( ສະຫວັນນະເຂດ), ໝົກໃບຫຸ່ງ( ແຂວງຈໍາປາສັກ), ລາບໝາກຈອງ, ແຈ່ວປາກະເຕົາ ( ອັດຕະປື), ໝົກໝໍ່ໄມ້ (ຫຼວງນໍ້າທາ), ແລະ ຕໍາໝາກຫຸ່ງນາງເກົ້າ( ຊະນະເລີດງານເທດສະການອາຫານປີ 2013 ). ງານດັ່ງກ່າວຈະຈັດໃນລະຫວ່າງວັນທີ 25-27 ມັງກອນ 2017 ຢູ່ທີ່ເດີ່ນເຈົ້າອານຸວົງ, ບໍລິເວນແຄມຂອງ( ຕໍ່ໜ້າວັດຈັນ ), ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນເລີ່ມແຕ່ເວລາ 9:00 ໂມງເປັນຕົ້ນໄປ.
ໃນວັນທີ 24 ມັງກອນ 2016 ຈະໄດ້ຈັດການແຂ່ງຂັນປຸງແຕ່ງອາຫານລາວ ຊຶ່ງແມ່ນການແຂ່ງຂັນ “ ໝົກໄກ່ລາດ ” ທີ່ໂຮງຮຽນປາກປ່າສັກ, ເພື່ອເປັນການສົ່ງເສີມຜູ້ປະກອບການແມ່ຍິງ ແລະ ນັກຮຽນຍິງທີ່ຮຽນຈົບຈາກໂຮງຮຽນວິຊາຊີບ. ນອກນັ້ນ, ຍັງໄດ້ເຊີນບັນດາພັນລະຍາທູດປະເທດອາຊຽນເຂົ້າຮ່ວມວາງສະແດງ ແລະ ຂາຍອາຫານເປັນຕົ້ນ, ປະເທດກໍາປູເຈຍ, ຟິລິປິນ, ໄທ ແລະ ອື່ນໆ.

Reviewed by makarow
on
8:30:00 PM
Rating:
Reviewed by makarow
on
8:30:00 PM
Rating: