ເລີ່ມເກັບກຳຫົວໜ່ວຍວິສາຫະກິດ ຍົກຖານລາຍຮັບສູ່ລະບົບທັນສະໄໝ
ນະຄອນຫຼວງວຽງຈັນ
(ນວ) ຈະໄດ້ເລີ່ມຈັດຕັ້ງປະຕິບັດ
ຕິດຕາມກວດກາການເກັບກຳຂໍ້ມູນຫົວໜ່ວຍວິສາຫະກິດ
(ເດີນສຳຫຼວດຖານລາຍຮັບງົບປະມານຄືນໃໝ່)
ເພື່ອເປັນການຍົກຖານລາຍຮັບສ່ວຍສາອາກອນ ແລະ ຫັນເປັນທັນສະໄໝ ວັນທີ
11 ມັງກອນ 2017 ທີ່ພະແນກການເງິນ ນວ
ໄດ້ຈັດກອງປະຊຸມພົບປະກັບຄະນະຊີ້ນຳລວມທີ່ຖືກແຕ່ງຕັ້ງໃນຄັ້ງນີ້
ໂດຍເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການເງິນ ທ່ານ ຄຳພັນ ມາລາບັນດິດ ຫົວໜ້າພະແນກການເງິນ ນວ
ພ້ອມດ້ວຍທ່ານເຈົ້າເມືອງ ຮອງເຈົ້າເມືອງ ແລະ ຫົວໜ້າພະແນກການອ້ອມຂ້າງ.ທ່ານ ຄຳມອນ ບົວພັນ ຫົວໜ້າພະແນກສ່ວຍສາອາກອນນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ອີງຕາມຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ຕິດຕາມກວດກາການເກັບກຳຂໍ້ມູນຫົວໜ່ວຍວິສາຫະກິດ (ເດີນສຳຫຼວດຖານລາຍຮັບງົບປະມານຄືນໃໝ່) ເພື່ອເປັນການຍົກຖານລາຍຮັບສ່ວຍສາອາກອນ ແລະ ຫັນເປັນທັນສະໄໝໃນຂອບເຂດທົ່ວ ນວ ປັດຈຸບັນຜ່ານການເດີນສຳຫຼວດຖານລາຍຮັບງົບປະມານຄືນໃໝ່ທົ່ວ ນວ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງພະແນກສ່ວຍສາອາກອນ ນວ ແລະ ບັນດາເມືອງອ້ອມຂ້າງໃນສົກປີ 2015-2016 ມີທັງໝົດ 41.391 ພື້ນຖານ (ເຊິ່ງບໍ່ລວມຈຳນວນ 2.769 ພື້ນຖານ ທີ່ໄດ້ສະເໜີຫາຂະແໜງການກ່ຽວຂ້ອງເພື່ອລົບລ້າງອອກຈາກສະຖິຕິ) ໃນນັ້ນ ຂັ້ນພະແນກຄຸ້ມຄອງ 11.428 ພື້ນຖານ ໃນນີ້ ຖືບັນຊີ 2.951 ພື້ນຖານ ມອບເໝົາ 8.394 ພື້ນຖານ ອອກບັດ 83 ພື້ນຖານ ຂັ້ນເມືອງຄຸ້ມຄອງ 19.296 ພື້ນຖານ ໃນນັ້ນ ຖືບັນຊີ 2.316 ພື້ນຖານ ຄາດໝາຍຕາມການປະເມີນລາຍຮັບເກີນ 400 ລ້ານກີບ 1.023 ພື້ນຖານ ມອບເໝົາ 4.920 ພື້ນຖານ ອອກບັດ 2.434 ພື້ນຖານ ເກັບປີ້ 2.917 ພື້ນຖານ ຄ່າເຊົ່າ 5.686 ພື້ນຖານ ແລະ ຂັ້ນບ້ານຄຸ້ມຄອງຈຳນວນ 10.667 ພື້ນຖານ.
ສຳລັບແຜນການ ແລະ ວິທີການໃນການລົງເກັບກຳ ແລະ ສຳຫຼວດຖານລາຍຮັບງົບປະມານຂອງຫົວໜ່ວຍທຸລະກິດຂະໜາດໃຫຍ່-ກາງ ທີ່ມີລາຍຮັບເກີນ 400 ລ້ານກີບທີ່ຂຶ້ນກັບພະແນກ ແລະ ບັນດາເມືອງ ເດີນສຳຫຼວດທຸລະກິດທີ່ມີລາຍຮັບຫຼຸດ 400 ລ້ານກີບ ເດີນສຳຫຼວດກ່ຽວກັບເນື້ອທີ່ດິນ ແລະ ຄ່າເຊົ່າທີ່ຂຶ້ນກັບບັນດາເມືອງ ສຳຫຼວດ ແລະ ເກັບກຳຂໍ້ມູນບັນດາພະແນກການທີ່ມີລາຍຮັບຄ່າທຳນຽມ ແລະ ຄ່າບໍລິການວິຊາການ ສ່ວນເປົ້າໝາຍໃນການເດີນສຳຫຼວດແບ່ງອອກເປັນ 3 ລະດັບຄື: ເກຣດ A ແມ່ນພື້ນຖານທີ່ມາແຈ້ງເສຍອາກອນປົກກະຕິ ເກຣດ B ແມ່ນພື້ນຖານທີ່ມາແຈ້ງເສຍອາກອນບໍ່ປົກກະຕິ (ແຈ້ງ 0 ຫຼື ແຈ້ງບໍ່ມີລາຍຮັບ) ແລະ ເກຣດ C ພື້ນຖານທີ່ບໍ່ມາແຈ້ງເສຍອາກອນປະເພດໃດເລີຍ.
ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນວ່າ: ການເດີນສຳຫຼວດຖານລາຍຮັບງົບປະມານຄືນໃໝ່ ແມ່ນອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ ລົງວັນທີ 29/9/2016 ວ່າດວຍການເກັບກຳ ແລະ ສຳຫຼວດຖານລາຍຮັບງົບປະມານຄືນໃໝ່ໃນຂອບເຂດທົ່ວປະເທດ ການລົງເກັບກຳ ແລະ ສຳຫຼວດຖານລາຍຮັບງົບປະມານຄັ້ງນີ້ ເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ເວົ້າລວມ ເວົ້າສະເພາະແມ່ນແຜນໃນການສ້າງລາຍຮັບງົບປະມານແຫ່ງລັດ ໃຫ້ສອດຄ່ອງກັບຄວາມເປັນຈິງໃນແຕ່ລະໄລຍະ ແລະ ເພື່ອເປັນບ່ອນອີງໃຫ້ແກ່ບັນດາຂະແໜງການຂັ້ນສູນກາງ ອຳນາດການປົກຄອງທ້ອງຖິ່ນ ແນໃສ່ເຮັດໃຫ້ການຄຸ້ມຄອງຈັດເກັບລາຍຮັບງົບປະມານແຫ່ງລັດຄົບຖ້ວນ ຖືກຕ້ອງຕາມລະບຽບກົດໝາຍກຳນົດ ມີປະສິດທິຜົນສູງ ແລະ ບັນລຸຕາມແຜນການທີ່ສະພາແຫ່ງຊາດຮັບຮອງເອົາ. (ຫນັງສືພິມວຽງຈັນໃຫ່ມ)
ເລີ່ມເກັບກຳຫົວໜ່ວຍວິສາຫະກິດ ຍົກຖານລາຍຮັບສູ່ລະບົບທັນສະໄໝ
Reviewed by makarow
on
8:14:00 PM
Rating:

