ຂ່າວດ່ວນ

ຂ່າວອື່ນໆ

random

ໂລກຕິດຕໍ່ທາງເພດສຳພັນ ທີ່ (ຖົງຢາງອານາໄມ) ກໍ່ຊ່ວຍຫຍັງບໍ່ໄດ້ ??


ອ່ານດ່ວນ..ດ່ວນ..!! ໂລກຕິດຕໍ່ທາງເພດສຳພັນ ທີ່ (ຖົງຢາງອານາໄມ) ກໍ່ຊ່ວຍຫຍັງບໍ່ໄດ້ ??
ທຸກຄົນເຂົ້າໃຈວ່າ(ຖົງຢາງອານາໄມ) ເປັນສີ່ງໜື່ງທີ່ຈະບໍ່ຍອມໃຫ້ຂາດເມື່ອຕ້ອງການເຮັດກິດຈະກຳ ເພາະວ່ານອກຈາກຈະປ້ອງກັນການຕັ້ງທ້ອງແລ້ວ ຍັງຊ່ວຍປ້ອງກັນໂລກຕິດຕໍ່ທາງເພດສຳພັນໄດ້ອີກດ້ວຍແລະໂລກ HIV ໄດ້ເຖີງ 98% ເລີຍທີດຽວ

ແຕ່ມີໂລກຕິດຕໍ່ທາງເພດສຳພັນບາງຊະນິດ ທີ່ໃຊ້ຖົງຢາງອານາໄມ ກໍ່ບໍ່ໄດ້ຊ່ວຍຫຍັງເລີຍ ນັ້ນກໍ່ຄືໂລກ ຫອນໄກ່ ໂລກນີ້ສາມາດແຜເຊື້ອດ້ວຍການສຳຜັດທາງຜີວໜັງໄດ້
ມີເພດສຳພັນແບບໃດຈະຕິດເຊື້ອແລະຕິດເຊື້ອໄດ້ຫຼາຍທີ່ສຸດ
ຄືການທີ່ມີເພດສຳພັນທາງປາກ ທາງຮູທະວານໜັກ ມີຄວາມສ່ຽງສູງ ເພາະອະໄວຍະວະເພດຊາຍເຮັດໃຫ້ເກີດແຜທະລ້ອກໄດ້ງ່າຍເຮັດໃຫ້ເຊື້ອໂລກຜ່ານເຂົ້າໄປສູ້ແຜໄດ້ງ່າຍຂື້ນ

+ ຖົງຢາງອານາໄມຊ່ວຍໄດ້ແນນອນຖ້າໃຊ້ຖືກວິທີ
1. ຄວນເລືອກຂະໜາດຖົງຢາງໃຫ້ເໝາະກັບຂະໜາດອາໄວຍະວະເພດຂອງຜູ້ຊາຍ ຫາກບໍ່ແນ່ໃຈວ່າຕ້ອງໃຊ້ຂະໜາດໃດ ໃຫ້ຊື້ມາຫຼາຍໆຂະໜາດ ແລ້ວສັງເກດຄວາມແໜນໃນການສວມໃສ່
2. ບໍ່ຄວນສວມຖົງຢາງອານາໄມ 2 ຊ້ອນຕໍ່ການໃຊ້ 1 ຄັ້ງ ເພາະອາດເຮັດໃຫ້ຖົງຢາງອານາໄມ ສ່ຽດສີກັນຈົນຂາດໄດ້ງ່າຍ

3. ຄວນໃຊ້ຖົງຢາງອານາໄມ 1 ຄັ້ງຕໍ່ 1 ຖົງ ໃຊ້ແລ້ວໃຫ້ທີ້ງເລີຍຫ້າມໃຊ້ຮອບສອງ
4. ສາມາດໃຊ້ສານລໍ້ລື້ນ ທາພາຍນອກຖົງຢາງອານາໄມໄດ້ ເພື່ອໃຫ້ໃຊ້ງ່າຍຂື້ນ ແຕ່ຄວນເລືອກໃຊ້ຊະນິດເຈວບໍ່ຄວນໃຊ້ນ້ຳມັນ
5. ຄວນຮູດອາກາດອອກຈາກຖົງຢາງໃຫ້ໝົດກ່ອນສວມ ເພາະອາກາດໃນຖົງຢາງອາດເຮັດໃຫ້ຖົງຢາງແຕກຫຼືຂາດ
6. ຫຼັງເຮັດກິດຈະກຳສຳເລັດຮຽບຮ້ອຍ ຝ່າຍຊາຍຄວນຖອດອະໄວຍະວະເພດອອກກ່ອນທີ່ອະໄວຍະວະຈະອ່ອນຕົວປ້ອງກັນຖົງຢາງລຸດເຂົ້າໄປໃນຊ່ອງຄອດເພດຍີງ

ໂລກຕິດຕໍ່ທາງເພດສຳພັນ ທີ່ (ຖົງຢາງອານາໄມ) ກໍ່ຊ່ວຍຫຍັງບໍ່ໄດ້ ?? Reviewed by makarow on 8:18:00 PM Rating: 5

Contact Form

Name

Email *

Message *

Powered by Blogger.