ຂ່າວດ່ວນ

ຂ່າວອື່ນໆ

random

ຫຼາຍພາກສ່ວນທີ່ກ່ຽວຂ້ອງຂອງ ສປປ.ລາວ ຮ່ວມເປັນເຈົ້າພາບຈັດງານສໍາມະນາພົບປະນັກທຸລະກິດ ຝຣັ່ງ-ລາວ ຄັ້ງທີ 2

ຫຼາຍພາກສ່ວນທີ່ກ່ຽວຂ້ອງຂອງ ສປປ.ລາວ ຮ່ວມເປັນເຈົ້າພາບຈັດງານສໍາມະນາພົບປະນັກທຸລະກິດ ຝຣັ່ງ-ລາວ ຄັ້ງທີ 2
     ສປປ.ລາວ ໂດຍມີນະຄອນຫຼວງວຽງຈັນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະການຄ້າ ກະຊວງການຕ່າງປະເທດ ແລະ ສະຖານທູດຝຣັ່ງ ປະຈໍາ ສປປ.ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມສໍາມະນາພົບປະນັກທຸລະກິດ ຝຣັ່ງ-ລາວ ຄັ້ງທີ 2 ປະຈໍາປີ 2017 ເປັນເວລາ 5 ວັນ ນັບແຕ່ວັນທີ 23-27 ມັງກອນ 2017 ທີ່ໂຮງແຮມແລນມາກຣີເວີໄຊ ນະຄອນຫຼວງວຽງຈັນ.
     ສໍາລັບພິທີໄຂງານສໍາມະນາ ແລະ ພົບປະນັກທຸລະກິດດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 24 ມັງກອນ 2017 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ທີແອຣິ ມາຣີອານິ ສະມາຊິກສະພາແຫ່ງຊາດ ຫົວໜ້າຄະນະຜູ້ແທນຝຣັ່ງ ທ່ານນາງ ໂກລດິນ ເລີດູ ເອກອັກຄະລັດຖະທູດວິສາມັນຜູ່ມີອໍານາດເຕັມ ແຫ່ງ ປະເທດຝຣັ່ງ ປະຈໍາ ສປປ.ລາວ ມີບັນດາຄະນະຜູ່ແທນທີ່ເປັນນັກທຸລະກິດຂະໜາດນ້ອຍ ຂະໜາດກາງ ແລະ ຂະໜາດໃຫຽ່ຂອງລາວ ແລະ ຝຣັ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
     ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ໄດ້ກ່າວວ່າ ງານພົບປະນັກທຸລະກິດ ຝຣັ່ງ-ລາວ ໃນຄັ້ງນີ້ ເປັນການຢັ້ງຢືນໃຫ້ເຫັນເຖິງຄວາມສໍາຄັນ ແລະ ຄວາມເອົາໃຈໃສ່ຂອງລັດຖະບານ ແລະ ສະພາແຫ່ງຊາດຂອງຝຣັ່ງ ທີ່ມີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີເລີດລະຫວ່າງສອງປະເທດ ລາວ-ຝຣັ່ງ ເຊິ່ງ ສປປ.ລາວ ແລະ ສ.ຝຣັ່ງ ແມ່ນມີສາຍພົວພັນທີ່ດີງາມ ແລະ ການຮ່ວມມືມີໝາກຜົນມາແຕ່ດົນນານທັງໃນຂອບ 2 ຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະໃນໄລຍະຜ່ານມາ ກໍແມ່ນເຫດການທີ່ມີຄວາມໝາຍສໍາຄັນຍິ່ງນັ້ນກໍຄື ການຢ້ຽມຢາມຄັ້ງປະຫວັດສາດຢູ່ ສປປ.ລາວ ຂອງທ່ານ ຝຣັ່ງຊົວ ໂຮນລັງ ປະທານາທິບໍດີຝຣັ່ງ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ທີ່ນະຄອນຫຼວງວຽງຈັນ ໃນເດືອນພະຈິກ 2012 ຜ່ານມາ ແລະ ການຢ້ຽມຢາມຝຣັ່ງ ຢ່າງເປັນທາງການຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ.ລາວ ໃນເດືອນຕຸລາ 2013 ເຊິ່ງບັນດາເຫດການດັ່ງກ່າວເຫຼົ່ານີ້ໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນ ແລະ ການຮ່ວມມືລະຫວ່າງ 2 ປະເທດ ໄດ້ກ້າວສູ່ຄຸນະພາບໃໝ່ ດ້ວຍການສືບຕໍ່ຈາກການພົບປະການນໍາລະດັບສູງສຸດລະຫວ່າງ 2 ປະມຸກລັດ ກໍມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ່ແທນລະຫວ່າງລັດຖະບານດ້ວຍກັນໃນທຸກລະດັບ ໃນນັ້ນ ກໍມີທັງການພົວພັນລະຫວ່າງບັນດາແຂວງ ແລະ ທ້ອງຖິ່ນ ພ້ອມດ້ວຍການພົວພັນລະຫວ່າງພາກທຸລະກິດ-ເອກະຊົນຂອງທັງ 2 ປະເທດ.
SPS_8713
     ລັດຖະບານ ແຫ່ງ ສປປ.ລາວ ຕີລາຄາສູງບັນດາຜົນສໍາເລັດຂອງການພົວພັນ ແລະ ຮ່ວມມືຂອງສອງປະເທດໃນຂະແໜງການຕ່າງໆເປັນຕົ້ນ ກະສິກໍາ ສາທາລະນະສຸກ ການປົກຄອງ ມໍລະດົກໂລກ ການສຶກສາ ຟຣັ່ງໂກໂຟນີ ແລະ ອື່ນໆ ໃນດ້ານເສດຖະກິດ ແລະ ການລົງທຶນກໍເຫັນວ່າ ປະເທດຝຣັ່ງ ແມ່ນຖືກຈັດຢູ່ໃນອັນດັບທີ 5 ຂອງບັນດາປະເທດທີ່ມາລົງທຶນຢູ່ ສປປ.ລາວ ນອກນີ້ຍັງມີໂຄງການລົງທຶນທີ່ສໍາຄັນຄື ເຂື່ອນໄຟຟ້ານໍ້າເທີນ 2 ແລະ ການມີໜ້າຂອງບໍລິສັດຝຣັ່ງ ຢູ່ກັບທີ່ເຊັ່ນ EDF Essilor BRED Citelum ແລະ ອື່ນໆ ເຊິ່ງກ່ອນໜ້ານີ້ 3 ປີ ຄືໃນປີ 2013 ຖືເປັນຄັ້ງທໍາອິດທີ່ສອງປະເທດໄດ້ມີແນວຄຶດລິເລີ່ມຈັດຕັ້ງປະຕິບັດວຽກງານສໍາຄັນຕ່າງໆເພື່ອເສີມຂະຫຽາຍການພົວພັນແລກປ່ຽນເຊິ່ງກັນແລະກັນທາງດ້ານເສດຖະກິດ ແລະ ການຄ້າ ຄື ການຈັດງານພົບປະບັນດານັກທຸລະກິດຂອງສອງປະເທດຢູ່ນະຄອນຫຼວງວຽງຈັນ ໂດຍມີຈຸດປະສົງເພື່ອດຶງດູດນັກລົງທຶນໃໝ່ເຂົ້າມາ ສປປ.ລາວ ຍ້ອນມີຜົນສໍາເລັດດັ່ງກ່າວ ຈິ່ງໄດ້ຕັດສີນໃຈສືບຕໍ່ຈັດຕັ້ງປະຕິບັດວຽກງານພົບປະບັນດານັກທຸລະກິດຂອງສອງປະເທດອີກໃນປີ 2017 ນີ້ ເຊິ່ງມີຫົວຂໍ້ຂອງການພົບປະແຕກຕ່າງກັນ ມີຄວາມສໍາຄັນທີ່ກວມເອົາບັນຫາຕ່າງໆເຊັ່ນ ສປປ.ລາວ ໃນການເປັນປະຕູສູ່ອາຊຽນ ການປ່ຽນແປງດິນຟ້າອາກາດ ການທ່ອງທ່ຽວ ແລະ ຟຣັ່ງໂຟໂກນີ ໃນຄວາມໝາຍເສດຖະກິດ ຈິ່ງຖືໂອກາດນີ້ແຈ້ງໃຫ້ເພື່ອນມິດຝຣັ່ງ ແລະ ປະເທດທີ່ໃຊ້ພາສາຝຣັ່ງ ໄດ້ຮັບຮູ້ວ່າ ສປປ.ລາວ ແມ່ນມີທ່າແຮງຫຼາຍດ້ານເພື່ອດຶງດູດເອົາການລົງທຶນຂອງຕ່າງປະເທດເຂົ້າມາສູ່ປະເທດຂອງຕົນ ທີ່ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ ອັດຕາການເຕີບໃຫຽ່ທາງດ້ານເສດຖະກິດສະເຫຼ່ຍ 7,5 % ຕໍ່ປີ ທັງຍັງມີຊັບພະຍາກອນທໍາມະຊາດທີ່ອຸດົມຮັ່ງມີ ແລະ ທ່າແຮງດ້ານອຸດສາຫະກໍາການທ່ອງທ່ຽວ ແຕ່ສິ່ງນຶ່ງສໍາຄັນຂອງຜົນສໍາເລັດກໍຄື ການເປັນປະທານອາຊຽນ ຂອງ ສປປ.ລາວ ໃນປີ 2016 ທີ່ຜ່ານມາ ພາຍຫຼັງສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ຂອງ ສປປ.ລາວ ໃນປີ 2015 ຜ່ານມາ ສປປ.ລາວ ກໍມີທີ່ຕັ້ງຍຸດທະສາດຢູ່ໃຈກາງອາຊີຕາເວັນອອກສະຫຼຽງໃຕ້ ຫຼື ແມ່ນຢູ່ໃຈກາງອາຊີ ທັງເປັນສະມາຊິກຂອງຟຮັ່ງໂກໂຟນີ ທັງເປັນສະມາຊິກອົງການການຄ້າໂລກ ແລະ ສະມາຊິກອາຊຽນໄປພ້ອມກັນ.
     ດັ່ງນັ້ນ ຈິ່ງຮຽກຮ້ອງມາຍັງບັນດານັກທຸລະກິດຝຣັ່ງ ຈົ່ງຕັດສິນໃຈເລືອກເອົາ ສປປ.ລາວ ເປັນຖານການຜະລິດໃໝ່ ເພື່ອສົ່ງອອກຜະລິດຕະພັນໄປຍັງບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ໃນນັ້ນ ໂຮມທັງ ສປ.ຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີ ພ້ອມທັງເຊີນຊວນບັນດາປະເທດເພື່ອນມິດຝຣັ່ງ ແລະ ປະເທດທີ່ໃຊ້ພາສາຝຮັ່ງ ຈົ່ງໄດ້ໄປຢ້ຽມຢາມບັນດາແຂວງອື່ນໆຂອງ ສປປ.ລາວ ທີ່ມີແຫຼ່ງທ່ອງທ່ຽວທີ່ງົດງາມທາງດ້ານປະຫວັດສາດ ວັດທະນະທໍາ ແລະ ທໍາມະຊາດ ເປັນຕົ້ນ ແຂວງຫຼວງພະບາງ ແລະ ວັດພູຈໍາປາສັກ ເຊິ່ງເປັນສະຖານທີ່ມໍລະດົກໂລກ.
ຂ່າວ/ພາບ: ເທບພະວົງ
ຫຼາຍພາກສ່ວນທີ່ກ່ຽວຂ້ອງຂອງ ສປປ.ລາວ ຮ່ວມເປັນເຈົ້າພາບຈັດງານສໍາມະນາພົບປະນັກທຸລະກິດ ຝຣັ່ງ-ລາວ ຄັ້ງທີ 2 Reviewed by makarow on 7:19:00 PM Rating: 5

Contact Form

Name

Email *

Message *

Powered by Blogger.