ຂ່າວດ່ວນ

ຂ່າວອື່ນໆ

random

ນະຄອນຫລວງວຽງຈັນ ພິຈາລະນາຫຼາຍບັນຫາສຳຄັນ


ນວ ພິຈາລະນາຫຼາຍບັນຫາສຳຄັນ ກອງ​ປະຊຸມ​ອົງການ​ປົກຄອງນະຄອນຫຼວງ​ວຽງ​ຈັນ ຄັ້ງ​ທີ 6 ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 23-24 ມັງກອນ 2017 ທີ່​ຫ້ອງ​ວ່າການປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງນະຄອນຫຼວງ​ວຽງ​ຈັນ ມີ​ທ່ານຮອງ​ເຈົ້າ​ຄອງ ພ້ອມ​ດ້ວຍ​ບັນດາຫົວໜ້າ​ພະແນກການ​ອ້ອມ​ຂ້າງ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.
ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຮັບ​ຟັງການ​ລາຍ​ງານ ແລະ ພິ​ຈາລະນາ​ຫຼາຍ​ບັນຫາ​ສຳຄັນ​ກ່ຽວ​ກັບວຽກ​ງານ​ຕ່າງໆ​ຂອງ ນວ ເປັນຕົ້ນ​ແມ່ນ ແຜນ​ວຽກຈຸດ​ສຸມ​ປະຈຳ​ເດືອນ​ກຸມພາ 2017 ການ​ກະກຽມ​ກອງ​ປະຊຸມ​ວຽກງານ​ຄຸ້ມ​ຄອງ​ບໍລິຫານ​ທີ່​ດິນ ແລະ ສິ່ງແວດລ້ອມ ແລະ ຮ່າງ​ຍັດຕິກອງ​ປະຊຸມ​ວຽກ​ງານ​ທີ່​ດິນ​ທົ່ວ ນວ ແຕ່​ນີ້​ຮອດ​ປີ 2020 ການ​ຂໍອອກ​ແຈ້ງ​ການ​ຂອງ​ພະ​ແນກ​ພະລັງ​ງານ ແລະ ບໍ່​ແຮ່ ຂໍ້​ຕົກລົງຂອງ​ທ່ານ​ເຈົ້າ​ຄອງ ນວ ສະບັບເລກ​ທີ 064/​ຈນວ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກໍ່ສ້າງ ແລະ ຕິດ​ຕັ້ງ​ໄຟຟ້າໃນ ນວ ກຳນົດ​ແນວທາງ ແລະ ບຸ​ຄະລາກອນ ​ຈະ​ໄປ​ປ້ອງ​ກັນ​ຄະດີ​ຄວາມກໍລະນີ ທ່ານ ປູ​ຕິກ ແອນ​ໂທ​ນີ ສະເໜີ​ເອົາ​ໂຄງການ​ສວນ​ນ້ຳ​ໜອງຈັນຂອງ​ບໍລິສັດ ໂປຼ​ສະປອດ-ໜອງ​ຈັນ ຈຳກັດ ທີ່​ຖືກ​ຜົນ​ກະທົບ​ຈາກ​ໂຄງການ​ພັດທະນາ​ດັ່ງກ່າວ ​ເຂົ້າ​ສູ່​ຂະ​ບວນ​ການ​ໄກ່​ເກ່ຍທາງ​ດ້ານ​ເສດຖະກິດຂອງ​ຄະນະກຳມະການ​ກ່ຽວຂ້ອງ ການ​ສະເໜີ​ຂໍ​ຈັດ​ກິດຈະກຳ​ໄລຍະ​ບຸນ​ສົງການ​ຢູ່​ຫາດ​ດອນ​ຈັນ ແລະ ຂອບເຂດ​ການ​ຄຸ້ມ​ຄອງ​ແຫຼ່ງ​ລາຍ​ຮັບໃໝ່​ຂອງ​ຫ້ອງການ​ຄຸ້ມ​ຄອງ ແລະ ບໍລິການ​ຕົວ​ເມືອງ​ວຽງ​ຈັນ ແລະ ອື່ນໆ ເພື່ອ​ແນໃສ່​ເຮັດ​ໃຫ້​ວຽກງານ​ແຕ່​ລະ​ດ້ານ​ມີ​ຜົນສຳເລັດ ແລະ ບັນລຸ​ເປົ້າ​ໝາຍ
ນະຄອນຫລວງວຽງຈັນ ພິຈາລະນາຫຼາຍບັນຫາສຳຄັນ Reviewed by makarow on 7:17:00 PM Rating: 5

Contact Form

Name

Email *

Message *

Powered by Blogger.