ຂ່າວດ່ວນ

ຂ່າວອື່ນໆ

random

ການຂາຍສິ້ນໄໝລາວ ໄດ້ຮັບຜົນກະທົບຍ້ອນມີການລອກຮຽນແບບ

ການຂາຍສິ້ນໄໝລາວ ໄດ້ຮັບຜົນກະທົບຍ້ອນມີການລອກຮຽນແບບ ການ​ຄ້າ-ການ​ຂາຍ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ເປັນ​ອາຊີບໜຶ່ງ​ທີ່​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ດີເທົ່າ​ທີ່​ຄວນ ໂດຍ​ສະເພາະ​ແມ່ນ ການ​ຂາຍ​ສິ້ນ​ທີ່​ເປັນ​ສີໄມ້ລາຍມືຂອງ​ຄົນ​ລາວ ປັດຈຸບັນ ການຂາຍ​ສິ້ນ​ໄດ້​ມີ​ຄວາມ​ຫຍຸ້ງຍາກ ເນື່ອງ​ຈາ​ກວ່າຕະຫຼາດ​ສິ້ນ​ຮຽນແບບ​ເຂົ້າ​ມາ​ລາວ​ຫຼາຍ ເຮັດ​ໃຫ້ຜົນ​ການ​ຕອບ​ຮັບ​ແມ່​ຄ້າຂາຍ​ສິ້ນບໍ່​ໄດ້​ຮັບ​ຜົນ​ດີ.
ແມ່ອໍລະພິນ ໄຊ​ຍະ​ສອນ ໃຫ້​ຮູ້ເມື່ອ​ບໍ່​ດົນ​ນີ້​ວ່າ: ດ້ວຍ​ຄວາມຮັກ​ມັກ​ໃນ​ການ​ຄ້າ-ຂາຍ ທັງ​ເປັນການ​ປົກ​ປັກ​ຮັກສາ​ລວດລາຍຂອງ​ສິ້ນ​ໝີ່​ທີ່​ມີ​ມາ​ແຕ່​ພໍ່​ແມ່ ປູ່​ຍ່າ ຕານາຍ ໃຫ້​ມີ​ຄວາມ​ຍືນ​ຍົງ ປີ 2009 ຕົນ​ຈຶ່ງ​ຕັດສິນ​ໃຈ​ປະກອບອາຊີບ​ຂາຍ​ສິ້ນ ລົງທຶນ​ເບື້ອງ​ຕົ້ນຈຳນວນ 40 ລ້ານ​ກີບ ໃນ​ການອອກ​ເຄືອ​ຫູກ ພ້ອມ​ທັງ​ລາຍ​ໃຫ້ເອື້ອຍ​ນ້ອງ​ແມ່ຍິງ​ພາຍ​ໃນ​ບ້ານສະພາຍ ແລະ ບ້ານ​ດອນ​ໂຂງ ແຂວງ​ຈຳປາ​ສັກ ​ຕ່ຳ​ໃຫ້ ຫຼັງ​ຈາກນັ້ນ ຕົນ​ກໍ່​ເກັບ​ຊື້​ໃນ​ລາຄາ​ທີ່ເໝາະ​ສົມ​ ແລ້ວ​ສົ່ງ​ໃຫ້​ຮ້ານ​ຂາຍສິ້ນ​ໃນ​ນະຄອນຫຼວງ​ວຽງ​ຈັນ ເຫັນ​ວ່າ​ໄດ້​ຮັບ​ຜົນ​ດີ ແຕ່​ປັດຈຸບັນ ຕະຫຼາດ​ຕ່າງປະເທດ​ເຂົ້າ​ມາ​ຫຼາຍ ເປັນຕົ້ນ​ແມ່ນ ສິ້ນ​ທີ່​ຮຽນ​ແບບລວດລາຍ​ຂອງ​ລາວ ເຮັດ​ໃຫ້ການ​ຄ້າຂາຍ​ພົບ​ຄວາມ​ຫຍຸ້ງຍາກ ຕົນ​ຈຶ່ງ​ໄດ້​ຢຸດຕິ​ການ​ສົ່ງ​ສິ້ນຕາມ​ຮ້ານ ແລະ ອີງ​ຕາມ​ຕົ້ນ​ທຶນ ຈຶ່ງ​ໄດ້​ຫຼຸດຜ່ອນ​ເຄືອ​ຕ່ຳຫູກ​ລົງ ເຊິ່ງ​ຍັງ​ເຫຼືອ​ພຽງ​ແຕ່ 5-10 ກີ່ເທົ່າ​ນັ້ນ ໃນ​ນີ້ ມີ​ທັງ​ເຄືອ​ຫູກ​ສິ້ນໝີ່ ແລະ ເຄືອ​ຫູກ​ສິ້ນໄໝ​ມະນີ​ກັດ ເພື່ອ​ຂາຍ​ໃຫ້​ລູກ​ຄ້າ​ພາຍ​ໃນ​ບ້ານໄດ້​ຊົມໃຊ້ ແລະ ທັງ​ເປັນ​ການຕອບ​ສະໜອງ​ຕາມ​ຄວາມ​ນິຍົມໃຫ້​ລູກ​ຄ້າ​ທີ່​ມີ​ລາຍ​ໄດ້​ໜ້ອຍໄດ້ນຸ່ງ​ສິ້ນ​ງາມ ​ເຊິ່ງ​ມີ​ລາຄາ​ຂາຍ​ແຕ່ 2 ແສນຫາ 3 ແສນ​ກີບ ເດືອນໜຶ່ງ​ສາມາດ​ສ້າງ​ລາຍ​ຮັບ​ທັງ​ຕົ້ນທຶນ ແລະ ກຳໄລ​ປະມານ 5 ລ້ານຫາ 6 ລ້ານ​ກີບ.
ແມ່​ອໍລະພິນ ກ່າວ​ຕື່ມ​ອີ​ກວ່າ: ເຖິງ​ຢ່າງໃດ​ກໍ່​ຕາມ ​ໃນ​ນາມ​ສ່ວນຕົວ​ ຂໍ​ຂອບໃຈ​ມາ​ຍັງ​ການ​ນຳ-ພັກ ລັດ ກໍ່​ຄື​ສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຊີ້​ທິດເຍືອງ​ທາງ ເພື່ອ​ຂະຫຍາຍ​ຜະລິດຕະ​ພັນ​ຂອງ​ຄົນ​ລາວ​ໃຫ້​ເປັນ​ທີ່​ຮູ້ຈັກຢ່າງ​ກວ້າງຂວາງ ໂດຍ​ການຈັດ​ງານ​ວາງສະແດງ​ຜະລິດ​ຕະພັນ​ສີໄມ້ລາຍມື​ຂອງ​ຄົນ​ລາວ ເຊິ່ງ​ໃນ​ແຕ່​ລະ​ປີ​ຕົນ​ໄດ້​ເປັນ​ຕົວແທນ​ຂອງ​ແຂວງ​ຈຳປາ​ສັກ ​ທີ່​ໄດ້ນຳ​ເອົາ​ຜະລິດ​ຕະ​ພັນ​ຂອງ​ຕົນ ແລະ ແຂວງ​ຈຳປາ​ສັກ​ເຂົ້າ​ມາວາງສະແດງ ເປັນຕົ້ນແມ່ນ​ສິ້ນ ໝີ່​ສະພາຍ ແພ​ຕັດ​ເສື້ອ​ສີ​ທຳ​ມະຊາດ​ຈາກ​ກຸ່ມ​ຜ້າ​ຝ້າຍ ພ້ອມ​ນັ້ນ ຂໍ​ເຊີນຊວນ​ລູກ​ຄ້າ​ຜູ້​ທີ່​ມີ​ຄວາມສົນໃຈ​ກ່ຽວ​ກັບ​ຜະລິດ​ຕະ​ພັນ​ຂອງ​ແຂວງ​ຈຳປາ​ສັກ ສາມາດ​ເບິ່ງ​ໄດ້ທີ່​ຮ້ານ​ຂອງ​ຂ້າພະເຈົ້າ ເຊິ່ງ​ຕັ້ງ​ຢູ່ສູນ​ຫັດຖະກຳ​ແຂວງ​ຈຳປາ​ສັກ (ຫຼັກ 7). (ຫນັງສືພິມວຽງຈັນໃຫ່ມ)
ການຂາຍສິ້ນໄໝລາວ ໄດ້ຮັບຜົນກະທົບຍ້ອນມີການລອກຮຽນແບບ Reviewed by makarow on 7:16:00 PM Rating: 5

Contact Form

Name

Email *

Message *

Powered by Blogger.