ພຽງ 2 ວັນເຈົ້າໜ້າທີ່ສາມາດນຳຈັບໂຕຄົນຂັບຕຳແລ້ວໜໜີມາດຳເນີນຄະດີໄດ້ແລ້ວ
(ສັນຊາດຫວຽດນາມ), ພັກເຊົາຢູ່ບ້ານສົມສະຫວັນ (ຫລັກ 21), ເມືອງໄຊທານີ, ຜ່ານການສືບສວນຜູ້ກ່ຽວຮັບສາລະພາບວ່າ: ຕົນໄດ້ຂັບຂີ່ລົດມາແຕ່ທາງສະໜາມກິລາ ຫລັກ16, ມຸ້ງໜ້າໄປວົງວຽນດອນໜູນດ້ວຍຄວາມໄວສູງ, ພໍມາຮອດຈຸດເກີດເຫດໄດ້ໄປຕຳເອົາທ້າຍລົດຈັກທີ່ຂັບຂີ່ມາໃນທິດທາງດຽວກັນ ແລະ ລາກແກ່ໄປຫລາຍແມັດ, ຍ້ອນຄວາມຕື່ນຕົກໃຈ ແລະ ບໍ່ມີສະຕິຈຶ່ງໄດ້ຂັບລົດໜີກັບເມືອບ້ານ ແຕ່ກໍໄປບໍ່ລ້ອດຖືກເຈົ້າໜ້າທີ່ສາມາດນຳຈັບຕົວໄດ້ພຽງ 2 ວັນຕໍ່ມາ.
ເຈົ້າໜ້າທີ່ໃຫ້ວ່າ: ອຸປະຕິເຫດຍັງເກີດຂຶ້ນຫລາຍ ແລະ ໃນກໍລະນີຕຳແລ້ວໜີແມ່ນຍັງເປັນບັນຫາໃຫຍ່ສຳລັບເຈົ້າໜ້າທີ່ພວກເຮົາ, ຊຶ່ງປັດຈຸບັນ ເຈົ້າໜ້າທີ່ພວມເລັ່ງແກ້ໄຂ ແລະ ຫລຸດຜ່ອນອຸປະຕິເຫດທາງທ້ອງຖະໜົນໃຫ້ໄດ້ 50%ໃນປີໃໝ່ນີ້, ໂດຍການລົງໂຄສະນາດ້ານລະບຽບຈະລາ ຈອນປຸກລດົມການຂັບຂີ່ປອດໄພຕາມສະຖານທີ່ຕ່າງໆເຊັ່ນ: ໂຮງຮຽນ, ສຳນັກງານ, ຫົວໜ່ວຍທຸລະກິດ ແລະ ຢູ່ຕາມຖະໜົນຫົນທາງບ່ອນຊຸມຊົນຕ່າງໆ ສົມທົບກັບພາກສ່ວນກ່ຽວຂ້ອງສ້າງຫລັກສູດການຮຽນ-ການສອນຢູ່ໂຮງຮຽນ, ພ້ອມນີ້ ຍັງມີການຕັ້ງຈຸດກວດກາເຄື່ອນທີ່ກວດຄວາມໄວ, ທາດເຫລົ້າ, ເອກະສານ ແລະ ສະພາບເຕັກນິກຂອງລົດອີກ. ພ້ອມເລັ່ງເພື່ອກວດກາຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ທຸກເສັ້ນທາງ, ເມື່ອພົບເຫັນລົດແລ່ນໄວ, ຜູ້ຂັບຂີ່ດື່ມສິ່ງມືນເມົາ ຫລື ຈອດລົດຊະຊາຍຕາມແຄມທາງກໍຈະໄດ້ຕັກເຕືອນສຶກສາອົບຮົມ ແລະ ດຳເນີນຄະດີຕາມການກະທຳຜິດໝັກ ຫລື ເບົາຕາມລະບຽບການ. (ຫນັງສືພິມລາວພັດທະນາ)
ພຽງ 2 ວັນເຈົ້າໜ້າທີ່ສາມາດນຳຈັບໂຕຄົນຂັບຕຳແລ້ວໜໜີມາດຳເນີນຄະດີໄດ້ແລ້ວ
Reviewed by makarow
on
1:41:00 AM
Rating:
Reviewed by makarow
on
1:41:00 AM
Rating:


