ຍັງມີບາງຕະຫຼາດທີ່ບໍ່ປະຕິບັດລະບຽບ
ເພື່ອເປັນການຮອງຮັບຕໍ່ການຄຸ້ມຄອງລາຄາສິນຄ້າ
ໃຫ້ຢູ່ໃນສະພາບປົກກະຕິ ໂດຍສະເພາະ
ໄລຍະທີ່ຈະເພີ່ມດັດຊະນີເງິນເດືອນປີ 2017 ວັນທີ 19 ມັງກອນ 2017
ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນວ
ແລະ ເມືອງ ລົງຕິດຕາມກວດກາຄືນ ການຕິດປ້າຍລາຄາສິນຄ້າ ແລະ ຊິງຊັ່ງ
(ຊິງກາງ) ຢູ່ຕະຫຼາດເປົ້າໝາຍຢູ່ 4 ເມືອງໃນຂອງນະຄອນຫຼວງວຽງຈັນ.ຜ່ານການລົງຕິດຕາມກວດກາຂອງພະນັກງານ-ວິຊາການທີ່ກ່ຽວຂ້ອງຢູ່ 4 ຕະຫຼາດເປົ້າໝາຍຄື: ຕະຫຼາດສີໄຄ ຕະຫຼາດໜອງໜ້ຽວ ເມືອງສີໂຄດຕະບອງ ຕະຫຼາດໂພນສະຫວ່າງ ເມືອງຈັນທະບູລີ ແລະ ຕະຫຼາດຫົວຂົວ ເມືອງໄຊເຊດຖາ ເຫັນວ່າຍັງມີບາງຕະຫຼາດຍັງບໍ່ທັນປະຕິບັດໄດ້ ຕາມລະບຽບການທີ່ທາງຂັ້ນເທິງໄດ້ວາງອອກ ເຊັ່ນ: ຢູ່ທີ່ຕະຫຼາດສີໄຄ ແລະ ຕະຫຼາດໂພນສະຫວ່າງ ຍັງບໍ່ຕິດປ້າຍລາຄາສິນຄ້າປະເພດຊິ້ນງົວ ຄວາຍ ແລະ ຊິ້ນໝູ ທີ່ທາງຂັ້ນເທິງໄດ້ແນະນຳໃຫ້ຕິດປ້າຍບອກລາຄາສິນຄ້າປະເພດຊິ້ນງົວ ຄວາຍ ແລະ ຊິ້ນໝູ ນອກຈາກນີ້ ຊິງກາງຍັງບໍ່ຄົບກັບຈຳນວນທີ່ກຳນົດໄວ້ໃຫ້ຄື ຕ້ອງມີສອງໜ່ວຍຂຶ້ນໄປ ແລະ ຕ້ອງວາງໄວ້ຢູ່ບ່ອນທີ່ລູກຄ້າແນມເຫັນໄດ້ຢ່າງຊັດເຈນ.
ສຳລັບລາຄາສິນຄ້າປະເພດຊິ້ນທີ່ພະແນກອຸດສາຫະກຳ ແລະ ການຄ້າ ນວ ກຳນົດໄວ້ຄື: ຊີ້ນໝູປະເພດໜຶ່ງລາຄາສູງສຸດບໍ່ເກີນ 35.000 ກີບຕໍ່ກິໂລ ສ່ວນລາຄາຊີ້ນງົວ ຄວາຍ ແລະ ພືດ ຜັກແມ່ນຂຶ້ນກັບກົນໄກຂອງຕະຫຼາດ. (ຫນັງສືພິມວຽງຈັນໃຫ່ມ)
ຍັງມີບາງຕະຫຼາດທີ່ບໍ່ປະຕິບັດລະບຽບ
Reviewed by makarow
on
1:39:00 AM
Rating:

