ຂໍ້ເສຍຂອງຄໍລາເຈນ ທີ່ຄວນຫລີກລ່ຽງ
ໃນປັດຈຸບັນ ຜະລິດຕະພັນ ອາຫານເສີມຕ່າງໆ ທີ່ມີສ່ວນປະສົມ ຂອງຄໍລາເຈນ ຖືວ່າໄດ້ຮັບຄວາມ ນິຍົມຊົມຊອບ ຈາກສັງຄົມທົ່ວໄປ ໂດຍສະເພາະແມ່ນ ຊາວໜຸ່ມທີ່ຕ້ອງ ຮັກສາສຸຂະພາບ ແລະ ເສີມ ຄວາມງາມ ໃຫ້ແກ່ຕົນເອງ. ແຕ່ເມື່ອບໍ່ດົນ ນີ້ມີການເຜີຍແຜ່ ຂໍ້ມູນຜົນການວິໄຈ ຜ່ານສື່ອອນລາຍ ວ່າຄໍລາເຈນ ທີ່ຫລາຍຄົນຄິດວ່າ ດີກໍມີຜົນເສຍ ຫລາຍຢ່າງຕໍ່ຮ່າງກາຍ ບໍ່ໜ້ອຍມື້ນີ້ ຄໍລຳສຶກສາ ຫາຄວາມຮູ້ ຈຶ່ງນຳເອົາຂໍ້ມູນ ດັ່ງກ່າວມານຳສະເໜີ.
ຜົນການວິໄຈ ຊີ້ໃຫ້ເຫັນວ່າ: ຄໍລາເຈນ ກໍສາມາດເຮັດໃຫ້ ເກີດອາການແພ້ໄດ້ເຊັ່ນ: ບາງຄົນກິນແລ້ວ ຮູ້ສຶກປຸ້ນທ້ອງ ແລະ ປວດຮາກ, ຖ້າແພ້ຮຸນແຮງ ຈະມີອາການບວມ, ອອກຕຸ່ມຄັນ, ບາງຄົນແພ້ຮຸນແຮງ ຈົນແໜ້ນໜ້າເອິກ, ຫລອດລົມຕີບ, ຫາຍໃຈບໍ່ອອກ. ຄໍລາເຈນ ບາງຊະນິດອາດ ຜະລິດຈາກປາທະເລ ກໍອາດເຮັດໃຫ້ຄົົນ ທີ່ແພ້ອາຫານ ທະເລກິນແລ້ວ ເກີດອາການແພ້ ຢ່າງຮຸນແຮງ, ດັ່ງນັ້ນຄົົນ ທີ່ມີພະຍາດ ປະຈຳໂຕ ຫລື ແພ້ງ່າຍຄວນ ຫລີກລ່ຽງ ຫລື ຮັບປະທານ ຄໍລາເຈນທີ່ມີ ມາດຕະຖານ ໃນການຜະລິດ ເພື່ອຄວາມປອດໄພ.
ນອກຈາກນີ້, ຂະບວນການ ຜະລິດຄໍລາເຈນ ແຕ່ລະຊະນິດ ກໍບໍ່ຄືກັນ ບາງຊະນິດ ອາດຈະບໍ່ໄດ້ ມາດຕະຖານ ຫລື ໃສ່ສານເພີ່ມຄວາມຂາວ ເຊິ່ງເປັນອັນຕະລາຍ ຕໍ່ຮ່າງກາຍ; ເມື່ອເຮົາຮັບປະທານ ເຂົ້າໄປ ແລ້ວອາດຈະເຮັດ ໃຫ້ເກີດອັນຕະລາຍ ຕໍ່ຮ່າງກາຍ ຫລື ໄດ້ຮັບສານພິດ ສະສົມເມື່ອດົນ ໄປອາດຈະມີອັນຕະລາຍ ເຖິງຊີວິດໄດ້. ພ້ອມທັງເປັນການ ສະສົມສານພິດ ໃນຮ່າງກາຍ ຕື່ມອີກຖ້າຮັບ ປະທານຄໍລາ ເຈນທີ່ບໍ່ໄດ້ ມາດຕະຖານຕິດຕໍ່ກັນ ເປັນເວລາດົນ ຈະເຮັດໃຫ້ ໝາກໄຂ່ຫລັງ ເຮັດວຽກຫລາຍຂຶ້ນ. ດັ່ງນັ້ນໃຜທີ່ມີ ບັນຫາກ່ຽວກັບ ໝາກໄຂ່ຫລັງ ຫລື ເປັນພະຍາດ ໝາກໄຂ່ຫລັງ ລວມໄປເຖິງ ຜູ້ສູງອາຍຸຄວນ ຫລີກລ່ຽງທີ່ສຸດ. ເມື່ອຮູ້ແນວນີ້ແລ້ວ ກ່ອນທີ່ຈະຮັບ ປະທານອາຫານ ເສີມປະເທດໃດ ກໍຕາມຄວນມີ ການເລືອກເຟັ້ນ ຢ່າງຄັກແນ່ ເພື່ອສຸຂະພາບ ທີ່ດີຂອງທ່ານເອງ.
ຂປລ:
ຂໍ້ເສຍຂອງຄໍລາເຈນ ທີ່ຄວນຫລີກລ່ຽງ
Reviewed by makarow
on
8:30:00 PM
Rating:
Reviewed by makarow
on
8:30:00 PM
Rating:


