ແຂວງອຸດົມໄຊ ຫາລືກ່ຽວກັບການກຳນົດອັດຕາຄ່າເວນຄືນ ໃຫ້ປະຊາຊົນທີ່ຖືກໂຄງການເສັ້ນທາງລົດໄຟ ລາວ-ຈີນ
ກອງປະຊຸມປຶກສາຫາລືກ່ຽວກັບອັດຕາຄ່າເວນຄືນ ຫຼື ທົດແທ່ນຄືນ
ໃຫ້ແກ່ບັນດາປະຊາຊົນທີ່ຖືກໂຄງການເສັ້ນທາງລົດໄຟ ລາວ-ຈີນ
ໃນໄລຍະຜ່ານແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 05 ມັງກອນ 2017
ຢູ່ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງແຂວງ ໂດຍການເປັນປະທານຂອງທ່ານ
ສົມແກ້ວ ມະນີວັນ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ
ມີບັນດາພະແນກການ ຄະນະຮັບຜິດຊອບວຽກງານໄກ່ເກ່ຍ ສິ່ງກີດຂວາງສະຖານີ ແລະ
ແລວທາງລົດໄຟ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການດໍາເນີນກອງປະຊຸມໃນຄັ້ງນີ້
ບັນດາຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງກ່ຽວກັບຜົນກະທົບຕໍ່ກັບສະພາບແວດລ້ອມ ແລະ
ສັງຄົມ ຄວາມເສຍຫາຍຂອງທີ່ດິນ ແລະ
ຊັບສິນຂອງພໍ່ແມ່ປະຊາຊົນທີ່ຖືກໂຄງການກໍ່ສ້າງເສັ້ນທາງລົດໄຟ
ໄລຍະທີ່ຜ່ານແຂວງອຸດົມໄຊ ໂຮມທັງລະບຽບຫຼັກການ ກົດໝາຍ ແລະ
ຄວາມເໝາະສົມຂອງອັດຕາຄ່າທົດແທນຄືນໃຫ້ແກ່ປະຊາຊົນ
ເພື່ອເປັນແນວທາງໃນການປຶກສາຫາລື ແລະ ປະກອບຄຳເຫັນໃສ່ຫົວຂໍ້ບັນຫາດັ່ງກ່າວ
ໃຫ້ມີຄວາມເປັນເອກະພາບ ແລະ ເໝາະສົມ
ໃນການທີ່ຈະລົງໄປຈັດຕັ້ງປະຕິບັດໂຕຈິງໃນຂັ້ນຕອນຕໍ່ໄປ ໃຫ້ໄດ້ຮັບໝາກຜົນ ແລະ
ຫຼີກເວັ້ນບັນຫາທີ່ຈະເກີດຂຶ້ນຕາມມາ ເຊິ່ງເສັ້ນທາງລົດໄຟ ລາວ-ຈີນ
ດັ່ງກ່າວແມ່ນມີຄວາມຍາວທັງໝົດ 427 ກ.ມ ໃນນັ້ນ ໄລຍະຜ່ານແຂວງອຸດົມໄຊ
ແມ່ນມີຄວາມຍາວ 126.6 ກ.ມ ຕັ້ງແຕ່ຊາຍແດນເມືອງນາໝໍ້ ແຂວງອຸດົມໄຊ ກັບ ນາເຕີຍ
ແຂວງຫຼວງນ້ຳທາ ຫາ ບ້ານລາດຫານ ເມືອງງາ ກວມເອົາ 3 ເມືອງຄື ເມືອງນາໝໍ້ ເມືອງໄຊ
ແລະ ເມືອງງາ ທີ່ປະກອບມີ 3 ສະຖານີຫຼັກ
ເຊິ່ງມີປະຊາຊົນໄດ້ຮັບຜົນກະທົບຈາກໂຄງການໃນຄັ້ງນີ້ຈໍານວນທັງໝົດ 41 ບ້ານ 953
ຄອບຄົວ ທີ່ຈະໄດ້ຮັບການທົດແທນ ຊົດເຊີຍ ແລະ ເວນຄືນ
ເຊິ່ງເປົ້າໝາຍຫຼັກຂອງການປຶກສາຫາລືກັນກ່ຽວກັບອັດຕາຄ່າທົດແທນຄືນໃຫ້ແກ່ປະຊາຊົນໃນຄັ້ງນີ້
ກໍເພື່ອກຳນົດອັດຕາຄ່າທົດແທນຄືນໃຫ້ລະອຽດ ເໝາະສົມຕາມທີ່ດິນ ຊັບສິນ ແລະ ອື່ນໆ
ຂອງປະຊາຊົນທີ່ໄດ້ຮັບຄວາມເສຍຫາຍ ໂດຍອີງໃສ່ບັນດານິຕິກຳ ແລະ
ລະບຽບກົດໝາຍທີ່ໄດ້ກຳນົດໄວ້
ຫຼີກເວັ້ນຫາງສຽງຂອງປະຊາຊົນຕໍ່ການໄກ່ເກ່ຍບັນຫາສິ່ງກີດຂວາງຕ່າງໆ
ເພື່ອເຮັດໃຫ້ການກໍ່ສ້າງດັ່ງກ່າວດຳເນີນໄປຢ່າງສະດວກສະບາຍ ໄປຕາມແຜນການ ແລະ
ໄລຍະເວລາທີ່ໄດ້ກຳນົດໄວ້ ນອກນັ້ນ
ຍັງເປັນການຫາລືກ່ຽວກັບການຮັບມືຕໍ່ກັບບັນດາຜົນກະທົບທີ່ຈະຕາມມາຈາກການກໍ່ສ້າງເສັ້ນທາງລົດໄຟ
ລາວ-ຈີນ ໃນຄັ້ງນີ້ ຕື່ມອີກ ເປັນຕົ້ນແມ່ນ ບັນຫາສະພາບແວດລ້ອມ ສັດນ້ຳ ສັດປ່າ
ການສັນຈອນ ສຸຂະພາບ ສິ່ງເສດເຫຼືອ ແລະ ອື່ນໆ.
ຂ່າວ/ພາບ: ຄານມະນີ ຮຽນດໍຈັນ
ແຂວງອຸດົມໄຊ ຫາລືກ່ຽວກັບການກຳນົດອັດຕາຄ່າເວນຄືນ ໃຫ້ປະຊາຊົນທີ່ຖືກໂຄງການເສັ້ນທາງລົດໄຟ ລາວ-ຈີນ
Reviewed by makarow
on
8:16:00 PM
Rating:


