ຂ່າວດ່ວນ

ຂ່າວອື່ນໆ

random

ລັດເຊຍ-ຟິລິບປີນ ຈະລົງນາມສັນຍາຮ່ວມມືດ້ານຄວາມໝັ້ນຄົງ



        
ຕາມ​ຂ່າວ​ ຕ່າງປະ​ເທດ,  ວັນ​ທີ 4 ​ເດ​ືອນ ມັງກອນ, ​ທ່ານ ອີກ​ໍ​ໂກ​ວາ​ເອັບ ​ເອກ​ອັກ ຄະ​ລັດຖະທູດ ລັດ​ເຊຍ​ ປະຈຳ ຟິລິບ​ປີນ ​ໃຫ້​ຮູ້​ວ່າ ຟິລິບ​ປີນ ​ແລະ ລັດ​ເຊຍ ຈະ​ລົງ​ນາມ​ ສັນຍາ​ ຮ່ວມ​ມື ດ້ານ​ຄວາມ​ ໝັ້ນຄົງ. ​ກ່ອນ​ໜ້າ​ນີ້ ​ໃນ​ວັນ​ທີ 5 ​ເດືອນ​ທັນວາ ຜ່ານ​ມາ, ທ່ານ ​ເດນ​ຟິນ ລໍ​ເຣນຈາ​ນາ ລັດຖະມົນ​ຕີ ​ວ່າການ ກະຊວງ​ ປ້ອງ​ກັນ​ ປະ​ເທດ ​ຟິລິບ​ປີນ ​ໄດ້​ຢ​້ຽມຢາມ​ ລັດ​ເຊຍ ​ແລະ ພົບ​ປະ​​ເຈ​ລະ​ຈາ ກັບ ທ່າ​ນອັງ​ນາ​ໂຕ​ລີ ອັງ​ໂຕ​ໂນ​ບ ຮອງ​ລັດ ຖະມົນຕີ ກະຊວງ​ ປ້ອງ​ກັນ​ ປະ​ເທດ​ ລັດ​ເຊຍ ​ເພື່ອ​ເພີ​່ມ ທະວີ​ຮ່ວມ​ມື​ ດ້ານ​ຄວາມ​ ໝັ້ນຄົງ​ ໃນ​ເຂດ​ ອາຊີ-ປາຊີ​ຟິກ
ລັດເຊຍ-ຟິລິບປີນ ຈະລົງນາມສັນຍາຮ່ວມມືດ້ານຄວາມໝັ້ນຄົງ Reviewed by makarow on 10:01:00 PM Rating: 5

Contact Form

Name

Email *

Message *

Powered by Blogger.