ຄໍາມ່ວນ ກຽມຄວາມພ້ອມໃນການຈັດງານບຸນນະມັດສະການ ພະທາດສີໂຄດຕະບອງປະຈຳປີ ໃນວັນທີ 9-11 ກຸມພາ
ວັນທີ 4 ມັງກອນ 2017 ນີ້ ຢູ່ເມືອງທ່າແຂກ ບັນດາອານຸກຳມະການຮັບຜິດຊອບ
ໃນງານບຸນນະມັດສະການ ພະທາດສີໂຄດຕະບອງ ປະຈຳປີ 2017 ໄດ້ລາຍງານຄວາມພ້ອມ
ໃນການຫ່າງຫາກະກຽມ ການຈັດຕັ້ງບຸນດັ່ງກ່າວ ລະຫ່ວາງ ວັນທີ 9-11 ກຸມພາ 2017
ທີ່ຈະມາເຖິງໃນມໍ່ໆນີ້ ໂດຍເປັນປະທານຮ່ວມຂອງທ່ານ ແສງທອງ ພະຄຸນທອງ ປະທານ
ແນວລາວສ້າງຊາດ ແຂວງຄຳມ່ວນ ຮອງປະທານ ຈັດງານບຸນ ທ່ານ ຈັນ ບຸບຜາລີວັນ
ກຳມະການພັກແຂວງ ເລຂາພັກເມືອງ,
ເຈົ້າເມືອງໆທ່າແຂກ ເຂົ້າຮ່ວມໃນພິທີມີ ພຣະເຖລາ-ນຸເຖຣະ ບັນດາຄະນະ
ບໍລິຫານງານພັກເມືອງ, ບັນດາພະແນກການ ບັນດາອານຸ ກຳມະການ ແລະ ຄະນະພັກຮາກຖານ 4
ກຸ່ມບ້ານ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ບັນດາຜູ້ເຂົ້າຮ່ວມ ກໍ່ຄືບັນດາຫົວໜ້າ ອານຸກຳມະການຕ່າງໆ ໄດ້ລາຍງານຄວາມພ້ອມ ໃນການກະກຽມບັນດາໜ້າວຽກ ຂອງອານຸກຳມະການຕົນເປັນ ທີ່ຮຽບຮ້ອຍ ເປັນຕົ້ນໃນແຜນວຽກ ແລະ ແຜນງົບປະມານ ການໃຊ້ຈ່າຍທີ່ໄດ້ຮັບການແຕ່ງຕັ້ງ, ແບ່ງຄວາມຮັບຜິດຊອບ ໃນບັນດາໜ້າວຽກ ທີ່ໄດ້ຮັບການມອບໝາຍ ເພື່ອທີ່ຈະນຳໄປ ຈັດຕັ້ງປະຕິບັດ ໃຫ້ເກີດຜົນສຳເລັດ ແລະ ມີຄວາມພັດທະນາ ກ້າວໜ້າສົມບູນຂຶ້ນກ່ວາ ໄລຍະປີທີ່ຜ່ານມາ.
ຄໍາມ່ວນ ກຽມຄວາມພ້ອມໃນການຈັດງານບຸນນະມັດສະການ ພະທາດສີໂຄດຕະບອງປະຈຳປີ ໃນວັນທີ 9-11 ກຸມພາ
Reviewed by makarow
on
10:05:00 PM
Rating:
Reviewed by makarow
on
10:05:00 PM
Rating:


