ເກີດເຫດກຸ່ມຕິດອາວຸດບຸກປຸ້ນຄຸກຢູ່ພາກໃຕ້ຟິລິບປິນ
ລັດຖະບານຟິລິບປິນຢືນຢັນໃນວັນທີ 4 ມັງກອນນີ້ວ່າ: ໄດ້ເກີດເຫດປຸ້ນຄຸກດ້ວຍກຳລັງອາວຸດຢູ່ພາກໃຕ້ປະເທດຕົນໃນວັນດັ່ງກ່າວ ໂດຍມີນັກໂທດ 158 ຄົນໂຕນຄຸກໄດ້.
ທ່ານປີເຕີ ບອງກັດ ຜູ້ຮັບຜິດຊອບຂະແໜງປ້ອງກັນຄຸກ ແຂວງໂຄຕາບາໂຕເໜືອ ກ່າວວ່າ: ກຸ່ມປະກອບອາວຸດກວ່າ 100 ຄົນໄດ້ໃຊ້ອາວຸດໜັກບຸກເຂົ້າຄຸກແຫ່ງໜຶ່ງຢູ່ແຂວງດັ່ງກ່າວ ເຊິ່ງເປັນເຫດປຸ້ນທີ່ມີການວາງແຜນຢ່າງລະອຽດຖີ່ຖ້ວນມາກ່ອນແລ້ວ ສົ່ງຜົນເຮັດໃຫ້ນັກໂທດຈຳນວນໜຶ່ງສວຍໂອກາດໂຕນຄຸກຂະນະທີ່ກຸ່ມປະກອບອາວຸດໄດ້ຍິງປະທະກັບເຈົ້າໜ້າທີ່ປ້ອງກັນຄຸກ. ຂ່າວຫຼ້າສຸດແຈ້ງວ່າ, ເຈົ້າໜ້າທີ່ປ້ອງກັນຄຸກໜຶ່ງຄົນເສຍຊີວິດຫຼັງບາດເຈັບສາຫັດ ແລະອີກໜຶ່ງຄົນໄດ້ຮັບບາດເຈັບ. ນອກນີ້, ໃນຈຳນວນນັກໂທດ 1.511 ຄົນນັ້ນມີ 158 ຄົນສາມາດໂຕນອອກຈາກຄຸກໄດ້.
ປັດຈຸບັນ, ກອງຕຳຫຼວດຕີພິເສດ ແລະ ກອງທັບຟິລິບປິນພວມໄລ່ຈັບຜູ້ໂຕນຄຸກຢູ່ເຂດອ້ອມຂ້າງ.
ເກີດເຫດກຸ່ມຕິດອາວຸດບຸກປຸ້ນຄຸກຢູ່ພາກໃຕ້ຟິລິບປິນ
Reviewed by makarow
on
5:34:00 PM
Rating:
Reviewed by makarow
on
5:34:00 PM
Rating:




