ຕວກກີ ແລະ ຣັດເຊຍ ປະຕິບັດການໂຈມຕີທາງອາກາດຢູ່ທາງພາກເໜືອຊີຣີ
ຂ່າວສານ Reuters ອ້າງຕາມແຫຼ່ງຂ່າວຂອງກອງທັບຕວກກີ ໃຫ້ຮູ້ວ່າ ເຮືອບິນຖິ້ມລະເບີດຂອງຕວກກີ ແລະ ຣັດເຊຍ ໄດ້ປະຕິບັດການໂຈມຕີລົງໃສ່ຖານທີ່ໝັ້ນຕ່າງໆຂອງກຸ່ມລັດອິສລາມ (IS) ຢູ່ໃນເຂດທາງທິດເໜືອ ປະເທດຊີຣີ.
ຂ່າວແຈ້ງວ່າ ກອງທັບອາກາດ ແລະ ກຳລັງທະຫານປືນໃຫຍ່ຂອງຕວກກີ ໄດ້ສັງຫານນັກຮົບ IS ຢູ່ໃນຊີຣີ ໄດ້ 22 ຄົນ ໃນວັນທີ 1 ມັງກອນນີ້ ນອກຈາກນັ້ນແລ້ວ ກອງທັບຊີຣີ ຍັງໄດ້ປະກາດວ່າ ເຮືອບິນຂອງຣັດເຊຍ ໄດ້ຍິງທຳລາຍເປົ້າໝາຍຈຳນວນໜຶ່ງຂອງ IS ຢູ່ໃນພື້ນທີ່ນະຄອນ ອາລ-ບັບ (ພາກເໜືອຊີຣີ).ກ່ອນໜ້ານັ້ນເມື່ອທ້າຍເດືອນທັນວາປີກາຍ ປະທານາທິບໍດີຣັດເຊຍ ວາລາດີເມຍ ປູຕິນ ຖະແຫຼງວ່າ ໄດ້ບັນລຸຂໍ້ຕົກລົງກ່ຽວກັບຄຳສັ່ງຢຸດຍິງຢູ່ໃນຊີຣີ ເອກະສານ 3 ສະບັບ ໄດ້ຮັບການລົງນາມ ລະຫວ່າງລັດຖະບານຊີຣີ ກັບຝ່າຍຄ້ານ ກ່ຽວກັບການຢຸດຍິງຢູ່ໃນຊີຣີ ເຕົ້າໂຮມບັນດາມາດຕະການຕິດຕາມກວດກາກ່ຽວກັບການຢຸດຍິງ ປະກາດຄວາມພ້ອມໃນການເລີ່ມການເຈລະຈາສັນຕິພາບ ກ່ຽວກັບການແກ້ໄຂບັນຫາຊີຣີ ຂໍ້ຕົກລົງດັ່ງກ່າວບໍ່ໄດ້ລວມເຖິງກຸ່ມກໍ່ການຮ້າຍ ແນວໂຮມ ອາລ ນູສຣາ ແລະ IS.
ຫຼ້າສຸດມາໃນວັນທີ 2 ມັງກອນນີ້ ກຸ່ມກະບົດໃນຊີຣີ ລວມປະມານ 10 ກຸ່ມ ໄດ້ແຈ້ງໃຫ້ຮູ້ເຖິງການໂຈະການເຈລະຈາສັນຕິພາບ ທີ່ໄດ້ວາງແຜນຈັດຂຶ້ນໃນເດືອນນີ້ ທີ່ນະຄອນຫຼວງອາສຕານາຂອງກາຊັກສຖານ ໂດຍກ່າວຫາຝ່າຍລັດຖະບານວ່າ “ລະເມີດ” ຂໍ້ຕົກລົງຢຸດຍິງເທື່ອໃໝ່ ທີ່ໄດ້ແກ່ຍາວເປັນເວລາ 4 ວັນ (ເລີ່ມແຕ່ວັນທີ 30 ທັນວາ 2016).
ຂໍ້ຕົກລົງໃໝ່ຫຼ້າສຸດດັ່ງກ່າວມີ ຣັດເຊຍ ແລະ ຕວກກີ ເປັນຕົວກາງໄກ່ເກ່ຍ ແລະ ມີການເຂົ້າຮ່ວມຂອງກອງກຳລັງຝ່າຍລັດຖະບານຊີຣີ ແລະ 7 ກຸ່ມປະກອບອາວຸດຝ່າຍຄ້ານ ທີ່ມີມືປືນປະມານ 60.000 ຄົນ ໂດຍບໍ່ລວມເຖິງກຸ່ມ IS ແລະພວກມືປືນທີ່ຂຶ້ນກັບແນວໂຮມ ອາລ ນູສຣາ ຊຶ່ງມີການພົວພັນກັບກຸ່ມກໍ່ການຮ້າຍສາກົນ ອາລ ໄກດາ.
ຕວກກີ ແລະ ຣັດເຊຍ ປະຕິບັດການໂຈມຕີທາງອາກາດຢູ່ທາງພາກເໜືອຊີຣີ
Reviewed by makarow
on
11:57:00 PM
Rating:
Reviewed by makarow
on
11:57:00 PM
Rating:


