ເລຂາທິການໃຫຍ່ຜູ້ໃໝ່ຂອງ ສປຊ ຮຽກຮ້ອງໃຫ້ປີ 2017 ກາຍເປັນປີສັນຕິພາບ
ໃນຖະແຫຼງການຕ້ອນຮັບປີໃໝ່
2017 ແລະ
ຂີດໝາຍມື້ທຳອິດໃນການດຳລົງຕຳແໜ່ງເປັນເລຂາທິການໃຫຍ່ອົງການສະຫະປະຊາດຊາດ
(ສປຊ) ນັ້ນ ທ່ານ ອັນໂຕນິໂອ ກູເຕີເຣສ ໄດ້ປະກາດວ່າ ປີ 2017
ຈະເປັນປີບຸລິມະສິດອັນດັບຕົ້ນໃຫ້ແກ່ສັນຕິພາບ.
ໃນຖະແຫຼງການນັ້ນ ທ່ານ ກູ ເຕີເຣສ ໄດ້ເລັ່ງຊຸກຍູ້ໃຫ້ປະຊາຊົນທົ່ວໂລກ ຈົ່ງຕັດສິນໃຈຮ່ວມກັນ ຈັດເອົາສັນຕິພາບໄວ້ຢູ່ອັນດັບໜຶ່ງ ເຮັດໃຫ້ປີ 2017 ກາຍເປັນປີແຫ່ງສັນຕິພາບ ທ່ານ ກູເຕີເຣສ ຮຽກຮ້ອງໃຫ້ພົນລະເມືອງ ລັດຖະບານ ແລະ ຜູ້ນຳຂອງປະເທດຕ່າງໆ ຈົ່ງພະຍາຍາມເຮັດໃຫ້ປີ 2017 ກາຍເປັນປີສັນຕິພາບ ຜ່ານຜ່າຄວາມຂັດແຍ່ງກັນ.
ເມື່ອເດືອນຕຸລາ ປີ 2016 ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ແຕ່ງຕັ້ງທ່ານ ກູເຕີເຣສ ເປັນເລຂາທິການໃຫຍ່ຄົນທີ 9 ຂອງ ສປຊ ແລະ ທ່ານໄດ້ສາບານຕົວຮັບຕຳແໜ່ງໃນວັນທີ 12 ທັນວາ ປີ 2016 ແລະ ເລີ່ມມີອຳນາດແຕ່ວັນທີ 1 ມັງກອນປີ 2017.
ໃນຖະແຫຼງການນັ້ນ ທ່ານ ກູ ເຕີເຣສ ໄດ້ເລັ່ງຊຸກຍູ້ໃຫ້ປະຊາຊົນທົ່ວໂລກ ຈົ່ງຕັດສິນໃຈຮ່ວມກັນ ຈັດເອົາສັນຕິພາບໄວ້ຢູ່ອັນດັບໜຶ່ງ ເຮັດໃຫ້ປີ 2017 ກາຍເປັນປີແຫ່ງສັນຕິພາບ ທ່ານ ກູເຕີເຣສ ຮຽກຮ້ອງໃຫ້ພົນລະເມືອງ ລັດຖະບານ ແລະ ຜູ້ນຳຂອງປະເທດຕ່າງໆ ຈົ່ງພະຍາຍາມເຮັດໃຫ້ປີ 2017 ກາຍເປັນປີສັນຕິພາບ ຜ່ານຜ່າຄວາມຂັດແຍ່ງກັນ.
ເມື່ອເດືອນຕຸລາ ປີ 2016 ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ແຕ່ງຕັ້ງທ່ານ ກູເຕີເຣສ ເປັນເລຂາທິການໃຫຍ່ຄົນທີ 9 ຂອງ ສປຊ ແລະ ທ່ານໄດ້ສາບານຕົວຮັບຕຳແໜ່ງໃນວັນທີ 12 ທັນວາ ປີ 2016 ແລະ ເລີ່ມມີອຳນາດແຕ່ວັນທີ 1 ມັງກອນປີ 2017.
ເລຂາທິການໃຫຍ່ຜູ້ໃໝ່ຂອງ ສປຊ ຮຽກຮ້ອງໃຫ້ປີ 2017 ກາຍເປັນປີສັນຕິພາບ
Reviewed by makarow
on
11:59:00 PM
Rating:
Reviewed by makarow
on
11:59:00 PM
Rating:


