ຕໍ່ໄປ ການຊື້-ຂາຍລົດ ຢູ່ລາວຈະໃຫ້ ຮັບ ແລະຊຳລະເປັນເງິນກີບເທົ່ານັ້ນ
ຕະຫຼາດພາຫະນະບ້ານເຮົາຍອດຈຳໜ່າຍຍັງຄົງຂະຫຍາຍຕົວໄດ້ຢ່າງຕໍ່ເນື່ອງແຕ່ສ່ວນຫຼາຍຍັງນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຕິດປະກາດລາຄາ ແລະຊຳລະສະສາງ
ຊຶ່ງເປັນການກະທຳທີ່ຂັດກັບລະບຽບກົດໝາຍ ທັງເປັນຫຼຸດຄຸນຄ່າເງິນກີບລາວລົງໄດ້ອີກແນວໃດກໍດີຈາກສະພາບບັນຫາຄືດັ່ງກ່າວ ໃນປີນີ້ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ຊຸກຍູ້ສົ່ງເສີມພາກລັດ ແລະພາກທຸລະກິດເປັນຕົ້ນແມ່ນບໍລິສັດຊື້-ຂາຍລົດໃຫ້ຮັບ ແລະຊຳລະເປັນເງິນກີບ ໂດຍຜ່ານລະບົບທະນາຄານຫຼາຍຂຶ້ນ.
ຕະຫຼອດໄລຍະຜ່ານມາລັດຖະບານ ເປັນຕົ້ນແມ່ນທະນາຄານແຫ່ງ ສປປ ລາວ ຫຼື ທຫລ ໄດ້ເປັນຕົວຫຼັກຕົວຕີເອົາໃຈໃສ່ຄຸ້ມຄອງເງິນຕາຕ່າງປະເທດ ແລະສົ່ງເສີມການນຳໃຊ້ເງິນກີບຢ່າງຕັ້ງໜ້າ ໂດຍຜ່ານການເຜີຍແຜ່ລະບຽບການທີ່ກ່ຽວຂ້ອງ, ຈັດກິດຈະກຳໂຄສະນາຢູ່ບັນດາກະຊວງ, ບັນດາແຂວງຊາຍແດນ, ສະຖາບັນການສຶກສາ ແລະຫົວໜ່ວຍທຸລະກິດຕ່າງໆຢ່າງກວ້າງຂວາງ ພ້ອມດຽວກັນນັ້ນກໍຍັງມີການໂຄສະນາເພື່ອປູກຈິດສຳນຶກໃຫ້ສັງຄົມໂດຍຜ່ານສື່ຕ່າງໆ, ລົງຕິດຕາມກວດກາການຕິດລາຄາຢູ່ຕາມຫ້າງຮ້ານຢ່າງຕໍ່ເນື່ອງ ທັງປະຕິບັດມາດຕາການຕໍ່ພາກສ່ວນທີ່ລະເມີດ ໄປຄວບຄູ່ກັບການຍ້ອງຍໍພາກສ່ວນທີ່ເອົາໃຈໃສ່ ແລະໃຫ້ການຮ່ວມມື.
ຢ່າງໃດກໍຕາມ ຈາກສະພາບສັງຄົມ ທີ່ມີຄວາມເຄີຍຊິນກັບການນຳໃຊ້ເງິນຕາຕ່າງປະເທດບວກກັບສະຕິເຄົາລົບ ກົດໝາຍຍັງບໍ່ສູງຕະຫຼອດຮອດການຄຸ້ມຄອງຕາມລະບຽບກົດໝາຍຍັງບໍ່ທັນເຂັ້ມງວດ ຈິ່ງເຮັດໃຫ້ປະຈຸບັນໃນສັງຄົມຍັງມີການນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຊຳລະສະສາງຢ່າງກວ້າງຂວາງຂະນະດຽວກັນນັ້ນບາງຫົວໜ່ວຍທຸລະກິດທີ່ມີມູນຄ່າສູງໂດຍສະເພາະຮ້ານຊື້-ຂາຍລົດ ແມ່ນຍັງມີການຮ້ອງປະກາດລາຄາ ແລະຊຳລະເປັນເງິນຕາຕ່າງປະເທດ ແຕ່ຖ້າຊຳລະເປັນເງິນກີບຜູ້ຂາຍກໍກຳນົດໃນອັດຕາແລກປ່ຽນສູງ ຊຶ່ງຖືເປັນການເອົາປຽບຜູ້ຊື້ຢ່າງຫຼີກລຽງບໍ່ໄດ້.
ແນວໃດກໍດີ ເພື່ອເປັນການຫຼຸດຜ່ອນບັນຫາເພີ່ມຄຸນຄ່າໃຫ້ກັບເງິນກີບລາວ ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວກ່ອນໜ້ານີ້ວ່າ: ໃນຕໍ່ໜ້າ ທຫລ ຈະສືບຕໍ່ເອົາໃຈໃສ່ແກ້ໄຂໂດຍປະຕິບັດນະໂຍບາຍ ແລະມາດຕະການ ໂດຍຄວບຄຸມອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບຕໍ່າ, ອັດຕາແລກປ່ຽນມີຄວາມໝັ້ນທ່ຽງ ເພື່ອຮັກສາຄຸນຄ່າເງິນກີບ ທັງສ້າງຄວາມເຊື່ອໝັ້ນໃຫ້ກັບສັງຄົມໃນການຖືຄອງ.
ຂະນະທີ່ໃນແຜນເງິນຕາປີ 2017 ນີ້ທາງ ທຫລ ຈະກຳນົດລະບຽບການເຄື່ອນຍ້າຍເງິນສົດ ພ້ອມທັງສືບຕໍ່ຊຸກຍູ້ ສົ່ງເສີມພາກລັດ ແລະພາກທຸລະກິດມູນຄ່າສູງເປັນຕົ້ນແມ່ນບໍລິສັດຊື້-ຂາຍລົດໃຫ້ຮັບ ແລະຊຳລະເປັນເງິນກີບ ໂດຍ ຜ່ານລະບົບທະນາຄານ ຊຶ່ງຈະມີການປັບປຸງການຊຳລະຮ່ວມກັນຂອງບັນດາທະນາຄານທຸລະກິດໃຫ້ກວ້າງຂວາງຜ່ານຕູ້ເອທີເອັມ ແລະສ້າງຜະລິດຕະພັນໃໝ່ໆ ເພື່ອສ້າງແຮງຈູງໃຈໃຫ້ມີການຊຳລະຜ່ານລະບົບທະນາຄານຫຼາຍຂຶ້ນ.
ແຕ່ທັງນີ້ທັງນັ້ນ ພໍ່ແມ່ປະຊາຊົນ ລວມທັງຜູ້ປະກອບການເອງກໍດີຈົ່ງໄດ້ມີສະຕິຄວາມເປັນເຈົ້າສູງຕໍ່ການນຳໃຊ້ເງິນກີບ ເພື່ອເປັນສ່ວນໜຶ່ງໃນການສ້າງຄຸນຄ່າໃຫ້ກັບເງິນກີບລາວໄດ້ທຽບເທົ່າກັບເງິນຕາຕ່າງປະເທດ ຊຶ່ງປະຈຸບັນ ທຫລ ໄດ້ມີມາດຕະການຄຸ້ມຄອງ ໂດຍສະເພາະແມ່ນກຳນົດວົງເງິນທີ່ຈຳກັດໃນການແລກປ່ຽນເອົາເງິນຕາຕ່າງປະເທດຢູ່ບັນດາທະນາຄານ ແຕ່ບັນດາຮ້ານແລກປ່ຽນທົ່ວໄປຍັງເຫັນວ່າເປີດແລກປ່ຽນແບບເສລີຢູ່ໂດຍໃນອັດຕາທີ່ຂ້ອນຂ້າງສູງສົມຄວນຖ້າທຽບໃສ່ອັດຕາອ້າງອີງຂອງ ທຫລ ໃນແຕ່ລະວັນບັນຫານີ້ທະນາຄານແຫ່ງ ສປປ ລາວ ກໍຄວນເບິ່ງຕື່ມ.
ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດສະບັບປີ 2014 ມາດຕາ 49 ກ່ຽວກັບມາດຕະການປັບໃໝ ໄດ້ລະບຸໄວ້ວ່າ ຖ້າຫາກບຸກຄົນໃດ, ນິຕິບຸກຄົນໃດ ແລະການຈັດຕັ້ງທີ່ຕິດປະກາດ ຫຼື ໂຄສະນາລາຄາ ແລະຄ່າອື່ນໆ ໃນລາວເປັນເງິນຕາຕ່າງປະເທດຈະຖືກປັບໃໝ 1 ລ້ານກີບຕໍ່ຄັ້ງ ແລະໃນກໍລະນີຮັບຊຳລະ ຫຼື ຊຳລະຄ່າສິນຄ້າ, ຄ່າບໍລິການ, ຊຳລະໜີ້, ເບີກຈ່າຍເງິນເດືອນ, ປະຕິບັດພັນທະຕໍ່ລັດເປັນເງິນຕາຕ່າງ ປະເທດທີ່ບໍ່ໄດ້ຮັບອະນຸຍາດແມ່ນຈະຖືກປັບໃໝ 3 ລ້ານກີບຕໍ່ຄັ້ງ.
ທີ່ມາ: ເສດຖະກິດ-ສັງຄົມ
ຕໍ່ໄປ ການຊື້-ຂາຍລົດ ຢູ່ລາວຈະໃຫ້ ຮັບ ແລະຊຳລະເປັນເງິນກີບເທົ່ານັ້ນ
Reviewed by makarow
on
9:36:00 PM
Rating:
Reviewed by makarow
on
9:36:00 PM
Rating:


