ຂ່າວດ່ວນ

ຂ່າວອື່ນໆ

random

ຮູ້ຫລືບໍ່ວ່າ ໃນສົງຄາມເກົາຫລີ 1950 - 1953 ແລະສົງຄາມຫວຽດນາມ 1955 - 1975 ອາເມລິກາໃຊ້ລະເບີດໄປທັງໝົດຈັກລ້ານໂຕນ ຂ້າຄົນໄປກຈັກລ້ານຄົນ?


ຮູ້ຫລືບໍ່ວ່າ ໃນສົງຄາມເກົາຫລີ 1950 - 1953 ແລະສົງຄາມຫວຽດນາມ 1955 - 1975 ອາເມລິກາໃຊ້ລະເບີດໄປທັງໝົດຈັກລ້ານໂຕນ ຂ້າຄົນໄປກຈັກລ້ານຄົນ?

1. ສົງຄາມເກົາຫລີ ອາເມລິກາໃຊ້ລະເບີດໄປທັງໝົດ 635,000 ໂຕນ ລວມທັງລະເບີດນາປາມ (Napalm) 32,557 ໂຕນ ຫລາຍກ່ວາລະເບີດທັງໝົດທີ່ອາເມລິກາໃຊ້ໃນປາຊີຟິກ ໃນຊ່ວງສົງຄາມໂລກຄັ້ງທີ 2 ອີກ

ຍອດຜູ້ເສຍຊີວິດ  (Casualties)

- ກະຊວງການຕ່າງປະເທດອາເມລິກາລະບຸຕົວເລກວ່າ ທະຫານອາເມລິກາເສຍຊີວິດ ຈຳນວນ 33,686 ຄົນ
- ພົນລະເຮືອນເກົາຫລີໃຕ້ເສຍຊີວິດ  373,599 ຄົນ ທະຫານ137,899ຄົນ
- ທະຫານອາສາສະໝັກຂອງຈີນເສຍຊີວິດ 114,000 ຄົນ ໄດ້ຮັບບາດເຈັບ 340,000 ຄົນ ສູນຫາຍລະຫວ່າງສົງຄາມ 7,600 ຄົນ ຖືກຈັບເປັນສະເລີຍເສິກ 7,110ຄົນ
- ທະຫານເກົາຫລີເໜືອເສຍຊີວິດ  290,000 ຄົນ ຖືກຈັບເປັນສະເລີຍເສິກປະມານ 90,000 ສ່ວນໃຫ່ຍເປັນພົນລະເຮືອນ

# ຈີນແລະເກົາຫລີເໜືອ ຄາດວ່າຍອດການເສຍຊີວິດຂອງທະຫານອາເມລິກາປະມານ 390,000ທະຫານເກົາຫລີໃຕ້ປະມານ 660,000 ຄົນ ແລະທະຫານສະຫະປະຊາຊາດ  29,000ຄົນ

# ຫວ່າງບໍ່ດົນມານີ້ນັກວິຊາການຄາດວ່າຍອດການເສຍຊີວິດທັງໝົດຈາກທຸກຝ່າຍໃນສົງຄາມເກົາຫລີຢູ່ທີ່ປະມານ 1,200,000 ກ່ວາຄົນ

2. ຫລັງຈາກຢູດຕິສົງຄາມເກົາຫລີໄດ້ 2 ປີ ອາເມລິກາກໍ່ຫັນມາກໍ່ສົງຄາມຫວຽດນາມອີກໃນລະຫວ່າງປີ (1955 - 1975)  ໃຊ້ລະເບີດໄປທັງໝົດ 7 ລ້ານໂຕນ ສາມເທົ່າຂອງລະເບີດທີ່ອາເມລິກາຖິ້ມໃນເອີຣົບ ແລະອາຊີ ໃນຊ່ວງສົງຄາມໂລກຄັ້ງທີ 2 (2.1 ລ້ານໂຕນ) ແລະຫລາຍກ່ວາສົງຄາມເກົາຫລີ 10 ເທົ່າ

- ອາເມລິກາຖິ້ມລະເບີດໃນກຳປູເຈຍ  500,000 ໂຕນ
- ໃນຫວຽດນາມເຫນືອ 1 ລ້ານໂຕນ
- ໃນຫວຽດນາມໃຕ້ 4 ລ້ານໂຕນ
- ໃນປະເທດລາວປະມານ 2 ລ້ານໂຕນ ມີລະເບີດປະມານ 80 ລ້ານຫນ່ວຍ ໃນລາວທີ່ຍັງບໍ່ແຕກ ແລະຍັງຄົງກະຈາຍຢູ່ຕາມບ່ອນຕ່າງໆ ເຮັດໃຫ້ມີຄົນລາວເສຍຊີວິດ ແລະພິການຈຳນວນຫລາຍທຸກໆປີຈາກລະເບີດບໍ່ທັນແຕກ


https://en.wikipedia.org/wiki/Korean_War
https://en.wikipedia.org/wiki/Mark_4_nuclear_bomb
https://en.wikipedia.org/wiki/Fat_Man
https://en.wikipedia.org/wiki/Vietnam_War
https://rachelblevins.com/2017/04/30/us-north-korea/

-------------------------------------------------------------------------------

ຮູ້ຫລືບໍ່ວ່າ ໃນສົງຄາມເກົາຫລີ 1950 - 1953 ແລະສົງຄາມຫວຽດນາມ 1955 - 1975 ອາເມລິກາໃຊ້ລະເບີດໄປທັງໝົດຈັກລ້ານໂຕນ ຂ້າຄົນໄປກຈັກລ້ານຄົນ? Reviewed by makarow on 2:59:00 AM Rating: 5

Contact Form

Name

Email *

Message *

Powered by Blogger.