ຂ່າວດ່ວນ

ຂ່າວອື່ນໆ

random

ຂະຫຍາຍເຄືອຂ່າຍ 5G ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້


ຂະຫຍາຍເຄືອຂ່າຍ 5G ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ບໍລິສັດ ​ລາວ​ໂທລະ​ຄົມ (LTC) ແລະ ບໍລິສັດ ​ໂນ​ເກຍ ຊຽງ​ໄຮ່​ເບວ (NSB) ລົງ​ນາມສັນຍາ​ໂຄງການ​ຂະຫຍາຍ​ເຄືອຂ່າຍ​ຂອງ LTC ໄລຍະ 25.5 ແລະ 25.6 ພ້ອມ​ທັງ​ລົງ​ນາມບົດ​ບັນທຶກ​ຄວາມ​ເຂົ້າໃຈ ​ກ່ຽວກັບ​ຍຸດ​ທະ​ສາດ​ການ​ຮ່ວມ​ມື ແລະ ໂຄງການ​ຂະຫຍາຍ​ເຄືອ​ຂ່າຍ 5G ຢູ່​ບັນດາ​ແຂວງ​ພາກ​ກາງ ແລະ ພາກ​ໃຕ້​ຂອງ ​ສປປ ລາວ ໂດຍ​ພິທີ​ລົງ​ນາມ​ດັ່ງກ່າວ​ ໄດ້​ຈັດຂຶ້ນ​ວັນ​ທີ 18 ສິງຫາ 2017 ຢູ່ໂຮງແຮມຄຣາວ​ພລາ​ຊາ ລະຫວ່າງ ທ່ານ ຖາວອນ ສົມ​ສະກຸນ ຜູ້ອຳນວຍການ LTC ແລະ ທ່ານ Mike Wang ຜູ້ອຳນວຍການ NSB ໂດຍ​ຊ້ອງ​ໜ້າ​ພະນັກງານກ່ຽວຂ້ອງ​ທັງ​ສອງ​ຝ່າຍ.

ເນື້ອ​ໃນ​ຂອງ​ສັນຍາ​ແມ່ນ NSB ຈະ​ສະໜອງ​ອຸປະກອນ 4G FDD LTE ແລະ ອຸປະກອນ​ດ້ານ IP ພ້ອມ​ທັງ​ບໍລິການໃຫ້ LTC ເພື່ອ​ພັດທະນາ ແລະ ຂະຫຍາຍ​ການ​ຄວບ​ຄຸມ​ສັນຍານໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ເຊິ່ງ​ເປັນ​ບາດກ້າວ​ສຳຄັນ​ທີ່​ຈະ​ຊ່ວຍ​ໃຫ້ LTC ຫຍັບ​ເຂົ້າ​ໃກ້​ຈຸດໝາຍ​ເຄືອ​ຂ່າຍແບບ​ບໍ່​ມີ​ຮອຍ​ຕໍ່ ແລະ ເຄືອ​ຂ່າຍທີ່​ສົມບູນ​ແບບ ເພື່ອ​ສະໜອງການ​ບໍລິການ​ທີ່​ມີ​ຄຸນະພາບ ແລະ ປະສົບ​ການ​ໃໝ່​ໃຫ້​ລູກ​ຄ້າ ພ້ອມນີ້ NSB ຍັງ​ຈະ​ສະໜອງ​ເຕັກໂນ​ໂລ​ຊີ ​ທິດ​ທາງ​ການ​ພັດທະນາດ້ານ​ໂທລະ​ຄົມມະນາຄົມ​ແບບປາຍທາງ​ສູ່​ປາຍທາງ ແລະ ການບໍລິການ​ທີ່​ດີ​ໃຫ້ LTC ນອກຈາກ 2G, 3G, 4G ແລ້ວ ທັງ​ສອງຝ່າຍ​ຍັງ​ມີ​ແຜນ​ຈະ​ນຳ​ເຕັກ​ໂນ​ໂລຊີ​ໃໝ່ໆ​ມາ​ໃຫ້​ລູກ​ຄ້າ ເປັນຕົ້ນ ລະບົບ 5G, NB-IOT, VR, CLOUD ແລະ ອື່ນໆ​ອີກ​ດ້ວຍ.

ທ່ານ ຖາວອນ ສົມ​ສະກຸນ ກ່າວ​ວ່າ: ຍຸດ​ທະ​ສາດ​ການ​ຮ່ວມມື ແລະ ໂຄງການ​ຂະຫຍາຍ​ເຄືອຂ່າຍ 5G ບໍ່​ພຽງ​ແຕ່​ສະແດງ​ໃຫ້ເຫັນ​ຜົນສຳເລັດ​ໃນ​ການ​ຮ່ວມ​ມື LTC ແລະ NSB ເທົ່າ​ນັ້ນ ແຕ່​ຍັງ​ສະແດງ​ໃຫ້​ເຫັນ​ວ່າ LTC ບໍ່​ເຄີຍ​ຢຸດ​ທີ່​ຈະ​ພັດທະນາ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່ໆ ເພື່ອສະໜອງ​ປະສົບ​ການ​ໃໝ່ໆ​ໃຫ້​ຜູ້ຊົມໃຊ້.

ຫນັງສືພິມວຽງຈັນໃຫ່ມ:
ຂະຫຍາຍເຄືອຂ່າຍ 5G ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ Reviewed by makarow on 4:44:00 AM Rating: 5

Contact Form

Name

Email *

Message *

Powered by Blogger.