ຂ່າວດ່ວນ

ຂ່າວອື່ນໆ

random

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ໄດ້ຮັບຮອງເອົາ 8 ແຜນງານບູລິມະສິດ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ໄດ້ຮັບຮອງເອົາ 8 ແຜນງານບູລິມະສິດ

          ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ (AEM)ຄັ້ງທີ 48 ແລະ ກອງປະຊຸມທີ່ກ່ຽວ ຂ້ອງອື່ນໆໄດ້ດຳເນີນມາເປັນເວລາ 6 ວັນແຕ່ວັນທີ 1-6 ສິງຫາຜ່ານມານີ້ທີ່ນະຄອນຫລວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າປະທານລັດຖະມົນຕີເສດຖະກິດອາຊຽນມີລັດຖະມົນຕີເສດຖະກິດອາຊຽນ 10 ປະ ເທດ ແລະ ລັດຖະມົນຕີເສດຖະກິດຂອງບັນດາປະເທດຄູ່ຮ່ວມເຈລະຈາເຂົ້າຮ່ວມເປັນຈຳນວນຫລາຍ.
          ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຫລາຍເອກກະສານທີ່ສຳຄັນຂອງອາຊຽນເປັນຕົ້ນ ຮັບຮອງເອົາແຜນວຽກຂອງບັນດາຂະແໜງການຕ່າງໆພາຍໃຕ້ເສົາຄ້ຳເສດຖະກິດ ເພື່ອຈັດຕັ້ງປະຕິບັດແຜນງານ
ປະຊາຄົມເສດຖະກິດອາຊຽນ 2025 (Strategic Action Plans to Implement AEC Blueprint 2025)ຮັບຮອງເອົາຂອບວຽກການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນງານປະຊາຄົມເສດຖະກິດອາຊຽນ 2025 (ASEAN Economic Community Blueprint 2025 Monitoring And Evaluation Framework). ພິເສດ ໃນກອງປະຊຸມຄັ້ງນີ້ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮອງເອົາ 8 ແຜນງານບູລິມະສິດໃນປີ 2016ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວເຊິ່ງແຜນງານດັ່ງກ່າວ ຈະປະກອບສ່ວນສຳຄັນໃນການຊຸກຍູ້ການເຊື່ອມໂຍງອາຊຽນພາຍໃຕ້ແຜນງານປະຊາຄົມເສດຖະກິດອາຊຽນເຖິງປີ 2025 ໃຫ້ປະກົດຜົນເປັນຈິງ. ແຜນງານທີ 1 ແມ່ນຂອບວຽກໃນການສ້າງສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າຂອງອາຊຽນແຜນງານທີ 2 ແມ່ນ ຂອບວຽກວ່າດ້ວຍການສ້າງລະບຽບການດ້ານຄວາມປອດໄພຂອງອາຫານພາຍໃນອາຊຽນ ທີ່ຈະຖືກຮັບຮອງໂດຍບັນດາລັດຖະມົນຕີສາທາ ລະນະສຸກ ແລະ ກະສິກຳ ແລະ ປ່າໄມ້ຂອງອາຊຽນແຜນງານທີ 3 ແມ່ນສ້າງຂອບວຽກໃນການສ້າງຕັ້ງອົງການຈັດຕັ້ງຂອງອາຊຽ ເພື່ອຮັບຜິດຊອບວຽກງານອຳນວຍຄວາມສະດວກໃຫ້ແກ່ບໍລິສັດຂະໜາດຈຸລະພາກຂະໜາດນ້ອຍ ແລະ ກາງບົດລາຍງານ ແລະ ແຜນວຽກກ່ຽວກັບຂັ້ນຕອນການສ້າງຕັ້ງວິສາຫະກິດຢູ່ປະເທດອາຊຽນຊຶ່ງຈະເປັນການພັດທະນາຂະບວນການອຳນວຍຄວາມສະດວກໃຫ້ແກ່ການສ້າງຕັ້ງວິສາຫະກິດພາຍໃນບັນດາປະເທດອາຊຽນ ແລະ ແຜນງານທີ 4 ແມ່ນສ້າງບົດແນະນຳໃຫ້ການພັດທະນາ ແລະ ຮ່ວມມືພາຍໃນອາຊຽນໃນການສ້າງເຂດເສດຖະກິດພິເສດຊຶ່ງຈະບໍ່ເປັນເອກກະສານທີ່ເປັນພັນທະຜູກພັນໃຫ້ແກ່ປະເທດສະມາຊິກແຕ່ເປັນເອກະສານແລກປ່ຽນບົດຮຽນນຳກັນພາຍໃນອາຊຽນໃນການພັດທະນາ ແລະ ສ້າງເຂດເສດຖະກິດພິເສດ ເພື່ອໃຫ້ມີການຮ່ວມມື ແລະ ສົ່ງເສີມເຊິ່ງກັນ ແລະ ກັນໃນອະນາຄົດແຜນງານທີ 5 ແມ່ນລັດຖະມົນຕີໄດ້ປະກາດເລີ່ມຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນກ່ຽວກັບອັດຕາພາສີຂອງອາຊຽນເພື່ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດໃນການເຂົ້າເຖິງແຫລ່ງຂໍ້ມູນທີ່ຈຳເປັນໃນການສົ່ງອອກ ແລະ ນຳເຂົ້າສິນຄ້າພາຍໃນອາຊຽນ ລວມທັງອັດຕາພາສີຂອງບັນດາປະເທດຄູ່ຮ່ວມການຄ້າຂອງອາຊຽນແຜນງານທີ 6 ລັດຖະມົນຕີໄດ້ສະແດງຄວາມຍິນດີທີ່ຖະແຫລງການປາກເຊ ວ່າດ້ວຍແຜນຍຸດທະສາດ ການພັດທະນາກຸ່ມສະໜອງການບໍລິການທ່ອງທ່ຽວທຳມະຊາດ ແລະ ເສັ້ນທາງເຊື່ອມໂຍງທາງດ້ານເສດຖະກິດໂດຍລັດຖະມົນຕີທ່ອງທ່ຽວຂອງອາຊຽນ ເຊິ່ງຈະເປັນການສະແດງເຈດຈຳນົງທີ່ຈະສ້າງໂອກາດທາງດ້ານເສດຖະກິດສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຫ່າງໄກສອກຫລີກ ແລະ ປະກອບ ສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ ແລະ ທຳມະຊາດແຜນງານທີ 7 ລັດຖະມົນຕີໄດ້ສະ ແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງວຽກງານການກະກຽມງານມອບລາງວັນໃຫ້ແກ່ບໍລິສັດທ່ອງທ່ຽວທີ່ຍືນຍົງພາຍໃນອາຊຽນ ແລະ ແຜນງານທີ 8 ແມ່ນແຜນການພັດທະນາຂອງບັນດາປະເທດອາຊຽນໃໝ່ (ກຳປູເຈຍສປປ ລາວມຽນມາ ແລະ ສສ ຫວຽດນາມ).

          ນອກນີ້ ຍັງໄດ້ສຳເລັດການປຶກສາຫາລືກັບບັນດາປະເທດຄູ່ຮ່ວມເຈລະຈາຂອງອາຊຽນ ໂດຍສະເພາະໄດ້ທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືດ້ານເສດຖະກິດຮ່ວມກັນ ເພື່ອສືບຕໍ່ສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງອາຊຽນກັບປະເທດຄູ່ຮ່ວມເຈລະຈາ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດສັນຍາເຂດການຄ້າເສລີລະຫວ່າງອາຊຽນກັບຄູ່ຮ່ວມເຈລະຈາໄດ້ຮັບຜົນດີ. ກອງປະຊຸມລັດ ຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ນີ້ກໍຍັງໄດ້ມີການພົບປະເຈລະຈາລະຫວ່າງບັນດາລັດຖະມົນ ຕີກັບສະພາບທຸລະກິດຂອງຫລາຍປະເທດເຊັ່ນ: ສະພາທີ່ປຶກສາທຸລະກິດອາຊຽນສະພາທຸລະກິດອາຊຽນ-ເກົາຫລີການາດາອາເມລິກາ ແລະ ອື່ນໆຊຶ່ງກອງປະຊຸມໄດ້ສະແດງຄວາມຍິນດີຮັບ ຮອງເອົາຂໍ້ສະເໜີຕ່າງໆທີ່ເປັນປະໂຫຍດຂອງພາກທຸລະກິດ ໃນການປະກອບສ່ວນສະໜັບສະໜູນເຮັດໃຫ້ການຈັດຕັ້ງປະຕິບັດ 2025 ໄດ້ຖືກຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.
ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ໄດ້ຮັບຮອງເອົາ 8 ແຜນງານບູລິມະສິດ Reviewed by makarow on 6:39:00 PM Rating: 5

Contact Form

Name

Email *

Message *

Powered by Blogger.