ຂ່າວດ່ວນ

ຂ່າວອື່ນໆ

random

ລາວເດລີຟາມມຸ່ງໝັ້ນຜະລິດຕະພັນນົມຄຸນນະພາບສູ່ສັງຄົມ



ລາວເດລີຟາມມຸ່ງໝັ້ນຜະລິດຕະພັນນົມຄຸນນະພາບສູ່ສັງຄົມ
ລາວເດລີຟາມ (Lao Dairy Farm) ເປັນຟາມງົວນົມທີ່ໄດ້ສ້າງຜະລິດຕະພັນນົມສົດ ພາດເຈຣາຍ ແລະ ໂຍເກິດ (Pasteurized ແລະ Yogurt) ທີ່ໄດ້ມາດຕະຖານອີກແຫ່ງນຶ່ງຂອງລາວ ຊຶ່ງປັດຈຸບັນຜະລິດຕະພັນດັ່ງກ່າວກຳລັງເປັນທີ່ຮູ້ຈັກຂອງລາວຫຼາຍຂຶ້ນ ພາຍຫຼັງທີ່ນຳຜະລິດຕະພັນອອກສູສັງຄົງໃນໄລຍະທ້າຍເດືອນຜ່ານມາ. ດ້ານການຕະຫຼາດພາຍຫຼັງເຫັນການຕອບຮັບຈາກສັງຄົມດີເກີດຄາດ ທາງຜູ້ປະກອບການມຸ່ງມັ້ນພັດທະນາຜະລິດຕະພັນໃຫ້ມີຮູບແບບທີ່ໂດດເດັ່ນສ້າງແຮງຈູງໃຈໃຫ້ຜູ້ບໍລິໂພກພາຍໃນຫຼາຍຂຶ້ນ ພາກການຈຳໜ່າຍແມ່ນຈະເນັ້ນບຸກຕະຫຼາດນະຄອນຫຼວງໃຫ້ເຂັ້ມແຂງກ່ອນ. ທ່ານ ນາງ ແສງມະນີ ຢາທໍ່ຕູ້, ຜູ້ອຳນວຍການ Lao Dairy Farm ກ່າວວ່າ: ອີງຕາມແນວທາງນະໂຍບາຍຂອງພັກ-ລັດໃນການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ໂດຍຕິດພັນກັບອຸດສະຫະກໍາປຸງແຕ່ງຜົນຜະລິດກະສິກໍາ, ອີງໃສ່ນະໂຍບາຍສົ່ງເສີມຜະລິດຕະພັນໂອດ໋ອບ ແລະ ອີງໃສ່ຄວາມຮັກ-ມັກໃນການຜະລິດກະສິກໍາ ທາງຄອບຄົວຂອງເພິ່ນຈຶ່ງມີແນວຄິດລິເລີ່ມລ້ຽງງົວລາດໂດຍໄດ້ລົງທຶນເບື້ອງຕົ້ນຈໍານວນ 25 ໂຕ (ລ້ຽງຕາມທໍາມະຊາດ), ຫຼັງຈາກນັ້ນກໍ່ໄດ້ຮັບການແນະນໍາຈາກວິຊາການໃຫ້ປູກຫຍ້າເນເປຍເພື່ອລ້ຽງງົວ ຊຶ່ງເປັນຫຍ້າມທີ່ມີສະມັດຕະພາບສູງ ແລະໂປຕີນສູງ ເພິ່ນຈຶ່ງມີແນວຄິດຢາກລ້ຽງງົວນົມ ທີ່ສາມາດຜະ ລິດເປັນພະລິດຕະພັນນົມງົວສົດທີ່ເປັນຂອງລາວແທ້ ແລະ ໄດ້ລົງທຶນຊື້ແນວພັນງົວນົມຈາກປະເທດເພື່ອນບ້ານເຂົ້າມາ. ປະຈຸບັນໃນຟາມມີງົວຫຼາຍກ່ວາ 100 ໂຕ ແລະ ມີ 47 ໂຕສາມາດຜະລິດນຳ້ນົມໄດ້ ແລະ ຈະເພີ່ມຂຶ້ນເລື້ອຍໆ, ສຳລັບກຳລັງການຜະລິດນົມສົດໃນປັດຈຸບັນແມ່ນຢູ່ທີ່ 300-500 ລິດຕໍ່ມື້ ຊຶ່ງເພິ່ນໄດ້ມີການສ້າງຜະລິດຈະພັນທີ່ເຮັດຈາກນົມສົດນັ້ນກໍຄື: ຜະລິດຕະພັນ ນົມສົດ ພາດເຈີຣາຍ ແລະ ຜະລິດຕະພັນໂຍກິດ (Pasteurized ແລະ Yogurt) ໂດຍໃສ່ກາໝາຍ CRYSTA ຂຶ້ນມາເພື່ອເປັນອີກໜຶ່ງທາງເລືອກໃຫ້ກັບລູກຄ້າທີ່ມັກບໍລິໂພກນົມເພື່ອສຸຂະພາບແທ້ໆ. ທ່ານ ຍັງໄດ້ກ່າວເຖິງໂພສະນາການຂອງຜະລິດຕະພັນວ່າ: ຈຸດດີຂອງນົມສົດແມ່ນມີແຄວຊຽມ, ຟອດສຟໍຮັດຊ່ວຍໃນການເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ, ມີວິຕາ ມິນ B12 ສູງຊ່ວຍໃນການເຮັດວຽກຂອງລະບົບປະສາດ ແລະ ສະໝອງ, ມີວິຕາມິນ B2 ສູງຊ່ວຍໃຫ້ຮ່າງກາຍໄດ້ຮັບພະລັງ ງານຈາກຄາໂບໄຮເດດ ແລະ ໄຂມັນ, ມີໂປຼຕິນຈໍາເປັນຕໍ່ການເຕີບໃຫຍ່ ແລະ ຊ່ວຍສ້ອມແປງເຊວທີ່ເຊື່ອມໂຊມຂອງຮ່າງກາຍ. ໃນເບື້ອງຂະບວນການຜະລິດຂອງທັງສອງຜະລິດຕະພັນນີ້ ສຳລັບຜະລິດຕະພັນນົມສົດແລ້ວແມ່ນຜ່ານການຂ້າເຊື້ອ ຫຼື Pasteurized ໃນອຸຫະພູມ 75 ອົງສາຊຶ່ງເປັນນົມສົມແທ້ 100% ທີ່ບໍ່ໄດ້ໃສ່ສານກັນບູດ, ບໍ່ຕື່ມນຳ້ ແລະ ບໍ່ຕື່ມນຳ້ຕານຊຶ່ງສາມາດເກັບຮັກສາໄວ້ໄດ້ 7 ມື້, ສ່ວນ Yogurt ຫຼື ນົມສົ້ມ ແມ່ນມີສ່ວນຜະສົມຂອງນົມສົດ 94% ແລະ ນຳ້ຕານ 6% ບໍ່ມີສານກັນບູດ ແຕ່ສາມາດເກັບຮັກສາໄວ້ໄດ້ 1 ເດືອນ.

[post_ad]



ລາວເດລີຟາມມຸ່ງໝັ້ນຜະລິດຕະພັນນົມຄຸນນະພາບສູ່ສັງຄົມ Reviewed by pk on 8:15:00 PM Rating: 5

Contact Form

Name

Email *

Message *

Powered by Blogger.