ຣັດເຊຍ ປະຕິບັດການໂຈມຕີທາງອາກາດ 2.500 ກວ່າຄັ້ງຢູ່ໃນຊີເຣຍ
ຂ່າວສານ
ຊິນຮວາ ອ້າງຕາມຂໍ້ມູນຈາກກະຊວງປ້ອງກັນປະເທດຣັດເຊຍ
ໃຫ້ຮູ້ເມື່ອວັນທີ 21 ສິງຫາທີ່ຜ່ານມາວ່າ ໃນເດືອນສິງຫາ ປີ 2017
ບັນດາເຮືອບິນສູ້ຮົບຂອງຣັດເຊຍ ໄດ້ປະຕິບັດການໂຈມຕີທາງອາກາດ
2.518 ຄັ້ງຢູ່ໃນຊີຣີ ໂດຍໄດ້ສັງຫານພວກກໍ່ການຮ້າຍ ປະມານ 800 ຄົນ.ຫົວໜ້າກົມການສູ້ຮົບທີ່ຂຶ້ນກັບກອງເສນາທິການກອງທັບຣັດເຊຍ ກ່າວຕໍ່ຜູ້ສື່ຂ່າວວ່າ ການໂຈມຕີທາງອາກາດດັ່ງກ່າວ ແມ່ນມຸ່ງໃສ່ປ້ອມດ່ານໜ້າການບັນຊາການ ຖານທີ່ໝັ້ນເຮືອນສາງ ຖານທີ່ໝັ້ນດ້ານພາລາທິການ ລວມເຖິງຄ້າຍຂອງພວກກໍ່ການຮ້າຍ ແລະ ທຳລາຍລົດຫຸ້ມເກາະໄດ້ 40 ຄັນ ລົດປະກອບປືນກົນທີ່ມີເລົາຂະໜາດໃຫຍ່ໄດ້ 106 ຄັນ ພາຍໃນເດືອນສິງຫານີ້.
ເຈົ້າໜ້າທີ່ດັ່ງກ່າວໃຫ້ຮູ້ອີກວ່າ ຈາກການຄຸ້ມກັນຂອງເຮືອບິນຣັດເຊຍ ກອງທັບຝ່າຍລັດຖະບານຊີຣີ ພວມດຳເນີນການໂຈມຕີຈາກ 3 ທິດ ມຸ່ງເຂົ້າໄປແຂວງ ດີ ອາລ-ຊູ (ພາກຕາເວັນອອກຊີຣີ) ທີ່ອົງການລັດອິສລາມ (IS) ຄວບຄຸມຢູ່.
ຣັດເຊຍ ໄດ້ເຂົ້າຮ່ວມບັ້ນຕໍ່ຕ້ານ IS ແລະ ພວກກໍ່ການຮ້າຍອື່ນໆຢູ່ໃນຊີຣີ ນັບແຕ່ເດືອນກັນຍາ ປີ 2015 ເປັນຕົ້ນມາ ຕາມການສະເໜີຂອງປະທານາທິບໍດີຊີຣີ ບາຊາ ອາລ-ອັສຊັດ.
ຣັດເຊຍ ປະຕິບັດການໂຈມຕີທາງອາກາດ 2.500 ກວ່າຄັ້ງຢູ່ໃນຊີເຣຍ
Reviewed by makarow
on
4:42:00 AM
Rating:

