ກະຊວງປ້ອງກັນປະເທດ ຣັດເຊຍ ຖະແຫລງຜູ້ນຳ ISIS ຕາຍແລ້ວ..!!!
ຢືນຢັນ Al-Baghdadi ສາດສະດາຂອງລັດທິໄອສິດ ( ISIS ) ຜູ້ສ້າງຄວາມກຽດຊັງ ແລະ ນຳ້ຕາແຫ່ງຄວາມສູນເສຍຕໍ່ຊາວໂລກຫຼາຍລ້ານຊີວິດ #ຕາຍແລ້ວ
ກະຊວງປ້ອງກັນປະເທດຣັດເຊຍຖະແຫຼງວ່າ Al-Baghdadi ຖືກສັງຫານແລ້ວຈາກການໂຈມຕີທາງອາກາດຂອງເຮືອບິນຮົບ ຣັດເຊຍໃນຊີເລຍ ລວມທັງຜູ້ບັນຊາການລະດັບກາງອີກ 30 ຄົນ ແລະ ສະມາຊິກຂະບວນການກໍ່ການຮ້າຍອີກ 300 ຄົນ. ການໂຈມຕີທາງອາກາດໄດ້ເກີຂື້ນໃນລະຫວ່າງເວລາ 21:35 - 21:45 GMT ໃນວັນທີ 28 ພຶດສະພາ 2017 ຫຼັງຈາກໄດ້ຮັບການຢືນຢັນຈາກຄຣີບວິດີໂອທີ່ຖ່າຍຈາກໂດຣນສອດແນມກ່ຽວກັບຕຳແໜ່ງທີ່ມີການຈັດປະຊຸມສະພາທະຫານຂອງລັດທິໄອສິດກຽມວາງແຜ່ນຍ້າຍທັບແຕ່ຕ້ອງດັບຊີບດ້ວຍຜົນງານຂອງກອງທັບຣັດເຊຍ.
(ISIS leader Al-Baghdadi reportedly killed in Russia-led airstrike – MoD)
ເຮືອບິນຖີ້ມລະເບີດ Su-34 ແລະ ເຄື່ອງບິນຮົບຫຼາກຫຼາຍບົດບາດ Su-35 ໄດ້ປະຕິບັດການໂຈມຕີທາງອາກາດໄກ້ຖານທີ່ໝັ້ນຂອງຂະບວນການກໍ່ການຮ້າຍ ISIS ໃນເມືອງຣັກຄາ ( Raqqa ) ທາງເໜືອຂອງປະເທດຊີເລຍໃນວັນທີ 28 ພຶດສະພາ 2017.
ຂໍມູນຈາກ : RT Report & หมี CNN
ກະຊວງປ້ອງກັນປະເທດ ຣັດເຊຍ ຖະແຫລງຜູ້ນຳ ISIS ຕາຍແລ້ວ..!!!
Reviewed by makarow
on
7:17:00 PM
Rating:
Reviewed by makarow
on
7:17:00 PM
Rating:






