ທະນາຄານໂລກ ຊ່ວຍເຫຼືອວຽກຄຸ້ມຄອງຊັບພະຍາກອນນ້ຳ ກ່ວາ 200 ຕື້ກີບ
ນັບແຕ່ປີ
2012 ເປັນຕົ້ນມາ ລັດຖະບານລາວ ໄດ້ຮັບການຊ່ວຍເຫຼືອຈາກທະນາຄານໂລກ
ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນນ້ຳ ແບບປະສົມປະສານ
ລວມທັງການຮ່າງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ
ການສ້າງແຜນຄຸ້ມຄອງອ່າງນ້ຳ
ການສະໜອງນ້ຳຊົນລະປະທານໃນຂອບເຂດທົ່ວປະເທດ
ການປັບປຸງໂຄງລ່າງພື້ນຖານເພື່ອຕ້ານໄພນ້ຳຖ້ວມ
ຕະຫຼອດຮອດການລິເລີ່ມວຽກງານການຄຸ້ມຄອງການປະມົງຊຸມຊົນ
ເຊິ່ງຕະຫຼອດໄລຍະການປະຕິບັດງານເກືອບ 6 ປີ ເຫັນວ່າວຽກງານດັ່ງກ່າວ
ມີຄວາມຄືບໜ້າ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ
ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ.ພິທີເຊັນສັນຍາຊ່ວຍເຫຼືອດ້ານການເງິນ ລະຫວ່າງກະຊວງການເງິນ ແລະ ທະນາຄານໂລກ ມູນຄ່າ 25 ລ້ານໂດລາສະຫະລັດ ຫຼື ປະມານ 200 ກວ່າຕື້ກີບ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານປັບປຸງຄຸ້ມຄອງຊັບພະຍາກອນນ້ຳ ໄລຍະທີ 2 ແຕ່ນີ້ຮອດປີ 2021 ຈັດຂຶ້ນວັນທີ 26 ກໍລະກົດ 2017 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານນາງ ແອນເລັນ ໂກນສແຕັງ ຜູ້ອຳນວຍການທະນາຄານໂລກ ປະຈຳລາວ ກຳປູເຈຍ ແລະ ມຽນມາ ໃຫ້ກຽດເຂົ້າຮ່ວມທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ.
ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບປະສົມປະສານ ຢູ່ແມ່ນ້ຳຂອງຕອນລຸ່ມ ມີເປົ້າໝາຍເພື່ອປັບປຸງລະບົບການຄຸ້ມຄອງ ວຽກງານຊັບພະຍາກອນນ້ຳໃນທົ່ວປະເທດ ພາຍໃຕ້ການຊີ້ນຳຂອງລັດຖະບານ ກໍ່ຄືກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ແນໃສ່ສ້າງຄວາມຍືນຍົງໃຫ້ແກ່ວຽກງານຄຸ້ມຄອງຊົນລະປະທານ ການປະມົງ ພະລັງງານໄຟຟ້າ ຊັບພະຍາກອນນ້ຳ ການປົກປັກຮັກສາສິ່ງແວດລ້ອມ ເພື່ອຫຼຸດຜ່ອນໄພພິບັດ ລວມທັງການຮ່າງລະບຽບການຕ່າງໆ ທີ່ກ່ຽວພັນກັບວຽກງານຊັບພະຍາກອນນ້ຳ ໂດຍສະເພາະແມ່ນການປະກອບສ່ວນດ້ານຂໍ້ມູນ ເຂົ້າໃນການວາງແຜນຂອງລັດຖະບານຕື່ມອີກ.
(ຫນັງສືພິມວຽງຈັນໃຫ່ມ)
ທະນາຄານໂລກ ຊ່ວຍເຫຼືອວຽກຄຸ້ມຄອງຊັບພະຍາກອນນ້ຳ ກ່ວາ 200 ຕື້ກີບ
Reviewed by makarow
on
1:45:00 AM
Rating:

