ທົ່ວປະເທດຢຶດໄມ້ຜິດກົດໝາຍກວ່າ 67 ພັນແມັດກ້ອນ ພາຍຫຼັງຄຳສັ່ງເລກທີ 15/ນຍ
ທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນຳເຂົ້າ-ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ເປີດເຜີຍວ່າ: ປະຕິບັດຄຳສັ່ງເລກທີ 15/ນຍ ເຈົ້າໜ້າທີ່ສາມາດຢຶດໄມ້ຜິດກົດໝາຍ ຈຳນວນທັງໝົດ 67.224 ແມັດກ້ອນ ໃນທົ່ວປະເທດ ໃນນີ້ ໄດ້ຈັດປະມູນຂາຍແລ້ວ 46.865 ແມັດກ້ອນ ລວມມູນຄ່າ 71 ຕື້ກວ່າກີບ ແລະ ຍັງຄ້າງຈຳນວນ 20.359 ແມັດກ້ອນ ເຊິ່ງໃນຈຳນວນດັ່ງກ່າວ ແຂວງຕ່າງໆພວມສືບຕໍ່ປະມູນຂາຍ.
ນອກຈາກນີ້ຍັງມີໄມ້ຈຳນວນໜຶ່ງທີ່ມີການກວດພົບເຫັນເພີ່ມເຕີມ ແລະ ກຳລັງດຳເນີນຂັ້ນຕອນການກວດກາຂອງຄະນະຮັບຜິດຊອບຂັ້ນແຂວງ ຄື: ແຂວງຈຳປາສັກ ຈຳນວນ 11.101 ແມັດກ້ອນ ໃນນັ້ນ ໄດ້ສຳເລັດການຂຶ້ນບັນຊີແລ້ວ 6.610 ແມັດກ້ອນ ຍັງບໍ່ໄດ້ຂຶ້ນບັນຊີ 4.491 ແມັດກ້ອນ ແຂວງຊຽງຂວາງ ມີປະເພດໄມ້ທ່ອນ 17.571 ແມັດກ້ອນ ແລະ ໄມ້ແປຮູບ 10.973 ແມັດກ້ອນ ເຊິ່ງໄມ້ຈຳນວນດັ່ງກ່າວແມ່ນຍັງບໍ່ທັນໄດ້ຈຳແນກໄມ້ຜິດ ແລະ ໄມ້ຖຶກ ປັດຈຸບັນຍັງຢູ່ໃນຂັ້ນຕອນການກວດກາຂອງຄະນະຮັບຜິດຊອບຢູ່ ແຕ່ຖ້າກວດພົບເຫັນໄມ້ທີ່ບໍ່ຖືກຕ້ອງໃນຈຳນວນດັ່ງກ່າວ ແມ່ນຈະຢຶດເປັນຂອງລັດ ແລ້ວສືບຕໍ່ປະມູນຂາຍໃນຂັ້ນຕໍ່ໄປ ແຂວງໄຊຍະບູລີ 1.000 ແມັດກ້ອນ ຢູ່ໃນຂັ້ນຕອນການກະກຽມຈະເປີດປະມູນຂາຍ ແລະ ແຂວງຫຼວງນ້ຳທາ ຈຳນວນ 7 ຄັນລົດ ປັດຈຸບັນ ຄະນະຮັບຜິດຊອບກຳລັງດຳເນີນຂັ້ນຕອນການກວດກາທີ່ດ່ານສາກົນບໍ່ເຕນ.
ການເປີດເຜີຍດັ່ງກ່າວ ໄດ້ມີຂຶ້ນໃນລະຫວ່າງການປະຊຸມປຶກສາຫາລື ຂອງຄະນະຮັບຜິດຊອບການປະມູນຂາຍໄມ້ທີ່ຢຶດເປັນຂອງລັດ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບແຂວງຕ່າງໆ ແລະ ພາກທຸລະກິດ ເຊິ່ງຈັດຂຶ້ນໃນວັນທີ 26 ກໍລະກົດ 2017 ທີ່ແຂວງຄຳມ່ວນ. (ຫນັງສືພິມວຽງຈັນໃຫ່ມ)
ທົ່ວປະເທດຢຶດໄມ້ຜິດກົດໝາຍກວ່າ 67 ພັນແມັດກ້ອນ ພາຍຫຼັງຄຳສັ່ງເລກທີ 15/ນຍ
Reviewed by makarow
on
4:57:00 AM
Rating:
Reviewed by makarow
on
4:57:00 AM
Rating:


