ປະທານາທິບໍດີຣັດເຊຍສັ່ງຂັບໄລ່ເຈົ້າຫນ້າທີ່ການທູດອາເມລິກາ 755 ຄົນ
ທ່ານ ວະດາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ສັ່ງຂັບໄລ່ເຈົ້າຫນ້າທີ່ການທູດອາເມລິກາ ທົ່ວຣັດເຊຍ ກັບປະເທດຈຳນວນ 755 ຄົນ ໃຫ້ກັບປະເທດພາຍໃນວັນທີ 1 ກັນຍາ 2017 ຊຶ່ງຈະເຮັດໃຫ້ຈພນວນເຈົ້າຫນ້າທີ່ການທູດອາເມລິກາທີ່ຍັງເຫລືອໃນຣັດເຊຍມີຈຳນວນ 455 ຄົນ ຊຶ່ງເທົ່າກັບຈຳນວນເຈົ້າຫນ້າທີ່ການທູດຣັດເຊຍທີ່ປະຈຳຢູ່ອາເມລິກາຂະນະນີ້ ເພື່ອເປັນການຕອບໂຕ້ ມາດຕະການຄວ່ຳບາດຄັ້ງໃຫ່ມຂອງອາເມລິກາ
ທ່ານ ປູຕິນ ກ່າວວ່າ ລັດຖະບານຣັດເຊຍກຳລັງພິຈາລະນາມາດຕະການຕອບໂຕ້ອາເມລິກາ ເພີ່ມເຕີມ ແລະທ່ານ ປູຕິນ ຍັງກ່າວເພີ່ມເຕີມອີກວ່າ ຣັດເຊຍອົດທົນມາດົນນານແລ້ວ ໂດຍຫວັງວ່າສະຖານະການຄວາມຂັດແຍ່ງລະຫວ່າງ ຣັດເຊຍແລະອາເມລິກາຈະດີຂື້ນ ແຕ່ເບິ່ງແລ້ວບໍ່ມີຫຍັງດີຂື້ນ
ພາບ: AP
ປະທານາທິບໍດີຣັດເຊຍສັ່ງຂັບໄລ່ເຈົ້າຫນ້າທີ່ການທູດອາເມລິກາ 755 ຄົນ
Reviewed by makarow
on
8:31:00 PM
Rating:
Reviewed by makarow
on
8:31:00 PM
Rating:


