ຄຳມ່ວນ ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດໄດ້ແລ້ວ 2 ພັນກວ່າສາກສົບ
ທ່ານ ບຸນສ່ຽງ ຊາພັກດີ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຄຳມ່ວນ ໃຫ້ສຳພາດຕໍ່ນັກຂ່າວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 55 ປີ (5/9/1962-5/9/2017) ນີ້ວ່າ: ການພົວພັນຮ່ວມມືໃນຂົງເຂດວຽງານແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຫວຽດນາມ ເວົ້າສະເພາະກໍ່ຄືແຂວງຄຳມ່ວນ-ກວາງບິ່ງ ໃນໄລຍະຜ່ານມາແມ່ນໄດ້ມີການຈັດກອງປະຊຸມເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງເປັນປະຈຳ ໂດຍມີການພັດປ່ຽນກັນເປັນເຈົ້າພາບໃນ 2 ປີຕໍ່ຄັ້ງ ເພື່ອແລກປ່ຽນຂໍ້ມູນຂ່າວສານຕາມແນວທາງນະໂຍບາຍຂອງພັດ-ລັດ ທັງສອງປະເທດ. ສ່ວນແຮງງານຕ່າງປະເທດທີ່ມາເຄື່ອນໄຫວຢູ່ພາຍໃນແຂວງຄຳມ່ວນ ມີທັງໝົດ 2.004 ຄົນ. ສະເພາະແຮງງານຊາວຫວຽດນາມ 1.677 ຄົນ, ຍິງ 487 ຄົນ ໃນນີ້ມີແຮງງານທີ່ຖືກດຳເນີນການປັບສະຖານະພາບ ກໍ່ຄືແຮງງານທີ່ເຮັດວຽກກັບຫົວໜ່ວຍທຸລະກິດທີ່ມີການຄຸ້ມຄອງ ແຕ່ບໍ່ມີການສະເໜີນຳເຂົ້າປະເທດຢ່າງຖືກຕ້ອງ ຈຳນວນ 254 ຄົນ ແລະ ແຮງງານທີ່ບໍ່ມີຫົວໜ່ວຍທຸລະກິດຄຸ້ມຄອງ ຫຼືເອີ້ນວ່າແຮງງານຖືກຊຳລະສະສາງຈຳນວນ 1.330 ຄົນ. ເຊິ່ງຈຳນວນແຮງງານດັ່ງກ່າວທາງພະແນກແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບເຈົ້າໜ້າທີ່ ປກສ ແຂວງແມ່ນໄດ້ອອກບັດອະນຸຍາດຊົ່ວຄາວ ເພື່ອໃຫ້ແຮງງານໄດ້ກະກຽມກັບຄືນປະເທດ ແລ້ວປະຕິບັດການນຳເຂົ້າທີ່ຖືກຕ້ອງຕາມກົດໝາຍ. ສຳລັບການຮ່ວມມືຂຸດຄົ້ນອັດຖິທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ດິນແດນແຂວງຄຳມ່ວນ ພະແນກແຮງານ ແລະ ສະຫວັດດີການສັງຄົມກໍ່ແມ່ນໜ່ວຍງານໜຶ່ງທີ່ສ້າງເງື່ອນໄຂໃຫ້ແກ່ກອງປະຕິບັດງານ 589 ຈາກແຂວງກວາງບິ່ງໄດ້ມີການເຄື່ອນໄຫວ ໂດຍສະເພາະແມ່ນການນຳສະເໜີເອກະສານ, ອອກແຈ້ງການຕ່າງໆໃຫ້ແກ່ອຳນາດການປົກຄອງຂັ້ນເມືອງ, ຂັ້ນບ້ານ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃນການເຄື່ອນໄຫວ. ເຊິ່ງນັບແຕ່ປີ 1989 ທີ່ໄດ້ມີການເຄື່ອນໄຫວມາຮອດປະຈຸບັນແມ່ນສາມາດຂຸດຄົ້ນ ແລະ ຈັດສົ່ງອັດຖິດັ່ງກ່າວກັບສູ່ບ້ານເກີດເມືອງນອນໄດ້ແລ້ວ 2.077 ສາກສົບ. ຜ່ານການເຄື່ອນໄຫວວຽກງານແຮງງານ ແລະ ສະຫວັດດີການສັງຄົມຂອງແຂວງຄຳມ່ວນ ແລະ ວຽກງານແຮງງານ, ເສຍອົງຄະ ແລະ ສັງຄົມ ແຂວງກວາງບິ່ງ ແມ່ນມີການພົວພັນຮັດແໜ້ນຄວາມສາມັກຄີຢ່າງເລິກເຊິ່ງ. ສຳລັບທິດທາງໃນຕໍ່ໜ້າທັງສອງຂະແໜງການດັ່ງກ່າວຈະໄດ້ສືບຕໍ່ພົວພັນຮ່ວມມືໃນດ້ານຕ່າງໆ ໂດຍອີງຕາມເນື້ອໃນບົດບັນທຶກຂອງຄະນະນຳຂັ້ນສູງທັງສອງແຂວງໃນຊຸມປີທີ່ຜ່ານມາ.
ຂ່າວສານຄຳມ່ວນ: http://www.khammouanenews.com/
ຄຳມ່ວນ ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດໄດ້ແລ້ວ 2 ພັນກວ່າສາກສົບ
Reviewed by makarow
on
3:31:00 AM
Rating:


